ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ
25 ມັງກອນ 2018 ວ່າ: ທ່ານ ເຈບ ເດວິສ ໂຄສົກກະຊວງປ້ອງກັນປະເທດສະຫະລັດ
ອາເມຣິກາ ກ່າວວ່າ: ທ່ານ ພົນເອກ ເຈມ ແມັດທິສ ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ
ອາເມຣິກາ ໄດ້ພົບປະ ເພື່ອປຶກສາຫາລືກັບທ່ານ ພົນເອກ ໂງ ຊວນ ລິດ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ
ທີ່ນະຄອນຫຼວງຮ່າໂນຍ ເມື່ອວັນພະຫັດທີ່ຜ່ານມາ
ກ່ຽວກັບແຜນການນຳເຮືອບັນທຸກຍົນຮົບຂອງກອງທັບສະຫະລັດ ອາເມຣິກາ ເດີນທາງມາຢ້ຽມຢາມ ແລະ
ທຽບທ່າດານັງໃນເດືອນມີນາ 2018 ນີ້, ໂດຍຝ່າຍຫວຽດນາມກຳລັງລໍຖ້າຂັ້ນຕອນການອະນຸມັດຂັ້ນສຸດທ້າຍຈາກລັດຖະບານ
ເຊິ່ງສະຫະລັດ ອາເມຣິກາຄາດວ່າລັດຖະບານຫວຽດນາມຈະອະນຸມັດໃຫ້.
ສ່ວນຖະແຫຼງການຂອງກະຊວງປ້ອງກັນປະເທດຫວຽດນາມກ່າວວ່າ
ກະຊວງປ້ອງກັນປະເທດຂອງທັງ 2 ໄດ້ຍື່ນຂໍ້ສະເໜີກ່ຽວກັບການເຂົ້າທຽບທ່າຂອງເຮືອບັນທຸກຍົນຮົບຂອງກອງທັບສະຫະລັດ
ອາເມຣິກາ ໄປຍັງຜູ້ນຳຂອງແຕ່ລະຝ່າຍ
ເຊິ່ງແນວຄິດດັ່ງກ່າວໄດ້ຖືກຍົກຂຶ້ນມາເມື່ອຄັ້ງທີ່ທ່ານ ພົນເອກ ໂງ ຊວນ ລິດ ພົບປະກັບທ່ານ
ພົນເອກ ເຈມ ແມັດທິສ ທີ່ລັດເວີຈິເນຍ ສະຫະລັດ ອາເມຣິກາ ໃນລະດູຮ້ອນທີ່ຜ່ານມາ ແລະ
ການຢ້ຽມຢາມຫວຽດນາມໃນເທື່ອນີ້ຖືເປັນຄັ້ງທຳອິດຂອງທ່ານ ພົນເອກ ເຈມ ແມັດທິສ.




No comments:
Post a Comment