Thursday, 18 January 2018

ທ່ານ​ນາ​ງ​ ນິກກີ ເຮ​ລີ ກ່າວວ່າ ປາ​ແລສ​ໄຕ​ນ໌ “ບໍ່​ຈິງຈັງ” ກ່ຽວກັບ​ຂັ້ນ​ຕອນ​​ ສັນຕິພາບ

ທ່ານ​ນາ​ງນິກກີ ​ເຮ​ລີ ​ໄດ້​ກ່າວ​ໃນ​ວັນ​ພຸດ​ວານ​ນີ້​ວ່າ ​ອຳນາດການປົກຄອງ​ປາ​ແລສ​ໄຕ​ນ໌
​ແມ່ນ “ບໍ່​ຈິງຈັງ” ກ່ຽວ​ກັບ​ຂັ້ນ​ຕອນສັນຕິພາບ ​ແລະ​ໄດ້​ຂົ່ມຂູ່​ວ່າ​ຈະ​ໂຈະການ​ຊ່ອຍ​ເຫຼືອ​
ໃນ​ອະນາ​ຄົດ ຖ້າ​ຫາກ​ວ່າ​ພວກ​ເຂົາ​ເຈົ້າ ບໍ່​ດຳ​ເນີນການ​ໄປ​ສູ່​ການ​ເຈລະຈານັ້ນ.
“ພວກ​ເຮົາ​ຈະ​ບໍ່​ໃຫ້​ລາງວັນ​ສຳລັບ​ການ​ປະພຶດ​ທີ່​ບໍ່ດີ,” ທ່ານ​ນາງ​ເຮ​ລີ ​ໄດ້​ບອກ​ກັບ​ນັກ
​ຂ່າວ​ວີ​ໂອ​ເອ ທ່ານ​ນາງ ກຣີຕາ​ ແວນ ຊັສ​ເຕີ​ເຣັນ​ໃນ​ການ​ໃຫ້ສຳ​ພາດ ທີ່​ຫ້ອງການ​ຂອງ​
ທ່ານ​ນາງ. ​ແລະ​ທ່ານ​ນາງ​ຍັງ​ໄດ້​ກ່າວ​ຕື່ມ​ວ່າ “ພວກ​ເຮົາ​ມີຊາວ​ປາ​ແລສ​ໄຕນ໌ ທີ່​ຕາມ​
ພື້ນຖານແລ້ວ​ກ່າວວ່າ ພວກ​ເຂົາ​ເຈົ້າ​ຈະ​ຕັດ​ສະຫະລັດ ອອກ​ການ​ຂັ້ນ​ຕອນ​ສັນຕິພາບ,
ພວກ​ເຂົາ​ເວົ້າ​ວ່າ ພວກ​ເຂົາ​ບໍ່​ຢາກ​ມີ​ສ່ວນ​ພົວພັນໃດໆ​ກັບ​ພວກ​ເຮົາ,” 
ຊຶ່ງ​ທ່ານ​ນາງ​
ເຮ​ລີ ​ໄດ້​ກ່າວ​ໄວ້​ເຊັ່ນ​ນັ້ນ.
ຫລັກຈາກ ການ​ຕັດສິນ​ໃຈ​ຂອງ​ປະທານາທິບໍດີ​ທຣຳ ​ໃນ​ວັນ​ທີ 6 ທັນວາຜ່ານມາ ທີ່​ໃຫ້​
ຮັບ​ຮູ້​ເຖິງເຈຣູຊາ​ເ​ເລັມ ​ເປັນ​ເມືອງ​ຫຼວງ​ຂອງ​ອິສຣາ​ແອ​ລ ​ແລະ​ໃຫ້​ຍ້າຍ​ສະຖານທູດ
​ສະ​ຫະລັດ ​ໄປທີ່​ນັ້ນ, ປະທານາທິບໍດີ​ປາ​ແລສ​ໄຕ​ນ໌ ທ່ານ​ມັກ​ມູດ ອາ​ບາສ ​ໄດ້​ກ່າວ​ວ່າ
ສະຫະລັດ ບໍ່​ແມ່ນ​ເປັນ​ຜູ້​ໄກ່​ເກ່ຍ ອີກ​ຕໍ່​ໄປ​ແລ້ວ.
ເຊີນຊົມ: ຄວາມຄິດເຫັນຂອງທ່ານ​ນາ​ງ ​ເຮ​ລີ ເວົ້າກ່ຽວກັບ​ປາ​ແລສ​ໄຕ​ນ໌ວ່າ ພວກ​ເຮົາ​
ຈະ​ບໍ່​ໃຫ້​ລາງວັນ​ ສຳລັບ​ການ​ປະພຶດ​ທີ່​ບໍ່ດີ.

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...