Friday, 23 March 2018

ການສະເຫຼີມສະຫຼອງສັບປະດາພາສາຝຣັ່ງ ແລະ ວັນຝຣັ່ງໂກໂຟນີສາກົນ 20 ມີນາ.

ເປັນອີກໜື່ງກິດຈະກໍາທີ່ເປັນປະໂຫຍດຫຼາຍສໍາລັບນັກຮຽນ-ນັກສືກສາລາວ ໂດຍສະເພາະນັກສືກສາສາຍພາສາຝຣັ່ງ ລວມທັງສາຂາວິຊາອື່ນໆທີ່ໃຊ້ພາສາຝຣັ່ງ ຈັດຂື້ນໃນວັນທີ 21 ມີນາ ທີ່ສະໂມສອນມະ ຫາວິທະຍາໄລແຫ່ງຊາດ(ວິທະຍາເຂດດົງໂດກ) ພາຍໃຕ້ກອບການສະເຫຼີມສະຫຼອງສັບປະດາພາສາຝຣັ່ງ ແລະ ວັນຝຣັ່ງໂກໂຟນີສາກົນ 20 ມີນາ. 


ກິດຈະກໍາແລກປ່ຽນປະສົບການນີ້ມີຊື່ວ່າ: « ພາສາຝຣັ່ງຄືທຸກສິ່ງທຸກຢ່າງຂອງ ຂ້ອຍສຳລັບອານາຄົດ » « Le français, mon atout pour l’avenir », «ພາສາຝຣັ່ງ, ພາສາຂອງການສຶກສາ» ແລະ «ພາສາຝຣັ່ງ, ພາສາແຫ່ງກາລະໂອກາດ» ໂດຍໄດ້ເຊີນເອົາບຸກຄົນທີ່ມີປະສົບການ ການນໍາພາ-ຄຸ້ມຄອງ-ການນໍາໃຊ້ພາສາຝຣັ່ງຈາກຂະແໜງການຕ່າງໆມາຮ່ວມແລກປ່ຽນ-ເລົ່າປະສົບໃຫ້ກັບນອ້ງນັກຮຽນ-ນັກສືກສາ. ໃນກິດຈະກໍາຍັງມີ 20 ກວ່າບໍລິສັດເຂົ້າຮ່ວມເຊັ່ນ: ສາຂາອາຊີບການທະນະຄານ, ການທ່ອງ ທ່ຽວ, ກົດໝາຍ, ປະກັນໄພ ແລະ ພະລັງງານ ເຊິ່ງບໍລິສັດເຫຼົ່ານີ້ມີຄວາມສົນໃຈທີ່ຈະຮັບສະໝັກນັກ ບັນດິດຝຣັ່ງໂກໂຟນໃນຕໍ່ໜ້າ.

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...