ຂປລ.ໃນວັນທີ 24 ມັງກອນ 2018, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການເງິນ ໄດ້ເປັນກຽດໂອ້ລົມ ແລະ ໃຫ້ທິດຊີ້ນໍາ ຕໍ່ກອງປະຊຸມວຽກງານ ຂະແໜງການໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານປີ 2017 ແລະ ກອງປະຊຸມວຽກງານ ໄອຊີທີປີ 2017, ໂດຍທ່ານ ໄດ້ເນັ້ນໃຫ້ຂະແໜງການ ປທສ ເລັ່ງປັບປຸງ ແລະ ສ້າງກົດໝາຍ, ນິຕິກໍາລຸ່ມກົດໝາຍໃຫ້ຮັດກຸມ ແລະ ຄົບຖ້ວນ ເພື່ອຫັນການຄຸ້ມຄອງລັດດ້ານໄປສະນີ, ໂທລະຄົມ ມະນາຄົມ ແລະ ການສື່ສານດ້ວຍກົດໝາຍ.
ພ້ອມດຽວກັນນັ້ນ, ກໍຕ້ອງເຜີຍແຜ່ ແລະ ບັງຄັບໃຊ້ນິຕິກໍາ ທີ່ມີຢູ່ແລ້ວໃຫ້ໄດ້ຮັບຜົນດີ ທັງເຮັດ ໜ້າທີ່ກວດກາ-ຢັ້ງຢືນມາດຕະຖານເຕັກນິກ ຂອງອຸປະກອນໂທລະຄົມ ໃຫ້ສອດຄ່ອງກັບສາກົນ, ມີມາດຕະຖານຄຸນນະພາບ ການໃຫ້ບໍລິການ ດ້ວຍລາຄາທີ່ເປັນທໍາແກ່ຜູ້ຊົມໃຊ້, ພ້ອມທັງສືບຕໍ່ເຜີຍແຜ່ ແລະ ສ້າງຄວາມເຂົ້າໃຈໃຫ້ສັງຄົມ ຕໍ່ການນໍາໃຊ້ສື່ສັງຄົມອອນລາຍຢ່າງມີຈັນຍາບັນ ແລະ ມີຄວາມຮັບຜິດຊອບ ນໍາໃຊ້ໃນທາງທີ່ດີ, ມີປະໂຫຍດ ແລະ ຈໍາກັດ ສິ່ງຫຍໍ້ທໍ້ຕ່າງໆ. ດັດສົມການ ດໍາເນີນທຸລະກິດ ຂອງ ບັນດາວິສາຫະກິດທີ່ຂຶ້ນກັບກະຊວງ ຍົກສູງການບໍລິການທີ່ມີຄຸນນະພາບ, ທັນສະໄໝ, ມີກໍາໄລທີ່ຖືກຕ້ອງ ແລະ ມີຄວາມສະເໝີພາບພາຍໃຕ້ກົດໝາຍ, ປັບປຸງ, ຍົກລະດັບ ແລະ ຂະຫຍາຍໂຄງລ່າງພື້ນຖານຍຸດທະສາດ ໂທລະຄົມມະນາຄົມ ແລະ ອິນເຕີເນັດຄວາມໄວສູງ ໃຫ້ສາມາດຕອບສະໝອງຄວາມຕ້ອງການທີ່ ນັບມື້ເພີ່ມຂຶ້ນໄວທັງພາກລັດ, ພາກທຸລະກິດກໍຄືປະຊາຊົນ. ພ້ອມທັງໃຫ້ມີລະບົບເຊື່ອມໂຍງດ້ານ ໂທລະຄົມ ມະນາຄົມ ແລະ ອິນເຕິເນັດຄວາມ ໄວສູງທີ່ມີຄຸນນະພາບດ້ວຍຕົ້ນທຶນຕໍ່າ ກັບບັນດາປະເທດອ້ອມຂ້າງ ແລະ ບັນດາປະເທດພາກພື້ນ.
ນອກຈາກນີ້, ຕ້ອງເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດ ຂອງສະມາຊິກພັກ, ເອົາໃຈໃສ່ ປັບປຸງກໍ່ສ້າງຮາກຖານຢູ່ແຕ່ລະກົມ, ແຕ່ລະຂະແໜງໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ເພີ່ມທະວີ ວຽກງານກວດກາ ການເຄື່ອນໄຫວປະຕິບັດໜ້າທີ່ຂອງພະນັກງານ, ສະມາຊິກພັກຢ່າງ ເປັນປົກກະຕິ, ເອົາໃຈໃສ່ພິເສດ ໃນການຫັນເປັນທັນສະໄໝ ເພື່ອຍົກສູງປະສິດທິຜົນ ໃນການບໍ ລິຫານ, ການບໍລິການ ແລະ ການໃຊ້ບໍລິການ. ພ້ອມດຽວກັນນີ້, ກໍຕ້ອງເພີ່ມ ທະວີເອົາໃຈໃສ່ ພັດທະນາບຸກຄະລາກອນດ້ານໄອຊີທີ ໃຫ້ເປັນລະບົບມີທັງຄຸນນະພາບ ແລະ ປະລິມານ, ເພີ່ມທະວີ ເລັ່ງປັບປຸງພື້ນຖານໂຄງລ່າງທີ່ຈໍາເປັນ ມອບໃຫ້ ສະຖາບັນເຕັກໂນໂລຊີສື່ສານ ຂໍ້ມູນຂ່າວສານ ມີຫລັກສູດ ແລະ ມີສິ່ງອໍານວຍຄວາມ ສະດວກ ໃຫ້ແກ່ ການຮຽນ-ການສອນ ເພື່ອເຮັດໃຫ້ສະຖາບັນ ເປັນບ່ອນຝຶກ ສ້າງວິຊາການໄອຊີທີ ໃຫ້ແກ່ສັງຄົມ.
ຂ່າວ: ປະເທດລາວ


No comments:
Post a Comment