Sunday, 14 January 2018

ພົບ 2 ສົບ ຢູ່ ຊາກກຳປັ່ນ ບັນທຸກນໍ້າມັນ ຂອງ ອີຣ່ານ ທີ່ຖືກໄຟໄໝ້

ສື່​ມວນຊົນຂອງທາງການຈີນ ​ກ່າວ​ວ່າ ຊາກ​ສົບທັງສອງ​ໄດ້​ພົບ​ເຫັນ​ໃນ​ຕອນ​ເຊົ້າ​ວັນ​
ເສົາ​ມື້​ນີ້ ​ຢູ່​ເທິງກຳ​ປັ່ນ​ແຊນ​ຈີ ​ ທີ່ຍັງ​ໄຫລ​ລ່ອງແລະໄໝ້​ຢູ່​ນັ້ນ. ສົບຄົນ​ນຶ່ງທີ່ ໄດ້​ພົບ​ເຫັນ
ໃນ​ຕົ້ນ​ອາທິດ​ນີ້ ​ເຊື່ອກັນ​ວ່າ ເປັນ​ລູກ​ເຮືອອີກຄົນນຶ່ງຂອງຈຳນວນທັງ ໝົດ ​32 ຄົນ ທີ່​ຮວມທັງຊາວ​ອີຣ່ານ 30 ຄົນ ​ແລະ​ຊາວບັງ​ກລາ​ແດັສສອງ​ຄົນ.
ຄະນະເກັບ​ກູ້​ໄດ້​ພະ​ຍາຍາມທີ່​ເຂົ້າ​ໄປ​ຍັງບ່ອນພັກ​ເຊົາ​ຂອງພວກ​ລູກ​ເຮືອ ​ແຕ່​ໄດ້​ຖອຍ
​ຄືນ ​ຍ້ອນອຸນຫະພູມຍັງ​ສູງຢູ່.
ຄະນະກູ້​ໄພ ​ເຖິງ​ຢ່າງ​ໃດ​ກໍ​ດີ ​ສາມາດ​ນຳ​ເອົາ​ບັນທຶກ​ຂໍ້​ມູນ​ຂອງ​ກຳ​ປັ່ນອອກມາ ໄດ້.
ກຳ​ປັ່ນບັນທຸກນໍ້າ​ມັນ​ແຊນ​ຈີ ທີ່ລົງທະບຽນຢູ່​ປາ​ນາມາ ​ໄດ້​ອອກເດີນທາງຈາກ​ອີຣ່ານ
​ໄປເກົາຫຼີ​ໃຕ້ ບັນທຸກ​ນ້ຳມັນດິບ 136,000 ໂຕນ​ ​ເວ​ລາ​ກຳ​ປັ່ນລຳນີ້​ຕໍາ​ກັນໃນ​ວັນ​ເສົາ​
ແລ້ວ​ ​ກັບກຳ​ປັ່ນ​ຊີແອັຟ ຄຣິສໂຕລ (CF Crystal) ທີ່ຈົດທະບຽນຢູ່ຮົງກົງ ປະມານ
257 ກິ​ໂລ​ແມັດ​ ຫ່າງຈາກແຄມ​ຝັ່ງ​ທະ​ເລ​ຂອງນະຄອນ​ຊຽງ​ໄຮ້.
ກຳ​ປັ່ນຄຣິສ​ໂຕລ ​ມີ​ລູກ​ເຮືອ 21 ຄົນ ຊຶ່ງທັງ​ໝົ​ດ​ເປັນ​ຄົນ​ຈີນ​ ໄດ້​ຖືກຊ່ອຍຊີວິດ​ໄວ້ໄດ້
ຫລັງ​ຈາກ​ໄດ້ຕຳ​ກັນ. ກຳ​ປັ່ນ​ລໍານີ້ພວມລຳລຽງອາຫານປະເພດເມັດ​ຈາກ​ສະຫະລັດ
​ໄປ​ປະເທດ​ຈີນ.
ຍັງ​ບໍ່ທັນເປັນທີ່ຈະ​ແຈ້ງເທື່ອວ່າ ​ແມ່ນຫຍັງຄືສາ​ເຫດທີ່​ເຮັດໃຫ້ກຳປັ່ນທັງສອງ​ຕຳ​ກັນ.

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...