Monday, 26 February 2018

“ດ່ວນ! ເກີດເຫດ ລົດເມຕົກເຫວ ເຂດພູເກົ້າຫຼັກ ຕາຍ 7 ບາດເຈັບ 20”








ວລາປະມານ 11:30 ໂມງ ຂອງວັນທີ 26ກຸມພາ 2018ທີ່ຜ່ານມາ ໄດ້ເກີດເຫດລົດເມ 2 ຊັ້ນ ຄີວ ຜົ້ງສາລີ-ນະຄອນຫຼວງວຽງຈັນ ເກີດອຸປະຕິເຫດເບກແຕກ, ໂຊເຟີບໍ່ສາມາດຄຸມລົດໃຫ້ຢຸດຈອດລານຈອດລົດໄດ້ ຈຶ່ງເຮັດໃຫ້ລົດຕົກເຫວ, ເຊິ່ງລົດດັ່ງກ່າວມີຜູ້ໂດຍສານທັງໝົດ 27 ຄົນ (ລວມທັງໂຊເຟີ) ໃນນັ້ນ, ຕາຍຄາທີ່ 7 ຄົນ ໃນນັ້ນ, ເປັນຜູ້ຍິງ 3 ຄົນ ແລະ ບາດເຈັບ 20 ຄົນ (ສາຫັດ 8 ຄົນ), ເຈົ້າໜ້າທີ່ໄດ້ຊ່ວຍກັບເກັບກູ້ ແລະ ຊ່ວຍເຫຼືອຄົນເຈົບ ຂຶ້ນຈາກເຫວ ແລ້ວນຳສົ່ງໂຮງໝໍ 150 ຕຽງໃນຕອນບ່າຍຂອງວັນທີ 26 ກຸມພາ 2018 ໂດຍໃຊ້ຍົນເຮລີຄັອບເຕີ ຊ່ວຍບິນໄປຮັບຄົນເຈັບ,
+ເຫດຄັ້ງນີ້ແມ່ນເປັນເຫດການໜຶ່ງທີ່ເຮັດໃຫ້ມີການສູນເສຍ ແລະ ບາດເຈັບຫຼາຍ.RIP ຄອບຄົວຜູ້ເສຍຊີວິດ
cr:Laos 360C

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...