ຜ່ານການປະມູນ ແລະ
ຄັດເລືອກເອົາບັນດາບໍລິສັດເພື່ອດຳເນີນສຳຫຼວດ ແລະ
ສ້າງບົດວິພາກເສດຖະກິດເຕັກນິກໂຄງການທາງດ່ວນ ວຽງຈັນ-ປາກເຊ ແມ່ນມີ 4 ບໍລິສັດຄື: 1). ບໍລິສັດ China Yunnan Sunny Road & Bridge ສປ ຈີນ; 2).ບໍລິສັດ China Road
& Bridge Corporation ສປ ຈີນ; 3: ບໍລິສັດ ພູສີ ກໍ່ສ້າງ ແລະ ພັດທະນາມະຫາຊົນ (ລາວ) ແລະ 4: ກຸ່ມບໍລິສັດ ດວງຈະເລີນ ພັດທະນາຈຳກັດ (ລາວ)
ທີ່ໄດ້ຮັບການຄັດເລືອກເພື່ອຈັດຕັ້ງປະຕິບັດໂຄງການ.
ທ່ານ ບຸນຍະວັດ ນີລະໄຊຍ໌
ຜູ້ປະສານງານໂຄງການທາງດ່ວນວຽງຈັນ-ປາກເຊ ໃຫ້ຮູ້ວ່າ: ແຜນສ້າງທາງດ່ວນແຕ່ວຽງຈັນ-ປາກເຊ
ແມ່ນເປັນໂຄງການທີ່ຕິດພັນກັບໂຄງການທາງດ່ວນວຽງຈັນ-ຮ່າໂນຍ (ວຽງຈັນ-ປາກຊັນ-ຫຼັກຊາວ
ຊາຍແດນ ສສ ຫວຽດນາມ) ທີ່ເປັນອີກໂຄງການດ່ວນທີ່ຈະໄດ້ຮັບການສ້າງຕັ້ງຂຶ້ນ. ສະນັ້ນ, ໂຄງການທາງດ່ວນວຽງຈັນ-ປາກເຊ
ແມ່ນຈະມີທີ່ຕັ້ງເຊື່ອມຕໍ່ຈາກປາກຊັນ-ປາກເຊ ຫຼັງຈາກທີ່ໄດ້ຮັບການຄັດເລືອກ ແລະ
ແບ່ງຊ່ວງໃຫ້ບໍລິສັດນີ້ສຳເລັດ, ຂັ້ນຕອນຕໍ່ໄປແມ່ນຈະໄດ້ມີການເຈລະຈາເຊັນ
MOU
ສຶກສາຄວາມເປັນໄປໄດ້ ແລະ
ການອອກແບບດ້ານເຕັກນິກຕ່າງໆຂອງທາງຕໍ່ໄປ.




No comments:
Post a Comment