ແລງວັນທີ 3 ທັນວານີ້, ໄດ້ເກີດມີຄວັນສີດຳ ຈຳນວນຫລາຍອອກຈາກອາຄານ ສູນການຄ້າ ເວີລເທດເຊັນເຕີ (World Trade Center), ທີ່ພວມຢູ່ໃນໄລຍະການກໍ່ ສ້າງ ໄດ້ສ້າງຄວາມຕົກໃຈໃຫ້ຜູ້ທີ່ພົບເຫັນ ບວກກັບເສັ້ນທາງຄູວຽງ ທີ່ມີລົດທຽວຢ່າງບໍ່ ຂາດສາຍ ພາຍຫລັງເກີດເຫດການດັ່ງກ່າວ ກໍເຮັດໃຫ້ການສັນຈອນຕິດຄັດດົນເຕີບ.
ທ່ານ ຈັນທະບູນ ແກ້ວມະນີວົງ ຫົວໜ້າພະແນກສະກັດກັ້ນ ແລະ ຕ້ານອັກຄີໄພ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ເຫດການດັ່ງກ່າວ ເກີດຂຶ້ນໃນເວລາປະມານ 16:30 ໂມງຂອງວັນທີ 3 ທັນວານີ້,
ຍ້ອນກຳມະກອນ ໄດ້ຈອດເຫລັກເຮັດໃຫ້ສະເກັດໄຟປິວ ໄປໃສ່ທໍ່ຢາງ ຈົນເກີດແປວໄຟລຸກໄໝ້ ເສຍຫາຍສົມຄວນ, ໂດຍເຈົ້າໜ້າທີ່ ໄດ້ນຳລົດນ້ຳ 3 ຄັນເຂົ້າຊ່ວຍເຫລືອ, ຊຶ່ງໃຊ້ເວລາປມະນ 15 ນາທີ ກໍສາມາດຄວບຄຸມເພີງໄວ້ໄດ້, ໂຊກດີເຫດການຄັ້ງນີ້ ບໍ່ມີຄົນໄດ້ຮັບບາດເຈັບ ແລະ ເສຍຊີວິດ.
Subscribe to:
Post Comments (Atom)
ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ
ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...
-
ຊົນເຜົ່າ ອາຄາ ອີກຊື່ໜຶ່ງແມ່ນ ອີກໍ ເປັນຊົນເຜົ່າໜຶ່ງທີ່ຈັດຢູ່ໃນໝວດພາສາ ຈີນ-ຕີເບດ ເຊິ່ງປະກອບມີຫຼາຍແຊງ ເຊັ່ນ: ຈີຈໍ, ປູລີ, ປານາ, ກໍເຟ, ໂອມາ, ນ...
-
ວັນນີ້ຂໍທວນຄືນວິລະກຳໂຕນຄຸກຂອງຜູ້ນຳພັກ ແລະ ແນວລາວຮັກຊາດ ເນື່ອງໃນໂອກາດ ລະນຶກເຖິງວັນໂຕນຄຸກ ແບບມະຫັດສະຈັນຂອງບັນດາຜູ້ນຳພັກ ແລະ ແນວລາວຮັກຊາດ ວິລ...
-
ສະຖາບັນວິທະຍາສາດສັງຄົມແຫ່ງຊາດລາວ ໄດ້ຕີພີມປື້ມຄວາມເປັນຈິງກ່ຽວກັບຈຸດຄົງຄ້າງເສັ້ນຊາຍແດນລາວ-ກຳປູເຈຍ ເຊິ່ງມີເນື້ອໃນສຳຄັນວ່າ: ສປປ.ລາວ ແລະ ກຳປູເ...






No comments:
Post a Comment