ກະຊວງການເງິນ
ອອກແຈ້ງການເລກທີ 0139 ລົງວັນທີ 18 ມັງກອນ 2018 ເລື່ອງການເສຍຄ່າທຳນຽມທາງ (ໃບຄ່າທາງ) ປະຈຳປີ 2018 ເພື່ອເຮັດໃຫ້ການເກັບຄ່າທຳນຽບທາງປະຈຳປີ 2018 ໄດ້ຖືກຈັດຕັ້ງປະຕິບັດຖືກຕ້ອງ, ທັນຕາມກຳນົດເວລາ ແລະ ມີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ
ໂດຍໃຫ້ປະຕິບັດດັ່ງນີ້:
1. ການເສຍຄ່າທຳນຽມທາງປະຈຳປີ 2017 ແມ່ນໃຫ້ສືບຕໍ່ດຳເນີນການເສຍຄ່າທຳນຽມທາງເປັນປົກກະຕິ ເຊິ່ງສາມາດຊຳລະຮອດ ວັນທີ 31 ມີນາ 2018 ແຕ່ຖ້າກາຍກຳນົດເວລາດັ່ງກ່າວນີ້
ນອກຈາກຈະໄດ້ເສຍຄ່າທຳນຽມທາງປະຈຳປີ 2017 ແລ້ວ ຍັງຕ້ອງຖືກປັບໃໝ 40% ຂອງມູນຄ່າທີ່ຕ້ອງເສຍຄ່າທຳນຽມທາງປະຈຳປີ ຕື່ມອີກ.
2. ໄລຍະການເວລາປົກກະຕິຂອງການເສຍຄ່າທຳນຽມທາງ
ຕາມທີ່ໄດ້ກຳນົດໄວ້ໃນຂໍ້ 2 III ຂອງຄຳແນະນຳຈັດຕັ້ງປະຕິບັດລັດຖະບັນຍັດວ່າດ້ວຍຄ່າທຳນຽມທາງ
ລະບັບເລກທີ 3455/ກງ, ລົງວັນທີ 10 ຕຸລາ 2017 ແມ່ນນັບແຕ່ວັນທີ 1 ມັງກອນ ຮອດ ວັນທີ 31 ມີນາ ຂອງທຸກໆປີ, ແຕ່ເນື່ອງຈາກວ່າການເສຍຄ່າທຳນຽມທາງປະຈຳປີ 2017 ມີຄວາມຫຼ້າຊ້າ ແລະ ສາມາດຊຳລະຮອດວັນທີ 31 ມີນາ 2018 ເຊິ່ງເປັນໄລຍະການເວລາປົກກະຕິ ຂອງການເສຍຄ່າທາງປະຈຳປີ 2018 ສະນັ້ນ, ການເສຍຄ່າທຳນຽມທາງປະຈຳປີ 2018 ຈຶ່ງເຍື້ອນໄລຍະການເວລາປົກກະຕິຂອງການເສຍຄ່າທຳນຽມທາງຮອດວັນທີ 30 ມິຖຸນາ 2018, ແຕ່ຖ້າກາຍກຳນົດເວລາ ດັ່ງກ່າວຄື ນັບແຕ່ວັນທີ 1 ກໍລະກົດເປັນຕົ້ນໄປ ຈະຖືກປັບໃໝ່ຕາມແຕ່ລະກໍລະນີທີ່ໄດ້ກຳນົດໄວ້ໃນ IV ຂໍ້ 2 ຂອງຄຳແນະນຳຈັດຕັ້ງປະຕິບັດລັດຖະບັນຍັດວ່າດ້ວຍຄ່າທຳນຽມທາງ
ສະບັບເລກທີ 3455/ກງ, ລົງວັນທີ 10 ຕຸລາ 2017.
3. ບຸກຄົນ, ນິຕິບຸກຄົນ ແລະ
ການຈັດຕັ້ງທີ່ນຳໃຊ້ຍານພາຫະນະຜ່ານມາ ນັບແຕ່ປີ 2017 ຄືນຫຼັງ ແຕ່ຍັງບໍ່ທັນເສຍຄ່າທຳນຽມທາງຂອງປີ 2017 ຕ້ອງໄດ້ເສຍຄ່າທຳນຽມທາງປະຈຳປີ 2017 ຄືນໃຫ້ຖືກຕ້ອງ ແລະ
ຄົບຖ້ວນຕາມທີ່ໄດ້ກຳນົດໄວ້ໃນລັດຖະບັນຍັດຂອງປະທານປະເທດ ສະບັບເລກທີ 001/ປປທ, ລົງວັນທີ 20 ກັນຍາ 2017 ວ່າດ້ວຍຄ່າທຳນຽມທາງ ຈຶ່ງຈະສາມາດເສຍຄ່າທຳນຽມທາງປະຈຳປີ 2018 ໄດ້ ແລະ ຕ້ອງເສຍ ພາຍໃນໄລຍະການເວລາທີ່ໄດ້ກຳນົດໄວ້ໃນຂໍ້ 2 ຂອງແຈ້ງການສະບັບນີ້.
4. ອັດຕາຄ່າທຳນຽມທາງ
ແມ່ນໃຫ້ປະຕິບັດຕາມລັດຖະບັນຍັດຂອງປະທານປະເທດ ສະບັບເລກທີ 001/ປປທ, ລົງວັນທີ 20 ກັນຍາ 2017 ວ່າດ້ວຍຄ່າທຳນຽມທາງ.
5. ການຊຳລະເງິນຄ່າທຳນຽມທາງ ແມ່ນໃຫ້ຊຳລະຜ່ານລະບົບທະນາຄານ
(ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ) ດ້ວຍ 5 ຊ່ອງທາງຄື:
ຊຳລະຜ່ານລະບົບເຄົາເຕີຂອງທະນາຄານ (Counter), ຊຳລະຜ່ານແອັບພຣີເຄເຊິນມືຖື (Mobile Application), ຊຳລະຜ່ານຕ້ເອທີເອັມ (ATM), ຊຳລະຜ່ານຄູ່ອັດຕະໂນມັດ (Kiosk) ແລະ ຊຳລະຜ່ານສະຖານທີ່ຈຸດໃຫ້ບໍລິການທີ່ໄດ້ຮັບອະນຸຍາດ (BCOME).
6. ມອບໃຫ້ກົມສ່ວຍສາອາກອນ, ສ່ວຍສາອາກອນປະຈຳແຂວງ, ນະຄອນຫຼວງ, ສ່ວນສາອາກອນປະຈຳເມືອງ, ເທດສະບານ ປະສານສົມທົບກັບທຸກພາກສ່ວນທີ່ກ່ຽວຂ້ອງ ເພື່ອຊຸກຍູ້ ເຜີຍແຜ່
ການຈັດຕັ້ງປະຕິບັດການເສຍຄ່າທຳນຽມທາງປະຈຳປີ 2017 ແລະ 2018 ໃຫ້ມີປະສິດທິຜົນ, ໂປ່ງໃສ ແລະ
ຮັບປະກັນເກັບລາຍຮັບຄ່າທຳນຽມທາງເຂົ້າງົບປະມານແຫ່ງລັດໃຫ້ຄົບຖ້ວນ.
ດັ່ງນັ້ນ, ຈຶ່ງແຈ້ງມາເພື່ອຊອບ ແລະ
ພ້ອມກັນຈັດຕັ້ງປະຕິບັດຕາມເນື້ອໃນແຈ້ງການສະບັບນີ້ໃຫ້ໄດ້ຮັບຜົນດີ.
Subscribe to:
Post Comments (Atom)
ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ
ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...
-
ຊົນເຜົ່າ ອາຄາ ອີກຊື່ໜຶ່ງແມ່ນ ອີກໍ ເປັນຊົນເຜົ່າໜຶ່ງທີ່ຈັດຢູ່ໃນໝວດພາສາ ຈີນ-ຕີເບດ ເຊິ່ງປະກອບມີຫຼາຍແຊງ ເຊັ່ນ: ຈີຈໍ, ປູລີ, ປານາ, ກໍເຟ, ໂອມາ, ນ...
-
ວັນນີ້ຂໍທວນຄືນວິລະກຳໂຕນຄຸກຂອງຜູ້ນຳພັກ ແລະ ແນວລາວຮັກຊາດ ເນື່ອງໃນໂອກາດ ລະນຶກເຖິງວັນໂຕນຄຸກ ແບບມະຫັດສະຈັນຂອງບັນດາຜູ້ນຳພັກ ແລະ ແນວລາວຮັກຊາດ ວິລ...
-
ສະຖາບັນວິທະຍາສາດສັງຄົມແຫ່ງຊາດລາວ ໄດ້ຕີພີມປື້ມຄວາມເປັນຈິງກ່ຽວກັບຈຸດຄົງຄ້າງເສັ້ນຊາຍແດນລາວ-ກຳປູເຈຍ ເຊິ່ງມີເນື້ອໃນສຳຄັນວ່າ: ສປປ.ລາວ ແລະ ກຳປູເ...

No comments:
Post a Comment