ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຊີ້ນຳຕໍ່ບັນດາສະມາຊິກລັດຖະບານ ໂດຍຢ້ຳວ່າ: ປີ 2018 ຕ້ອງໄດ້ເອົາໃຈໃສ່ສືບຕໍ່ການລະດົມ ແລະ ນຳໃຊ້ທຶນເພື່ອການພັດທະນາເສດຖະກິດ-ສັງຄົມ ໃຫ້ມີປະສິດທິຜົນສູງກວ່າເກົ່າ ໃນນັ້ນ ໃຫ້ເອົາໃຈໃສ່ເປັນພິເສດໃນການຊຸກຍູ້ຈັດຕັ້ງປະຕິບັດ ບັນດາໂຄງການຮ່ວມມືລະຫວ່າງປະເທດເຮົາ ແລະ ໃຫ້ຮ່ວມມືສາກົນ.
ທ່ານນາຍົກລັດຖະມົນຕີ ໄດ້ແນະນຳຕື່ມວ່າ: ໃຫ້ຮີບຮ້ອນຜັນຂະຫຍາຍສ້າງເປັນໂຄງການລະອຽດ ແລະ ປະສານກັບພາກສ່ວນກ່ຽວຂ້ອງຂອງຈີນ ເພື່ອໃຫ້ສາມາດຈັດຕັ້ງປະຕິບັດຢ່າງມີປະສິດທິຜົນໂດຍໄວ ສຳລັບໂຄງການຊ່ວຍເຫຼືອທາງການຂອງ ສປ ຈີນ ໃນມູນຄ່າ 4 ຕື້ຢວນ ແລະ 1,2 ຕື້ຢວນ ນັບທັງໂຄງການຮ່ວມມື ລາວ-ຫວຽດນາມ ທີ່ລັດຖະບານທັງສອງປະເທດ ໄດ້ເປັນເອກະພາບດ້ານຫຼັກການແລ້ວໃຫ້ມີການປະສານ ແລະ ເຈລະຈາກັບພາກສ່ວນກ່ຽວຂ້ອງຂອງ ສສ ຫວຽດນາມ ເພື່ອຈັດຕັ້ງປະຕິບັດ ເພື່ອໃຫ້ໄດ້ຮ່ວມລົງນາມໃນ 4 ສັນຍາ ໃນໂອກາດການພົບປະລະຫວ່າງສອງກົມການເມືອງ ແລະ ກອງປະຊຸມຄະນະກຳມາທິການ ລາວ-ຫວຽດນາມ ຄັ້ງທີ 40 ໃນເດືອນມັງກອນ ປີ 2018.
ສະເພາະບັນດາໂຄງການທີ່ໄດ້ສະເໜີຂໍກູ້ຢືມມູນຄ່າສູງ ທີ່ສະພາໄດ້ຮັບຮອງແລ້ວ ໃຫ້ຮີບຮ້ອນປະສານສົມທົບກັບຜູ້ໃຫ້ທຶນກູ້ຢືມ ເພື່ອໃຫ້ສາມາດຈັດຕັ້ງປະຕິບັດໂດຍໄວ ທັງນີ້ ໃນຕໍ່ໜ້າການກູ້ຢືມຈະເນັ້ນໃສ່ບັນດາໂຄງການທີ່ມີປະສິດທິຜົນສູງເທົ່ານັ້ນ ເພື່ອບໍ່ໃຫ້ເພີ່ມໜີ້ສິນຫຼາຍເກີນໄປ ສ່ວນບັນດາໂຄງການລົງທຶນຂະໜາດໃຫຍ່ ທີ່ໄດ້ເລີ່ມດຳເນີນການຈັດຕັ້ງປະຕິບັດແລ້ວ ໂດຍຊຸກຍູ້ໃຫ້ສາມາດດຳເນີນໄປຕາມແຜນ ເຊັ່ນ: ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ໂຄງການພັດທະນາຕາມນະໂຍບາຍໜຶ່ງແລວໜຶ່ງເສັ້ນທາງ ໂຄງການພັດທະນາເຂດເສດຖະກິດພິເສດ ທີ່ກຳລັງດຳເນີນໂຄງການທີ່ກຳລັງສຶກສາຄວາມເປັນໄປໄດ້ ແລະ ໂຄງການລົງທຶນຂະໜາດໃຫຍ່ອື່ນໆທີ່ມີຜົນກະທົບສູງຕໍ່ການພັດທະນາ ໃຫ້ສາມາດດຳເນີນໄປໄດ້ດີ.
ຢ່າງໃດກໍ່ຕາມ ທ່ານ ທອງລຸນ ສີສຸລິດ ລະບຸວ່າ: ເພື່ອລະດົມທຶນເພື່ອການພັດທະນາທັງພາຍໃນ ແລະ ຕ່າງປະເທດ ທັງດ້ານປະລິມານ ແລະ ຄຸນະພາບໃຫ້ໄດ້ຫຼາຍຂຶ້ນ ຕ້ອງໄດ້ເອົາໃຈໃສ່ວຽກງານປັບປຸງສະພາບແວດລ້ອມຂອງການດຳເນີນທຸລະກິດ ສຸມໃສ່ແກ້ໄຂບັນຫາຄວາມບໍ່ສະດວກໃນການດຳເນີນທຸລະກິດ ແລະ ການອະນຸມັດການລົງທຶນຜ່ານປະຕູດຽວໃຫ້ວ່ອງໄວ ໂປ່ງໃສ ສອດຄ່ອງຕາມກົດໝາຍ ລະບຽບການ ສູ້ຊົນເຮັດໃຫ້ອັນດັບຄວາມສະດວກ ໃນການດຳເນີນທຸລະກິດຢູ່ປະເທດເຮົາໃຫ້ດີຂຶ້ນ ໃນປີ 2018-2019 ພ້ອມນີ້ ກໍ່ໃຫ້ເອົາໃຈໃສ່ຈັດຕັ້ງປະຕິບັດແຜນພັດທະນາວິສາຫະກິດຂະໜາດນ້ອຍ ຂະໜາດກາງ ໄລຍະປີ 2016-2020 ທີ່ລັດຖະບານໄດ້ອອກດຳລັດຮັບຮອງ ແລະ ປະກາດໃຊ້ແລ້ວ ເພື່ອຊຸກຍູ້ການພັດທະນາຂອງ SMEs ຢູ່ປະເທດເຮົາໃຫ້ເຂັ້ມແຂງເທື່ອລະກ້າວ.

No comments:
Post a Comment