Wednesday, 28 March 2018

ເຈົ້າໜ້າທີ່ ປກສ ກວດພົບສວນຢາຝິ່ນ ແລະ ທຳລາຍ 1,3 ເຮັດຕາ ຢູ່ແຂວງຫຼວງນ້ຳທາ

( ຂ່າວຈາກ: ໜັງສືພິມຄວາມສະຫງົບ ). ການລັກລອບປູກຝິ່ນຢູ່ເມືອງ ແລະ ແຂວງຫຼວງນໍ້າທາ  ຂອງພໍ່-ແມ່ ປະຊາຊົນຈໍານວນໜຶ່ງຍັງປະກົດມີໃຫ້ເຫັນ, ເຈົ້າໜ້າທີ່ເປີດເຜີຍວ່າ ບ່ອນທີ່ພົບລັກລອບປູກເປັນພື້ນທີ່ເຂດ ຮ່ອມພູຜາ, ຫ່າງໄກສອກຫຼີກ ແລະ ບ່ອນທີ່ ເຂົ້າເຖິງຍາກ, ເຊິ່ງໃນ ການສະກັດກັ້ນ ແລະ ແກ້ໄຂບັນຫາດັ່ງ ກ່າວເຈົ້າໜ້າທີ່ ແລະ ພາກສ່ວນທີ່ກ່ຽວຂ້ອງ ກໍໄດ້ສຸມໃສ່ສຶກສາອົບຮົມດ້ານລະບຽບກົດໝາຍໃຫ້ພໍ່-ແມ່ປະ ຊາຊົນເຂົ້າໃຈ ແລະ ຮັບຮູ້ໄດ້ຜົນອັນຕະລາຍທີ່ເກີດຂຶ້ນ ພ້ອມທັງສຸມໃສ່ກວດກາຢ່າງຕໍ່ເນື່ອງລຽນຕິດ ໂດຍ ສະເພາະຈຸດທີ່ຫຼ່ໍແຫຼມຕ່າງໆຜ່ານມາ ເຈົ້າໜ້າທີ່ສາມາດກວດກາ ແລະ ທໍາລາຍຖິ້ມເປັນຈໍານວນຫຼວງຫຼາຍ ພ້ອມນໍາຕົວຜູ້ທີ່ລະເມີດມາສ້າງບົດບັນທຶກ ເພື່ອບໍ່ໃຫ້ກັບມາປູກອີກ.
ພັທ ຕິບແກ້ວ ໄຊປະເສີດ ຮອງຫົວໜ້າກອງບັນຊາການ ປກສ ເມືອງນາແລ ໃຫ້ຮູ້ວ່າ: ໃນການສະກັດກັ້ນ ແລະ ແກ້ໄຂການລັກລອບປູກຝິ່ນຂອງພໍ່-ແມ່ປະຊາຊົນພາຍໃນເມືອງນໍ້າທາ ເຈົ້າໜ້າທີ່ກໍໄດ້ສຸມໃສ່ຢ່າງຕັ້ງໜ້າເພື່ອ ເຮັດໃຫ້ບັນຫານີ້ຫຼຸດລົງ. ແຕ່ກໍຍັງປະກົດວ່າ ມີພໍ່-ແມ່ປະຊາຊົນບັນດາເຜົ່າຈໍານວນໜຶ່ງ ຍັງມີການລະເມີດລະ ບຽບກົດໝາຍທີ່ວາງອອກ, ມີການລັກລອບປູກຝິ່ນຢູ່ເຂດຫ່າງໄກສອກຫຼີກ ຍ້ອນຄວາມເອົາໃຈໃສ່ຂອງເຈົ້າໜ້າ ທີ່ຈຶ່ງສະກັດກັ້ນໄດ້ແຕ່ຫົວທີກ່ອນທີ່ຈະໄດ້ເກັບຜົນຜະລິດ, ດັ່ງໃນລະຫວ່າງວັນທີ 13-15 ມີນາ 2018 ທີ່ຜ່ານມາ, ປກສ ເມືອງນາແລ ແຂວງຫຼວງນໍ້າທາ ໄດ້ສືບຮູ້ວ່າ ມີການລັກລອບການປູກຝິ່ນ ຈຶ່ງໄດ້ປະສານກັບກັບຂະແໜງ ການທີ່ກ່ຽວຂ້ອງລົງທໍາລາຍສວນຝິ່ນຢູ່ເຂດຍອດຫ້ວຍໂກນ ລະຫວ່າງເມືອງນາແລ ແລະ ເມືອງວຽງພູຄາ ຈໍານວນ 1,3 ເຮັກຕາ ເພື່ອບໍ່ໃຫ້ສາມາດໃຫ້ຕົ້ນຈະເລີນເຕີບໂຕ ແລະ ເກັບກູ້ຜົນຜະລິດໄດ້. ພ້ອມດຽວກັນນີ້, ເຈົ້າໜ້າທີ່ໄດ້ ສ້າງບົດບັນທຶກສຶກສາອົບຮົມກ່າວເຕືອນກັບເຈົ້າຂອງສວນຊື່: ທ້າວ ຈາລໍ ອາຍຸ 47 ປີ, ທ້າວ ທໍ ອາຍຸ 30 ປີ, ທ້າວ ຈາເອີ ອາຍຸ 25 ປີ, ນາງ ງະ ອາຍຸ 25 ປີ ແລະ ນາງ ນາວໍ ອາຍຸ 45 ປີ, ທັງ 5 ຄົນແມ່ນສະມາຊິກໃນຄອບຄົວດຽວ ກັນ ພ້ອມທັງມອບໃຫ້ກອງບັນຊາການ ປກສ ເມືອງວຽງພູຄາ ໄປສືບຕໍ່ສຶກສາອົບຮົມກ່າວເຕືອນ ແລະ ບໍ່ໃຫ້ເຂົາ ເຈົ້າປູກຝິ່ນຕື່ມອີກ.

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...