Monday, 5 February 2018

ການໝູນວຽນຂອງຄວາມຮຸນແຮງຂອງພວກ ທະຫານ ໄດ້ກັບຄືນມາອີກໃນປະເທດມຽນມາ

ເປັນ​ເວ​ລາ 20 ກວ່າປີມາແລ້ວ ນັບ​ແຕ່ທະຫານມຽນມາ​ໄດ້ໂຈມ​ຕີຈູດຢ້າວເຜົາ​ເຮືອນ
ເຮັດ​ ໃຫ້​ພວກຊົນກຸ່ມນ້ອຍ ​ທີ່ເປັນພົນລະເຮືອນເຜົ່າ​ສານ​ຫລາຍ​ກວ່າ 300,000 ຄົນ
ບໍ່​ມີ​ທີ່ຢູ່​ອາ​ໄສ​ ໃນລະຫວ່າງ​ຊຸມ​ປີ 1990.
​ແຕ່​ການ​ໂຈມ​ຕີ​ຢ່າງ​ໂຫດຮ້າຍທາ​ລຸນ​ໂດຍພວກ​ທະຫານ ​ຍັງ​ດຳ​ເນີນຕໍ່ມາ ​ເປັນ​ເວລາ​|
ຫລາຍ​ປີ ​ເຮັດ​ໃຫ້​ຫລາຍ​ພັນ​ຄົນບໍ່​ມີ​ທີ່ຢູ່​ອາ​ໄສ​ໃນ​ລັດ​ສານ ​ແລະ​ໃນ​ເຂດ​ຊົນ​ເຜົ່າ​ອື່ນໆ.
ທ້າວລຸງ ​ໄຊ ລັງ ​ແລະ​ຄອບຄົວ​ຂອງ​ລາວ​ໄດ້ພາກັນ​ຫລົບໜີຈາກ​ພາກ​ກາງຂອງ​ລັດ​ສານ
​ໃນ​ປີ 2002 ຫລັງ​ຈາກໄດ້ມີການ​ຍິງ​ປືນ​ໃຫຍ່​ໃສ່​ບ້ານ​ຂອງ​ລາວເປັນເວລາຫຼາຍອາທິດ
​ແຕ່ລາວ​ບໍ່​ເຄີຍ​ລືມ​ ການ​ກໍ່ໂທດກຳ​ທີ່​ຜ່ານ​ມາຂອງພວກທະຫານ ມຽນມາ.
ທ້າວ​ລຸງ ​ໄຊ ລັງ ກ່າວ​ວ່າ “​ເວລາໃດພວກ​ເຮົາ​ໄດ້​ຂ່າວ​ວ່າ ​ທະຫານ​ມຽນມາ​ຈະມາ
ແລ້ວເວລາ​ນັ້ນ ​ພວກ​ຜູ້​ຊາຍ​ທັງ​ໝົດ​ກໍຈະພາກັນ​ຫາຍໂຕໄປ. ພວກ​ແມ່ຍິງ ​ແລະ​ເດັກ
ນ້ອຍ​ຕ້ອງ​ໄດ້​ຢູ່ ໃນເມື່ອພວກ​ເຂົາ​ເຈົ້າ​ບໍ່​ເຫັນພວກ​ຜູ້​ຊາຍທີ່ຈະນຳໄປລຳລຽງຫຼື​ຂົນ​
ສົ່ງເພາະສະ​ນັ້ນພວກ​ເຂົາ​ເຈົ້າກໍຈະ​ເອົາ​ພວກ​ແມ່ຍິງໄປ ເມື່ອເຂົ້າໄປໃນປ່າແລ້ວກໍ
ຈະມີກໍລະນີ​ຂົ່ມຂືນສຳເລົາ ມີ​ຫຼາຍໆ​ກໍລະນີຂອງ​ການຂົ່ມຂືນ.”
​ຄວາມຮູ້ສຶກຢ້ານ​ກົວທີ່ຍັງມີຢູ່ຕໍ່ມາໃນ​ໝູ່ພວກຊົນກຸ່ມ​ນ້ອຍ ແມ່ນໄດ້ຖືກນຳມາໃຊ້ນັບ
ຕັ້ງແຕ່ພວກທະຫານ ໄດ້ປົກຄອງປະເທດໃນປີ 1962 ​ແຕ່​ການຈົດ​ບັນທຶກ​ກ່ຽວກັບເຫດ
ການທີ່ເກີດຂຶ້ນນັ້ນ ແມ່ນບໍ່ຄ່ອຍມີ.
​ຕໍ່ມາ ​ໃນ​ປີ 2002 ບັນ​ດາ​ກຸ່ມປົກປ້ອງ​ສິດທິ​ມະນຸດ ໃນລັດ​ສານ ​ໄດ້​ທຳການສືບສວນ
​ແລະພິມ​ເຜີຍ​ແຜ່​ລາຍ​ງານທີ່ມີຊື່ວ່າ “ໃບອະນຸຍາດໃຫ້​ຂົ່ມ​ຂືນ” ທີ່ຈໄດ້ຈົດ ບັນທຶກ 173
​ກໍລະນີ ຂອງ​ການ​ຂົ່ມຂືນ ​ແລະ​ຄວາມ​ຮຸນ​ແຮງ​ທາງ​ເພດ​ອື່ນໆ ທີ່​ກໍ່ຂຶ້ນ ​ໂດຍ​ພວກທະ
ຫານ​ມຽນມາ ລະຫວ່າງ​ປີ 1996 ຫາ​ປີ 2001.
ທ່ານ​ຈຳ​ຕົງ ຈາກ​ມູນ​ນິທິສິດທິ​ມະນຸດ​ລັດ​ສານ ກ່າວ​ວ່າ “ການ​ກໍ່ໂທດກຳດັ່ງກ່າວ​ນີ້
ແມ່ນຖື​ວ່າ​ເປັນ​ການ​ກະທຳ​ທີ່​ໜ້າລະອາຍ​ທີ່​ສຸດ. ມັນຖືກນຳໃຊ້ເພື່ອສ້າງຄວາມຢ້ານ
ກົວ ​ເຮັດໃຫ້ໝົດກຳລັງໃຈ​ແລະ​ສ້າງຄວາມອັບອາຍຂາຍໜ້າຢູ່ໃນ​ປະຊາ​ຄົມ ​ທ້ອງ
​ຖິ່ນ ​ແລະ​ຍັງເພື່ອ​ສະ​ແດງ​ໃຫ້ເຫັນວ່າ ​ເຂົາ​ເຈົ້າ​ສາມາດ​ຄວບ​ຄຸມ​ປະຊາ​ຄົມ​ທັງ​
ໝົດໄດ້.”
ການ​ກ່າວ​ຫາ ໃນການໃຊ້ການ​ຂົ່ມຂືນເປັນອາວຸດສົງຄາມ ຍັງມີ​ມາ​ຈົນ​ເທົ່າ​ທຸກ​ມື້​ນີ້ແຕ່
ໃນປັດຈຸບັນ ແມ່ນ​ຢູ່​ລັດຣາ​ໄຄນ໌ ຕໍ່ພວກ​ຊົນ​ເຜົ່າ​ນ້ອຍ​ຊາວໂຣຮິງ​ຢາ.”
ພວກທະຫານ​ມຽນມາ​ ກ່າວອ້າ​ງວ່າ ການ​ສືບ​ສວນ​ພາຍ​ໃນພົບ​ເຫັນ​ວ່າ ​ທະຫານຂອງ
​ຕົນ​ບໍ່​ໄດ້​ຂົ່ມຂືນ ຫລືກໍ່​ຄວາມ​ຮຸນ​ແຮງ​ທາງ​ເພດ​ໃດໆ​ ຕໍ່​ພວກ​ແມ່ຍິງ.

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...