Wednesday, 3 January 2018
ປີ 2017 ລັດຖະບານສັ່ງຍຸບໂຮງງານປຸງແຕ່ງໄມ້ 140 ແຫ່ງ
ໃນປີ 2017 ຜ່ານມາ ລັດຖະບານໄດ້ເອົາໃຈໃສ່ສົ່ງເສີມການຜະລິດສິນຄ້າ ແລະ ການບໍລິການໃຫ້ມີຄວາມຫຼາກຫຼາຍ ເພື່ອຫຼຸດຜ່ອນການເອື່ອຍອີງໃສ່ຊັບພະຍາກອນທຳມະຊາດ ໃນຂະນະດຽວກັນ ກໍ່ໄດ້ມີການປັບປຸງ ແລະ ດັດສົມໂຮງງານປຸງແຕ່ງໄມ້ທົ່ວປະເທດ ທີ່ດຳເນີນກິດຈະການກ່ອນຄຳສັ່ງເລກທີ 15/ນຍ ເຊິ່ງມີ 1.595 ແຫ່ງ ໃນນັ້ນ ມີໂຮງງານທີ່ບໍ່ໄດ້ມາດຕະຖານ ແລະ ເຄື່ອນໄຫວຜິດກົດໝາຍຖືກສັ່ງຍຸບຈຳນວນ 140 ແຫ່ງ ຄື: ຢູ່ແຂວງໄຊຍະບູລີ ຍົກເລີກ 83 ແຫ່ງ ນະຄອນຫຼວງ 8 ແຫ່ງ ບໍລິຄຳໄຊ 13 ແຫ່ງ ສະຫວັນນະເຂດ 13 ແຫ່ງ ສາລະວັນ 4 ແຫ່ງ ແລະ ແຂວງເຊກອງ 19 ແຫ່ງ ອີງຕາມແຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະບານ 2017.
ການຈັດຕັ້ງຜັນຂະຫຍາຍຄຳສັ່ງເລກທີ 15/ນຍ ປີຜ່ານມາແມ່ນເປັນຂະບວນການກວ້າງຂວາງ ແລະ ມີຜົນສຳເລັດສູງຢູ່ໃນຂອບເຂດທົ່ວປະເທດ ເຊິ່ງສາມາດປັບປຸງແກ້ໄຂ ແລະ ສະກັດກັ້ນບັນຫາການລັກລອບການຂຸດຄົ້ນໄມ້ ແລະ ສົ່ງອອກໄມ້ແບບບໍ່ຖືກຕ້ອງຕາມກົດໝາຍ ຫຼຸດໜ້ອຍຖອຍລົງຢ່າງຊັດເຈນ ທັງຫຼຸດຜ່ອນການທຳລາຍປ່າໄມ້ແບບຊະຊາຍ ເຊິ່ງເປັນການປະກອບສ່ວນເຮັດໃຫ້ການປົກຫຸ້ມປ່າໄມ້ຂອງ ສປປ ລາວ ບັນລຸຕາມແຜນການ 70% ໃນປີ 2020 ຢ່າງໃດກໍ່ຕາມ ການປະຕິບັດນະໂຍບາຍດັ່ງກ່າວ ໄດ້ສົ່ງຜົນຈຳນວນໜຶ່ງຕໍ່ການປະຕິບັດລາຍຮັບບໍ່ໄດ້ຕາມຄາດໝາຍຢູ່ບາງແຂວງໃນທົ່ວປະເທດ ແຕ່ວ່າພາກລັດກໍ່ໄດ້ມີນະໂຍບາຍສົ່ງເສີມຜະລິດເປັນສິນຄ້າ ການຂຸດຄົ້ນ ແລະ ນຳໃຊ້ທ່າແຮງທີ່ມີຢູ່ໃນແຕ່ລະແຂວງໃຫ້ມີຄວາມເໝາະສົມ.
ສຳລັບການສົ່ງເສີມ ແລະ ພັດທະນາສິນຄ້າທີ່ເປັນທ່າແຮງ ແລະ ສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ ຫຼື ໂອດັອບ (ODOP) ປະຕິບັດໄດ້ 16 ຫົວໜ່ວຍ ມີ 90 ຜະລິດຕະພັນ ພ້ອມທັງອອກໃບອະນຸຍາດນຳໃຊ້ກາໝາຍສິນຄ້າ (ODOP) ແຫ່ງຊາດ ໃຫ້ 17 ແຂວງ ມີ 138 ຫົວໜ່ວຍ ມີ 533 ຜະລິດຕະພັນ ຢູ່ 132 ບ້ານ 72 ເມືອງ ໃນນັ້ນ ຜະລິດຕະພັນຫັດຖະກຳ 81 ຫົວໜ່ວຍ ອາຫານ-ເຄື່ອງດື່ມ 49 ຫົວໜ່ວຍ ແລະ ຢາພື້ນເມືອງ 8 ຫົວໜ່ວຍ ພາຍຫຼັງທີ່ລັດຖະບານໄດ້ຮ່ວມມືກັບບໍລິສັດດ້ານອາຫານ ນ້ຳມັນ ແລະ ຊີລຽວຂອງ ສປ ຈີນ ໃນການສົ່ງອອກໄປຈີນ ຈຳນວນ 20 ພັນໂຕນ ປັດຈຸບັນ ຊວນເຢລາວ ຈຳກັດ ແລະ ບໍລິສັດ ໄອດີພີ ໄດ້ສົ່ງສິນຄ້າເຂົ້າຈີນແລ້ວ 4.250 ໂຕນ ທັງນີ້ ແນໃສ່ສ້າງສະພາບແວດລ້ອມດ້ານລະບຽບກົດໝາຍ ທີ່ອຳນວຍຄວາມສະດວກໃຫ້ແກ່ການສ້າງຕັ້ງ ການດຳເນິນ ແລະ ຂະຫຍາຍທຸລະກິດ. ຂ່າວ: ນສພ ວຽງຈັນໃຫ່ມ
Subscribe to:
Post Comments (Atom)
ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ
ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...
-
ຊົນເຜົ່າ ອາຄາ ອີກຊື່ໜຶ່ງແມ່ນ ອີກໍ ເປັນຊົນເຜົ່າໜຶ່ງທີ່ຈັດຢູ່ໃນໝວດພາສາ ຈີນ-ຕີເບດ ເຊິ່ງປະກອບມີຫຼາຍແຊງ ເຊັ່ນ: ຈີຈໍ, ປູລີ, ປານາ, ກໍເຟ, ໂອມາ, ນ...
-
ວັນນີ້ຂໍທວນຄືນວິລະກຳໂຕນຄຸກຂອງຜູ້ນຳພັກ ແລະ ແນວລາວຮັກຊາດ ເນື່ອງໃນໂອກາດ ລະນຶກເຖິງວັນໂຕນຄຸກ ແບບມະຫັດສະຈັນຂອງບັນດາຜູ້ນຳພັກ ແລະ ແນວລາວຮັກຊາດ ວິລ...
-
ສະຖາບັນວິທະຍາສາດສັງຄົມແຫ່ງຊາດລາວ ໄດ້ຕີພີມປື້ມຄວາມເປັນຈິງກ່ຽວກັບຈຸດຄົງຄ້າງເສັ້ນຊາຍແດນລາວ-ກຳປູເຈຍ ເຊິ່ງມີເນື້ອໃນສຳຄັນວ່າ: ສປປ.ລາວ ແລະ ກຳປູເ...

No comments:
Post a Comment