Wednesday, 10 January 2018

ຈີນ_ມີ​ລາຍ​ໄດ້​ຈາກ​ການທ່ອງທ່ຽວ​ເກືອບ 6 ພັນພັນຕື້ຢວນ


ທ່ານ ຫລີ່​ຈິນ​ເຊົາ ປະທານ​ ສຳນັກງານ​ ບໍລິຫານ ​ການທ່ອງທ່ຽວ ​ແຫ່ງ​ຊາດ ຈີນ (ຊີ​ເອັນ​ທີ​ເອ) ​ເປີດ​ເຜີຍ ​ໃນ​ກອງ​ປະຊຸມ​​ການທ່ອງທ່ຽວ ຈັດຂຶ້ນຢູ່ເມືອງ​ເຊີ​ຍະ​ເຫ​ມີນ ທາງ​ພາກຕາ​ເວັນ​ອອກ​ ຂອງ​ມົນທົນຟູ​ຈຽນ​ວ່າ: ອຸດສາຫະກຳ ​ການທ່ອງທ່ຽວ​ ຂອງ​ປະ​ເທດ​ ຈະສືບຕໍ່​ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ​. ​ປີ​ກາຍນີ້ ຂະແໜງ ການທ່ອງທ່ຽວ ໄດ້ສ້າງລາຍ​ໄດ້​ເຖິງ 5,4 ພັນ​ຕື້​ຢວນ, ໃນ​ນັ້ນ​ຊາວຈີນ ລວມມີ 5 ຕື້​ກວ່າ​ຄັ້ງ ​ໂດຍ​ສະ​ເລ່ຍ 1 ຄົນຕໍ່ ​ 3,7 ຄັ້ງ, ສ້າງ​ລາຍ​ໄດ້​ປະມານ 4,57 ພັນ​ຕື້​ຢວນ, ​ເພີ່ມ​ຂື້ນ 69% ເມື່ອທຽບໃສ່ປີ 2012, ຂະນະ​ດຽວ​ກັນ​ນັ້ນ ​ຊາວຈີນເດີນທາງໄປ​ຕ່າງປະ​ເທດ ລວມມີ 129 ລ້ານ​ຄັ້ງ​. ນອກ​ນີ້ ຍັງ​ສ້າງ​ວຽກ​ເຮັດ​ງານ​ທຳຫລາຍກວ່າ 80 ລ້ານ​ຕຳແໜ່​ງ ​ແລະ ກາຍ​ເປັນ​ອຸດສາຫະກຳ​ ຊ່ວຍ​ຊຸກຍູ້​ເສດຖະກິດ ໃຫ້ຫລຸດຜ່ອນບັນຫາຄວາມທຸກຍາກລົງໄດ້./.

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...