Sunday, 10 December 2017

UNESCO ຂຶ້ນທະບຽນ ສຽງດົນຕີຈາກແຄນຂອງຄົນລາວ ເປັນມໍລະດົກທາງວັດທະນະທຳທີ່ຈັບຕ້ອງບໍ່ໄດ້





ອົງ​​ການ​ຢູ​ເນສ​ໂກ​ ປະ​ກາດ​ຂຶ້ນ​ທະ​ບຽນ​ ສຽງແຄນ ຈາກເຄື່ອງດົນຕີປະຈຳຊາດຂອງລາວ​ ເປັນ​ມໍລະດົກ​ທາງ​ວັດທະນະທຳ​ທີ່​ຈັບ​ຕ້ອງ​ບໍ່​ໄດ້​ ເມື່ອ​ວັນທີ 7 ທັນວາ 2017 ທີ່ຜ່ານມາ.​
ອົງ​​ການ​ການສຶກສາ​, ວິທະຍາ​ສາດ​ ແລະ ​ວັດທະນະທຳ​ແຫ່ງ​ສະຫະປະ​ຊາ​ຊາດ​ ຫຼື ​ຢູ​ເນສ​ໂກ (UNESCO)​ ປະ​ກາດ​ໃຫ້ ສຽງແຄນ ຈາກ ສປປ ລາວ​ ໄດ້ຮັບ​ການ​ຂຶ້ນ​ທະ​ບຽນ​ເປັນ​ມໍລະດົກ​ພູ​ມປັນຍາ​ທາງ​ວັດທະນະທຳ​ທີ່​ຈັບ​ຕ້ອງ​ບໍ່​ໄດ້​ ເມື່ອວັນພະຫັດທີ່ຜ່ານມາ (7 ທັນວາ 2017)​ ທີ່​ເກາະ​ເຊ​ຈູ​ ເກົາ​ຫຼີ​ໃຕ້.​
ເວັບໄຊທາງການຂອງຢູເນສໂກລະບຸວ່າ ສຽງດົນຕີຈາກແຄນຂອງຄົນລາວ (The khaen music of Lao People) ແມ່ນສຽງດົນຕີທີ່ຫຼິ້ນໂດຍເປົ່າລົມອອກຈາກປາກໃສ່ໃນເຄື່ອງດົນຕີທີ່ເອີ້ນວ່າ ແຄນ ເຊິ່ງເຮັດຈາກໄມ້ໄຜ່ຄວາມຍາວຫຼາກຫຼາຍຂະໜາດ. ຜູ້ຫຼິ້ນເຄື່ອງດົນຕີຊະນິດດັ່ງກ່າວຈະເປົ່າລົມຜ່ານຮູຮັບລົມ ແລະ ສຽງທີ່ເກີດຂຶ້ນກໍຈະອີງໃສ່ຄວາມຍາວຂອງລຳລູກແຄນແຕ່ລະອັນ. ສຽງແຄນແມ່ນເປັນທີ່ນິຍົມກັນໃນທົ່ວທຸກພາກຂອງ ສປປ ລາວ ແລະ ເປັນສ່ວນໜຶ່ງຂອງບຸນປະເພນີໃນແຕ່ລະບ້ານ ພ້ອມທັງມີການປັບປ່ຽນເພື່ອໃຫ້ຜູ້ຟັງເຂົ້າເຖິງງ່າຍ. ຢູເນສໂກຍັງລະບຸຕື່ມວ່າ ການໃຊ້ໄມ້ໃຜ່ເຮັດແຄນມີຄວາມກ່ຽວຂ້ອງກັບການກະສິກຳຕາມທຳມະຊາດ ແລະ ວິຖີຊີວິດທີ່ດີ. ໃນປີ 2005 ໄດ້ມີການສ້າງຕັ້ງສະມາຄົມສິລະປະການຫຼິ້ນແຄນ ເພື່ອສົ່ງເສີມ ແລະ ພັດທະນາສິລະປະດັ່ງກ່າວນຳອີກ.

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...