Wednesday, 17 January 2018

ເກົາຫຼີໃຕ້-ເກົາຫຼີເໜືອຈະແຂ່ງກິລາໃນທິມດຽວກັນ


ເກົາຫຼີໃຕ້ ແລະ ເກົາຫຼີເໜືອ ໄດ້ຕົກລົງກັນທີ່ຈະເດີນສວນສະໜາມໃນງານແຂ່ງຂັນໂອລິມປິກລະດູໜາຍພາຍໃຕ້ທຸງຜືນດຽວກັນ ເຊິ່ງການແຂ່ງຂັນດັ່ງກ່າວຈະຈັດຂຶ້ນໃນເດືອນກຸມພາທີ່ຈະມາເຖິງນີ້ ຢູ່ ສ.ເກົາຫຼີ.
ທັງສອງປະເທດຍັງເຫັນດີທີ່ຈະຈັດຕັ້ງທີມກິລາຮອກກີນ້ຳກ້ອນຍິງທິມດຽວກັນ ຫຼັງຈາກທີ່ມີການຫາລືລະຫວ່າງສອງເກົາຫຼີຄັ້ງທຳອິດໃນທິດນີ້ ເຊິ່ງເປັນການຫາລືລະດັບສູງຄັ້ງທຳອິດໃນຮອບ 2 ປີ. 
ຖ້າທຸກຢ່າງເປັນໄປຕາມແຜນ ກໍຈະມີ ຄະນະນັກກິລາຂອງເກົາຫຼີເໜືອ ຫຼາຍຮ້ອນຄົນ ໃນນີ້ມີ ເຊຍລີດເດີ 230 ຄົນ, ນັກດົນຕີວົງປະສານສຽງ ອໍເຄສຕາ 140 ຄົນ ແລະ ນັກກິລາເທຄວັນໂດ ຈຳນວນ 30 ຄົນ ເດີນທາງຂ້າມຊາຍແດນເຂົ້າຮ່ວມງານແຂ່ງຂັນດັ່ງກ່າວ.
ຢ່າງໃດກໍຕາມ ຄູຝຶກຮອກກີ້ນ້ຳກ້ອນ ແລະ ໜັງສືພິມອະນຸລັກນິຍົມຂອງສ.ເກົາຫຼີ ກໍສະແດງຄວາມວິຕົກກັງວົນກ່ຽວກັບອະນາຄົດຂອງທິມແຂ່ງກິລາຮອກກີ້ ໂດຍກ່າວວ່າ ການເຮັດດັ່ງກ່າວອາດເຮັດໃຫ້ເກົາຫຼີໃຕ້ເສຍໂອກາດຈະໄດ້ຫຼຽນ. ມີຫຼາຍໝື່ນຄົນໄດ້ລົງລາຍຊື່ທາງອອນລາຍຮຽກຮ້ອງໃຫ້ປະທານາທິບໍດີ ມຸນ ແຈອິນ ລົ້ມເລີກແຜນການດັ່ງກ່າວ. 

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...