ຂປລ. ແຂວງສາລະວັນ ໄດ້ອະນຸຍາດໃຫ້ ບໍລິສັດ ຈຸງຢາອີຊີ ຊີມັງລາວ ຈຳກັດ ສຳປະທານ ຂຸດຄົ້ນຫີນປູນ ຢູ່ເຂດບ້ານປາກປຸຍ ແລະ ບ້ານໜອງບົວ ໃນເນື້ອທີ່ 10,13 ເຮັກຕາ ເພື່ອຜະລິດຊີມັງ ໂດຍໄດ້ມີພິທີເຊັນສັນຍາສຳປະທານ ໃນ ວັນທີ 20 ມີນາ ຜ່ານມາ ລະຫວ່າງ ທ່ານ ໄຊຍະເດດ ວົງສາຣະວັນ ຫົວໜ້າ ພະແນກແຜນການ ແລະ ການລົງທຶນ ແຂວງ ກັບ ທ່ານ ລີ ຢຽນ ຮົວ ປະທານບໍລິສັດ ຈຸງຢາອີຊີ ຊີມັງລາວ ຈຳກັດ ໂດຍມີ ທ່ານ ວິຊຽນ ນະວິກຸນ ຮອງເຈົ້າແຂວງ ສາລະວັນ ຜູ້ຊີ້ນຳວຽກງານ ເສດຖະກິດແຂວງ, ພ້ອມດ້ວຍຄະນະ ກຳມະການລົງທຶນຂັ້ນແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.
ການສຳປະທານເນື້ອທີ່ດິນ ດັ່ງກ່າວ ແມ່ນ ບໍລິສັດ ຈຸງຢາອີຊີ ຊີມັງລາວ ຈຳກັັດ ເປັນຜູ້ລົງທຶນ 100% ມູນຄ່າການລົງທຶນ ທັງໝົດ 12 ຕື້ກວ່າກີບ. ເຊິ່ງໄລຍະການສຳ ປະທານ 5 ປີ (2018-2023) ນັບແຕ່ມື້ອອກຂໍ້ຕົກລົງອະນຸມັດ ເນື້ອທີ່ດິນສຳປະທານຂຸດຄົ້ນຫີນປູນ ເພື່ອ ນຳໄປຜະລິດຊີມັງລາວ ກາຊ້າງ ຢູ່ໂຮງງານຊີມັງ ຫລັກ 25 ຈາກເທສະບານເມືອງ ແລະ ແຂວງ ສາລະວັນ ໃນຮູບແບບການສຳປະທານ ແມ່ນເສຍພາສີໃຫ້ລັດ ຈຳນວນເງິນ 4 ແສນກວ່າກີບ ຫລື ເທົ່າກັບ 50 ໂດລາສະຫະລັດ ຕໍ່ເຮັກຕາຕໍ່ປີ ແລະ ມອບເງິນເຂົ້າກອງທຶນ ພັດທະນາແຂວງຕື່ມ ອີກ 12 ລ້ານກວ່າກີບຕໍ່ປີ ຫລື ເທົ່າກັບ 1.500 ໂດລາ ສະຫະລັດ ຕໍ່ປີ.
ໃນປີ 2002 ໂຮງງານຊີມັງ ໄດ້ຮັບການສ້າງຕັ້ງຂຶ້ນ ໂດຍໄດ້ຮັບການເຫັນດີ ຈາກລັດຖະບານ ແຫ່ງ ສປປ ລາວ ແລະ ໄດ້ສຳເລັດ ໃນການກໍ່ສ້າງ ໃນປີ 2011 ໂດຍນຳໃຊ້ທຶນທັງໝົດ 76 ລ້ານໂດລາ ສະຫະລັດ, ໂຮງງານດັ່ງກ່າວ ມີອັດຕາກຳລັງແຮງຜະລິດ 1.200-1.500 ໂຕນຕໍ່ມື້, ເຊິ່ງມີຊີມັງ 2 ປະເພດຄື: ຊີມັງປອດແລນສີແດງ 52.5 ແລະ ຊີມັງປະສົມ 32.5, ການຜະລິດເລີ່ມແຕ່ປີ 2012-2017 ສາມາດຜະລິດນຊີມັງ ໄດ້ທັງໝົດ 758.577 ລ້ານໂຕນ ແລະ ເສຍພັນທະອາກອນ ໃຫ້ລັດແຕ່ປີ 2012-2017 ລວມທັງໝົດ 31.990 ຕື້ກວ່າກີບ.

No comments:
Post a Comment