Tuesday, 27 March 2018

ເສົ້າທ້າຍເກມ! ທີມຊາດລາວ ນໍາກ່ອນ 2 ໜ່ວຍແຜ່ວປາຍຖືກ ບັງກະລາເທດ ໄລ່ຕີສະເໝີ 2-2 ຕ້ອງຕາມຫາໄຊຊະນະຕໍ່ໄປ



ຖືວ່າດີຂຶ້ນເຖິງວ່າຈະບໍ່ຊະນະກໍ່ຕາມ ສໍາລັບ ທີມຊາດລາວ ຊຸດໃຫຍ່ ໂດດເດັ່ນທໍາອິດຂຶ້ນນໍາໄປກ່ອນ 2-0 ໃນເຄິ່ງເວລາທໍາອິດ, ແຕ່ເຄິ່ງເວລາທີ 2 ບັງກະລາເທດ ຍິງ 2 ປະຕູລວດໄລ່ຕີສະເໝີ 2-2 ກ່ອນຈົບການແຂ່ງຂັນບານເຕະມິດຕະພາບຕາມປະຕິທິນ ຟີຟາ ເດ ໃນວັນທີ 27 ມີນາ 2018 ຢູ່ສະໜາມກິລາແຫ່ງຊາດ ຫຼັກ 16.
ໂດຍທີມຊາດລາວ ໄດ້ 2 ປະຕູຈາກ ພິທັກ ກອງມາທິລາດ ຈາກກອງທັບ ເອັຟຊີ ໃນນາທີໆ 30 ແລະ ຈຸດໂທດ ໄລຍະຕໍ່ເວລາບາດເຈັບຂອງເຄິ່ງເວລາທໍາອິດ ເຮັດໃຫ້ທີມຊາດລາວ ຊຸດໃຫຍ່ ລົງສະໜາມ 2 ນັດທໍາອິດຂອງປີ 2018 ດ້ວຍການເສຍໃຫ້ກໍາປູເຈຍ 0-1 ແລະ ສະເໝີ ບັງກະລາເທດ 2-2 ຕ້ອງລຸ້ນຕາມຫາໄຊຊະນະຕໍ່ໄປ.



























Laos Update 

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...