ຂປລ. ສອງບໍລິສັດ ຜູ້ຜະລິດຢາສູບພາຍໃນຄື ບໍລິສັດຢາສູບ ລາວ ຈຳກັດ ແລະ ບໍລິສັດ ຢາສູບ ຫົງຖາໂຊກດີ ລາວ-ຈີນ ຈຳກັດ ຍັງບໍ່ປະຕິບັດ ຕາມກົດໝາຍ ແລະ ຂໍ້ຕົກລົງ ວ່າດ້ວຍການ ຄວບຄຸມຢາສູບ ທີ່ລັດຖະບານ ສປປ ລາວ ໄດ້ອອກ ໃນເດືອນພຶດສະພາ 2016, ໃນຂະນະທີ່ ບໍລິສັດນຳເຂົ້າຢາສູບສ່ວນໃຫຍ່ ແມ່ນໄດ້ປະຕິບັດຕາມກົດໝາຍ ແລະ ຂໍ້ຕົກລົງດັ່ງກ່າວ ເປັນທີ່ຮຽບຮ້ອຍແລ້ວ.
ໃນວັນທີ 6 ກຸມພາ 2018 ທີ່ຫ້ອງການ ຂອງອົງການອະນາໄມໂລກ ປະຈຳລາວ (WHO) ໄດ້ ຖະແຫລງຂ່າວ ກ່ຽວກັບປະຕິບັດ ຕາມກົດໝາຍ ແລະ ຂໍ້ຕົກລົງ ວ່າດ້ວຍ ການຄວບຄຸມຢາສູບ ທີ່ອອກໃນປີ 2016 ໃຫ້ແກ່ສອງບໍລິສັດຢາສູບ ຜູ້ຜະລິດພາຍໃນປະເທດ ບໍ່ປະຕິບັດຕາມກົດໝາຍ ແລະ ຂໍ້ຕົກລົງດັ່ງກ່າວ, ຊຶ່ງກຳນົດໃຫ້ ຢາສູບຜະລິດພາຍໃນ ແລະ ນຳເຂົ້າຈາກຕ່າງປະເທດ ເພື່ອ ມາຈຳໜ່າຍໃນ ສປປ ລາວ ຕ້ອງພິມຄຳເຕືອນ ສຸຂະພາບເປັນຮູບພາບ ຂະໜາດ 75% ໃນຊອງ ແລະ ຕຸດຢາສູບ. ຂໍ້ຕົກລົງສະບັບນີ້, ມີຜົນສັກສິດ 120 ວັນ ພາຍຫລັງ ລົງຈົດໝາຍເຫດທາງລັດຖະການ, ຊຶ່ງມີຜົນບັງຄັບໃຊ້ ນັບຕັ້ງແຕ່ ວັນທີ 7 ພະຈິກ 2016.
ທ່ານ ດຣ ຈູລຽດ ໄຟລໂຊຄ ຜູ້ຕາງໜ້າ ອົງການອະນາໂລກ ປະຈຳ ສປປ ລາວ ກ່າວວ່າ: ອົງການ ອະນາໄມໂລກ ແລະ ຄູ່ຮ່ວມພັດທະນາ ພິຈາລະນາວ່າ ເປັນການ ລະເມີດກົດໝາຍ ແລະ ຂໍ້ຕົກລົງ ວ່າດ້ວຍການຄວບຄຸມຢາສູບ ຢ່າງຮ້າຍແຮງ. ພວກເຮົາ ຮຽກຮ້ອງມາຍັງ ຫ້ອງວ່າການ ສຳນັກງານ ນາຍົກລັດຖະມົນຕີ ແລະ ບັນດາກະຊວງ ທີ່ກ່ຽວຂ້ອງ ຈົ່ງປະຕິບັດ ມາດຕະການອັນເຂັ້ມງວດ ຕໍ່ການລະເມີດ ນິຕິກຳ ທີ່ກ່າວມາຂ້າງເທິງນີ້ ຂອງທັງສອງ ບໍລິສັດຢາສູບ.
ວຽກງານຄວບຄຸມຢາສູບ ແມ່ນນະໂຍບາຍທີ່ເປັນບູລິມະສິດ ອັນໜຶ່ງ ຂອງ ກະຊວງສາທາລະນະສຸກ ເພື່ອປົກປ້ອງ ສຸຂະພາບຂອງປະຊາຊົນ ຈາກ ພະຍາດທີ່ເກີດຈາກຢາສູບ. ຄຳເຕືອນ ສຸຂະພາບທີ່ເປັນຮູບພາບ ຂະໜາດໃຫຍ່ໃສ່ຊອງ ແລະ ຕຸດຢາສູບ ແມ່ນໜຶ່ງ ໃນມາດຕະການ ຄວບຄຸມຢາສູບ ທີ່ມີ ປະສິດທິຜົນສູງ ເພື່ອຫລຸດຜ່ອນ ການສູບຢາ, ເຮັດໃຫ້ຜູ້ສູບຢາອອກຢາສູບ ແລະ ປ້ອງກັນ ການລິເລີ່ມ ສູບຢາໃໝ່. ເຖິງຢ່າງໃດກໍຕາມ, ບໍລິສັດຢາສູບລາວ ຈຳກັດ ແລະ ບໍລິສັດຢາສູບ ຫົງຖາ ໂຊກດີ ລາວ-ຈີນ ຈຳກັດ ໄດ້ຍື່ນໜັງສື ຮຽກຮ້ອງເຖິງລັດຖະບານລາວ ໃຫ້ເລື່ອນເວລາ ໃນການພິມຄຳເຕືອນ ສຸຂະພາບເປັນຮູບພາບ ອອກຕື່ມອີກສາມຄັ້ງ ລວມເປັນເວລາ 19 ເດືອນ, ຊຶ່ງ ການເລື່ອນຄັ້ງທີສາມ ແມ່ນ ເລີ່ມຈາກ ວັນທີ 30 ເມສາ 2017 ຫາ 1 ມັງກອນ 2018. ລັດຖະບານລາວ ແລະ ບັນດາ ກະຊວງທີ່ກ່ຽວຂ້ອງ ເຫັນວ່າ ໄດ້ໃຫ້ເວລາພຽງພໍແລ້ວ ແກ່ບໍລິສັດຢາສູບທັງຫລາຍ ໃນການຈັດພິມ ຄຳເຕືອນສຸຂະພາບເປັນຮູບພາບ. ສະນັ້ນ, ການ ລະເມີດກົດໝາຍ ແລະ ຂໍ້ຕົກລົງ ວ່າດ້ວຍການຄວບຄຸມຢາສູບ ນີ້ແມ່ນເປັນທີ່ຍອມຮັບບໍ່ໄດ້.
ທ່ານ ດຣ. ບຸນເພັງ ພິລາວົງ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ກະຊວງສາ ທາລະນະສຸກ ໄດ້ກ່າວວ່າ: ເຖິງເວລາແລ້ວ ທີ່ລັດຖະບານລາວ ຕ້ອງບັງຄັບໃຊ້ ຂໍ້ຕົກລົງ ກ່ຽວກັບການຈັດຕັ້ງ ປະຕິບັດກົດໝາຍ ວ່າດ້ວຍ ການຄວບຄຸມຢາສູບ ໂດຍສະເພາະ ການພິມຄຳເຕືອນສຸຂະພາບ ເປັນຮູບພາບຂະໜາດ 75% ໃສ່ຊອງ ແລະ ຕຸດຢາສູບໃ ຫ້ມີປະສິດທິຜົນ ແລະ ຮັບປະກັນວ່າ ທຸກບໍລິສັດຢາສູບ ພິມຄຳເຕືອນສຸຂະພາບ ເປັນຮູບພາບ ຕາມການກຳນົດ ຂອງ ກະຊວງ ສາທາລະນະສຸກຢ່າງເຂັ້ມງວດ ແລະ ຄວນປະຕິບັດ ມາດຕະການ ຕໍ່ທຸກການ ລະເມີດນິຕິກຳຄວບຄຸມຢາສູບຢ່າງທັນການ.

No comments:
Post a Comment