Monday, 19 February 2018

ຊາຊາອຸດິ ອາຣັບບີ ອະນະນຸຍາດໃຫ້ຜູ້ຍິງເຮັດທຸລະກິດເປັນຄັ້ງທອິດ


ວັນ​ທີ 19 ກຸມພານີ້, ຜູຜູ້ຍິງໃນ ຊາອຸດິ ອາຣາບີ ສາມາດ​ ເປີດ​ທຸລະ​ກິດ​ເປັນ​ຂອງ​ຕົນເອງໄດ້ ​ໂດ​ຍບໍ່​ຕ້ອງ ​ໄດ້​ຮັບ​ຄວາມ​​ເຫັນ​ດີ​ ຈາກ​ສາມີ ຫລື​ ຍາດ​ພີ່ນ້ອງ ​ເປັນຄັ້ງທຳ​ອິດ ​ເພື່ອ​ເປັນ​ການ​ສືບ​ຕໍ່​ປະຕິ​ຮູບ​ ສັງຄົມ​ພາຍ​ໃນ​ປະ​ເທດ ​ໂດຍ​ສະ​ເພາະ ​ທາງທາງພາກເອກະຊົນທີ່ພວມ​ຂະຫຍາຍຕົວ ​ຢ່າງ​ວ່ອງ​ໄວ. ຂະນະ​ທີ່​ສຳນັກງານ​ ໄອ​ຍະການ ຊາອຸດິ ປະກາດ​ ຮັບ​ເຈົ້າໜ້າ​ທີ່​ ສືບສວນ​ ສອບ​ສວນ ​ທີ່​ເປັນ​ຜູ້ຍິງ 140 ກວ່າ​ຕຳແໜ່ງ ສຳລັບ​ຜູ້ຍິງ​ ທີ່​ຕ​້ອງການ​ເຮັດ​ວຽກ​ ໃນ​ສະໜາມບິນ ​ແລະ ດ່ານ​ຂ້າມ​ແດນ ​ທາງບົກ ໂດຍມີ​ຜູ້ຍິງ​ຍື່ນ ໃບ​ສະໝັກ​ສູງ​ເຖິງ 107.000 ຄົນ ທັງ​ນີ້​ ເປັນ​ການ​ສົ່ງ​ເສີມ​ ການ​ຂະຫຍາຍ ​ທຸລະ​ກິດ ​ພາກ​ເອກະ​ຊົນ ​ພາຍໃນປະ​ເທດ​ ໃຫ້​ຫລາຍ​ຂຶ້ນ ​ແລະ ​ເພີ່ມ​ການ​ຈ້າງ​ງານ​ຜູ້ຍິງ ​ເພື່ອ​ເພີ່ມ​ບົດບາດ​ຍິງ-ຊາຍ​ ໃຫ້​ເທົ່າ​ທຽບ​ກັນ ​ໃນ​ຕໍ່ໜ້າ./.

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...