Wednesday, 24 January 2018
ບັນຍາກາດງານວັນລາວເພື່ອໂຄສະນາການທ່ອງທ່ຽວໃນສປປ.ລາວ ທີ່ຊຽງໃໝ່ ປະເທດໄທ 23 ມັງກອນ 2018.
ທ່ານ ລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ບໍ່ແສງຄຳ ວົງດາຣາ ໄດ້ຂຶ້ນກ່າວໃນງານ ທີ່ມີການເຂົ້າຮ່ວມຂອງບັນດາລັດຖະມົນຕີທ່ອງທ່ຽວຈາກປະເທດສະມາຊິກອາຊຽນ ເຊິ່ງທ່ານໄດ້ກ່າວວ່າ ສປປລາວ ໄດ້ຖືເອົາວຽກງານທ່ອງທ່ຽວເປັນໜຶ່ງໃນຂະແໜງບູລິມະສິດຍຸດທະສາດໃນການພັດທະນາເສດຖະກິດ-ສັງຄົມ ໂດຍໄດ້ກຳນົດເອົານະໂຍບາຍການທ່ອງທ່ຽວດ້ານວັດທະນະທຳ, ທຳມະຊາດ ແລະ ປະຫວັດສາດເປັນທ່າແຮງດຶງດູດນັກທ່ອງທ່ຽວສາກົນໃຫ້ມາທ່ຽວເມືອງລາວ.
ລັດຖະບານລາວ ໄດ້ປະກາດ ປີ 2018 ເປັນປີທ່ອງທ່ຽວລາວ ແລະ ໄດ້ສ້າງບັນດາກິດຈະກຳທ່ອງທ່ຽວ, ສິ່ງຮອບຮັບ, ໂຄງລ່າງພື້ນຖານເພື່ອຮອງຮັບໃຫ້ແກ່ນັກທ່ອງທ່ຽວ.
Subscribe to:
Post Comments (Atom)
ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ
ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...
-
ຊົນເຜົ່າ ອາຄາ ອີກຊື່ໜຶ່ງແມ່ນ ອີກໍ ເປັນຊົນເຜົ່າໜຶ່ງທີ່ຈັດຢູ່ໃນໝວດພາສາ ຈີນ-ຕີເບດ ເຊິ່ງປະກອບມີຫຼາຍແຊງ ເຊັ່ນ: ຈີຈໍ, ປູລີ, ປານາ, ກໍເຟ, ໂອມາ, ນ...
-
ວັນນີ້ຂໍທວນຄືນວິລະກຳໂຕນຄຸກຂອງຜູ້ນຳພັກ ແລະ ແນວລາວຮັກຊາດ ເນື່ອງໃນໂອກາດ ລະນຶກເຖິງວັນໂຕນຄຸກ ແບບມະຫັດສະຈັນຂອງບັນດາຜູ້ນຳພັກ ແລະ ແນວລາວຮັກຊາດ ວິລ...
-
ສະຖາບັນວິທະຍາສາດສັງຄົມແຫ່ງຊາດລາວ ໄດ້ຕີພີມປື້ມຄວາມເປັນຈິງກ່ຽວກັບຈຸດຄົງຄ້າງເສັ້ນຊາຍແດນລາວ-ກຳປູເຈຍ ເຊິ່ງມີເນື້ອໃນສຳຄັນວ່າ: ສປປ.ລາວ ແລະ ກຳປູເ...





No comments:
Post a Comment