ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ໄດ້ປະຕິເສດເຖິງຄວາມເປັນໄປໄດ້ທີ່ຈະ
ເຈລະຈາ ກັບກຸ່ມຕາລິບານໃນອັຟການິສຖານ ໂດຍປະຕິຍານວ່າ ຈະກຳຈັດພວກເຂົາ
ຫຼັງຈາກໄດ້ມີຄື້ນຟອງການໂຈມຕີກໍ່ການຮ້າຍ ໃນນະຄອນຫຼວງກາບູລ ທີ່ສັງຫານຜູ້ຄົນ
ຫຼາຍຮ້ອຍຄົນ ແລະບາດເຈັບອີກ ຫຼາຍຮ້ອຍຄົນ.

ໃນການພົບປະກັບຄະນະທູດພິເສດຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ
ທີ່ ທຳນຽບຂາວ ໃນວັນຈັນວານນີ້, ທ່ານທຣຳ ໄດ້ກ່າວວ່າ ທ່ານໄດ້ຍົກເອົາບັນຫາ ທີ່ວ່າ
“ແມ່ນຫຍັງ ທີ່ພວກເຮົາສາມາດເຮັດໄດ້ຫລາຍກວ່ານີ້ ເພື່ອເອົາຊະນະ” ກຸ່ມກໍ່ການຮ້າຍ
ນີ້ ແລະທ່ານໄດ້ກ່າວຕື່ມວ່າ “ຈະບໍ່ມີການເຈລະຈາໃດໆກັບກຸ່ມກໍ່ການຮ້າຍຕາລິບານ,”
ຊຶ່ງທ່ານ ໄດ້ກ່າວວ່າ ເບິ່ງຄືວ່າ ຈະເປັນການສິ້ນສຸດ ໃນການແກ້ໄຂທາງການທູດຕໍ່ບັນຫາ
ຂັດແຍ້ງພາຍໃນທີ່ຍືດເຍື້ອຍາວນານຂອງອັຟການິສຖານ.

“ພວກເຂົາໄດ້ສັງຫານຜູ້ຄົນໄປທົ່ວ. ພວກຜູ້ຄົນທີ່ບໍລິສຸດ ແມ່ນໄດ້ຖືກສັງຫານ ທັງທາງ
ຊ້າຍແລະຂວາ,” ທ່ານທຣຳ ຈະໄປຢ້ຽມຢາມບັນດານັກການທູດ. ທ່ານຍັງໄດ້ກ່າວເພີ່ມ
ຕື່ມວ່າ “ການລະເບີດ, ທີ່ໄດ້ສັງຫານຜູ້ຄົນໃນທົ່ວອັຟການິສຖານ. ເພາະສະນັ້ນພວກ
ເຮົາບໍ່ຢາກເຈລະຈາກັບພວກຕາລີບານ. ມັນອາດຈະມີເວລານັ້ນ ແຕ່ວ່າ ມັນຈະໃຊ້
ເວລານານ.”
ເຊີນຊົມ: ສາຍພົວພັນລະຫວ່າງສະຫະລັດ ກັບອັຟການິສຖານ

No comments:
Post a Comment