Thursday, 11 January 2018

ຈີນ_ຈະສັ່ງຊື້ເຮືອບິນ_ແອບັດຈາກ ຝຣັ່ງ 184 ລຳ


ລັດຖະບານ ຝຣັ່ງ ປະກາດ ກ່ຽວກັບ ການໄດ້ຮັບໃບສັ່ງຊື້ເຮືອບິນ ແອຣບັດລຸ້ນ A320 ຈາກລັດຖະບານຈີນ ຈຳນວນ 184 ລຳ ໂດຍມີ ມູນຄ່າ ປະມານ 18.000 ລ້ານໂດລາສະຫະລັດ, ສຳລັບໃຫ້ບໍລິການ ໃນສາຍການບິນທ້ອງຖິ່ນ 13 ແຫ່ງ ຊຶ່ງເບື້ອງຕົ້ນ ຄາດວ່າ ຈະສົ່ງມອບ ສິນຄ້າ ຕາມລາຍການສັ່ງຊື້ໄດ້ ໃນລະຫວ່າງປີ 2019-2020. ຂະນະທີ່ ປະທານາທິບໍດີ ຝຣັ່ງ ເອມມານູເອລ ມາຄຣົງ ສໍາເລັດ ການຢ້ຽມຢາມຈີນ ຢ່າງເປັນທາງການ ໃນເວລາ 3 ວັນ, ນອກນີ້ ຝຣັ່ງ ຍັງຈະພະຍາຍາມ ສະເໜີຂາຍ ເຮືອບິນລຸ້ນ A350 ແລະ A380 ອີກດ້ວຍ./. 

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...