ທີມກູ້ໄພຍັງສືບຕໍ່ຊອກຄົ້ນຫາໃນວັນສຸກມື້ນີ້ ບັນດາຜູ້ເຄາະຮ້າຍ ທີ່ຖືກຖົມຢູ່ກ້ອງຂີ້
ຕົມ ທີ່ເກີດຈາກດິນເຈື່ອນຢູ່ເກາະຈາວາ ຂອງອິນໂດເນເຊຍ ທີ່ໄດ້ເຮັດໃຫ້ມີຜູ້ເສຍຊີ
ວິດຢ່າງໜ້ອຍຫ້າຄົນ.
ຕົມ ທີ່ເກີດຈາກດິນເຈື່ອນຢູ່ເກາະຈາວາ ຂອງອິນໂດເນເຊຍ ທີ່ໄດ້ເຮັດໃຫ້ມີຜູ້ເສຍຊີ
ວິດຢ່າງໜ້ອຍຫ້າຄົນ.
ກຳລັງທະຫານແລະເຈົ້າໜ້າທີ່ຕຳຫລວດທ້ອງຖິ່ນ ໄດ້ເຂົ້າຮ່ວມກັບຊາວບ້ານໃນ
ການຊອກຫາຜູ້ລອດຊີວິດມາໄດ້ໂດຍໃຊ້ເຄື່ອງມືໃນການເຮັດນາແລະມືເປົ່າເພື່ອຂຸດ
ຄົ້ນຕາມກອງຂີ້ຕົມ ທີ່ເຮັດໃຫ້ເປັນໄປບໍ່ໄດ້ສຳລັບທີມກູ້ໄພຈະໃຊ້ອຸບປະກອນໜັກ.
ການຊອກຫາຜູ້ລອດຊີວິດມາໄດ້ໂດຍໃຊ້ເຄື່ອງມືໃນການເຮັດນາແລະມືເປົ່າເພື່ອຂຸດ
ຄົ້ນຕາມກອງຂີ້ຕົມ ທີ່ເຮັດໃຫ້ເປັນໄປບໍ່ໄດ້ສຳລັບທີມກູ້ໄພຈະໃຊ້ອຸບປະກອນໜັກ.
ຫລັງຈາກໄດ້ເກີດຝົນຕົກໜັກມາຫລາຍມື້ ດິນກໍໄດ້ເຈື່ອນໃນວັນພະຫັດວານນີ້ຢູ່ໃນ
ເຂດເບຣບິສ ໃນພາກກາງຂອງເກາະຈາວາ ໃນຂະນະທີ່ພວກຊາວນາ ພາກັນເຮັດ
ວຽກ ຢູ່ໃນທົ່ງນາຂອງເຂົາເຈົ້າ.
ເຂດເບຣບິສ ໃນພາກກາງຂອງເກາະຈາວາ ໃນຂະນະທີ່ພວກຊາວນາ ພາກັນເຮັດ
ວຽກ ຢູ່ໃນທົ່ງນາຂອງເຂົາເຈົ້າ.
ອົງການຄຸ້ມຄອງໄພພິບັດແຫ່ງຊາດ ກ່າວວ່າ ມີ 18 ຄົນຍັງຫາຍສາບສູນ ອີງຕາມລາຍ
ງານຈາກປະຊາຊົນໃນເຂດທ້ອງຖິ່ນ.
ງານຈາກປະຊາຊົນໃນເຂດທ້ອງຖິ່ນ.
ປະມານ 14 ຄົນ ກຳລັງໄດ້ຮັບການປິ່ນປົວຢູ່ທີ່ໂຮງໝໍ. ພວກເຈົ້າໜ້າທີ່ຄຸ້ມຄອງ ໄພພິ
ບັດກຳລັງຮຽກຮ້ອງໃຫ້ຜູ້ຄົນຍົກຍ້າຍອອກໄປໄກໆຈາກຂົງເຂດເພາະວ່າມີຄວາມສ່ຽງ
ຕໍ່ການເກີດດິນເຈື່ອນອີກ.
ບັດກຳລັງຮຽກຮ້ອງໃຫ້ຜູ້ຄົນຍົກຍ້າຍອອກໄປໄກໆຈາກຂົງເຂດເພາະວ່າມີຄວາມສ່ຽງ
ຕໍ່ການເກີດດິນເຈື່ອນອີກ.
ດິນເຈື່ອນ ມັກເກີດຂຶ້ນຢູ່ໃນອິນໂດເນເຊຍ ໂດຍສະເພາະໃນຍາມລະດູຝົນລະຫວ່າງ
ເດືອນຕຸລາ ຫາເດືອນເມສາ.
ເດືອນຕຸລາ ຫາເດືອນເມສາ.

No comments:
Post a Comment