Wednesday, 21 February 2018
ລະເບີດທະນາຄານໃນມຽນມາ ຕາຍ2 ເຈັບ 11ຄົນ
ມີຜູ້ເສຍຊີວິດ 2ສົບ ແລະ ບາດເຈັບ 11ຄົນຈາກເຫດລະເບີດພາຍໃນທະນາຄານໃນເມືອງລ່າສ້ຽວ ລັດຊານທາງຕອນເຫນືອຂອງມຽນມາ
ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງລ່າສ້ຽວ ລັດຊານປະເທດມຽນມາເມື່ອວັນທີ 21ກຸມພາວ່າ: ເຈົ້າຫນ້າທີ່ຝ່າຍຄວາມຫມັ້ນຄົງຂອງມຽນມາເປີດເຜີຍວ່າ: ເກີດເຫດລະເບີດພາຍໃນທະນາຄານໂຍມາ ສາຂາເມືອງລ່າສ້ຽວໃນລັດຊານ ທາງຕອນເຫນືອຂອງມຽນມາເມື່ອວັນພຸດທີ 21ກຸມພາ ແຮງລະເບີດເຮັດໃຫ້ມີຜູ້ເສຍຊີວິດ 2ສົບ ເປັນພະນັກງານຫຍິງ 2ຄົນຂອງທະນາຄານ ແລະ ບາດເຈັບອີກ 11ຄົນ ຕົວອາຄານໃກ້ຄຽງໄດ້ຮັບຄວາມເສຍຫາຍໄປນຳເພາະແຮງລະເບີດຂ່ອນຂ້າງຮຸນແຮງ ນອກນັ້ນກໍ່ມີລົດຝຫຍ່ອີກຫລາຍຄັນເຈົ້າຫນ້າທີ່ຝ່າຍຄວາມຫມັ້ນຄົງ ເຂົ້າກວດສອບພື້ນທີ່ເກີດເຫດແລ້ວ
ຍັງບໍ່ມີກຸ່ມໃດອອກມາປະກາດອ້າງຄວາມຮັບຜິດຊອບເຫດໂຈມຕີດ້ວຍລະເບີດໃນຄັ້ງນີ້ ແຕ່ລັດຊານເປັນລັດທີ່ມີຫລາຍຊາດພັນອາໄສຢູ່ ແຕ່ການໂຈມຕີໃນເຂດເມືອງນັ້ນເກີດຂື້ນຫນ້ອຍຄັ້ງ
ທ່ານຊໍ ເຕ ໂຄສົກລັດຖະບານມຽນມາຖະແຫລງຜ່ານທາງເຟດບຸກວ່າ: ຫຍິງບໍລິສຸດ 2ຄົນຕ້ອງມາເສຍຊີວິດ ແລະ ພົນລະເຮືອນອີກ 11ຄົນບາດເຈັບເພາະເຫດລະເບີດ ຂະນະທີ່ທະນາຄານໂຍມາອອກຖະແຫລງການສະແດງຄວາມເສຍໃຈຕໍ່ການສູນເສຍທີ່ເກີດຂື້ນ ແລະ ຍືນຍັດເປັນນື່ງດຽວຂອງທະນາຄານພາຍໃຕ້ສະຖານະການອັນຫນ້າເສົ້າສະຫລົດ ສ່ວນຕຳຫລວດໃນກຸງເນປິດໍກ່າວຍືນຍັນວ່າ: ມີການເສຍຊີວິດແທ້ ແລະ ຜູ້ບາດເຈັບໄດ້ຮັບການຊ່ວຍເຫລືອສົ່ງໂຮງຫມໍແລ້ວ.
Subscribe to:
Post Comments (Atom)
ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ
ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...
-
ຊົນເຜົ່າ ອາຄາ ອີກຊື່ໜຶ່ງແມ່ນ ອີກໍ ເປັນຊົນເຜົ່າໜຶ່ງທີ່ຈັດຢູ່ໃນໝວດພາສາ ຈີນ-ຕີເບດ ເຊິ່ງປະກອບມີຫຼາຍແຊງ ເຊັ່ນ: ຈີຈໍ, ປູລີ, ປານາ, ກໍເຟ, ໂອມາ, ນ...
-
ວັນນີ້ຂໍທວນຄືນວິລະກຳໂຕນຄຸກຂອງຜູ້ນຳພັກ ແລະ ແນວລາວຮັກຊາດ ເນື່ອງໃນໂອກາດ ລະນຶກເຖິງວັນໂຕນຄຸກ ແບບມະຫັດສະຈັນຂອງບັນດາຜູ້ນຳພັກ ແລະ ແນວລາວຮັກຊາດ ວິລ...
-
ສະຖາບັນວິທະຍາສາດສັງຄົມແຫ່ງຊາດລາວ ໄດ້ຕີພີມປື້ມຄວາມເປັນຈິງກ່ຽວກັບຈຸດຄົງຄ້າງເສັ້ນຊາຍແດນລາວ-ກຳປູເຈຍ ເຊິ່ງມີເນື້ອໃນສຳຄັນວ່າ: ສປປ.ລາວ ແລະ ກຳປູເ...


No comments:
Post a Comment