“ສະບາຍດີ ຊື່ແທ້ຂ້ານ້ອຍແມ່ນ ອອນເດຣ ສຸກຄຳທັດ, ຂ້ານ້ອຍ 29 ປີ. ເກີດຢູ່ເມືອງ
ໂພຣວິເດັນສ໌ ລັດ ໂຣດ ໄອແລນ.”
ໂພຣວິເດັນສ໌ ລັດ ໂຣດ ໄອແລນ.”
ທ້າວ ອອນເດຣ ເປັນລູກຊາຍກົກຂອງອົບພະຍົບຄົນລາວ ຈາກແຂວງສະຫວັນນະ
ເຂດ, ມີນ້ອງຊາຍສອງຄົນ ແລະ ນ້ອງສາວ ຄົນນຶ່ງ.

ສະໄໝສົງຄາມໂລກ ພໍ່ຂອງ ອອນເດຣ ຊື່ວ່າ ທ່ານ ວິລລຽມ ສຸກຄຳທັດ ໄດ້ອົບພະຍົບ
ມາ ສະຫະລັດ ຕັ້ງແຕ່ເພິ່ນມີອາຍຸ 18 ປີ. ສ່ວນແມ່ຂອງລາວທ່ານນາງ ຈັນທະລັງສີ
ສຸກຄຳທັດ ໄດ້ຍ້າຍມາ ສະຫະລັດ ກັບຄອບຄົວບຸນທຳຕັ້ງແຕ່ອາຍຸ 5 ປີ.

ທ້າວ ອອນເດຣ ກ່າວວ່າ “ແມ່ຂອງຂ້າພະເຈົ້າຖືກຮັບເອົາມາລ້ຽງຈາກຄອບຄົວນຶ່ງ
ເພື່ອມາອາໄສຢູ່ ອາເມຣິກາ ກັບຄອບຄົວບຸນທຳຂອງລາວ, ລາວເຄີຍເຮັດວຽກໃຫ້
ຄອບຄົວນັ້ນ ແລະ ເຂົາເຈົ້າກໍໄດ້ເອົາລາວມາພີ້, ອາເມຣິກາ ຕອນປະມານ 4 ຫາ 5 ປີ.
ສຳລັບພໍ່ຂອງຂ້າພະເຈົ້າ ລາວໄດ້ໄປສູນອົບພະຍົບ, ລາວໄດ້ລອຍຂ້າມແມ່ນໍ້າຂອງ
ເພື່ອຫຼົບໜີຈາກສົງຄາມໄປສູນອົບພະຍົບໃນ ໄທ. ລາວມາຮອດ ອາເມຣິກາ ຕອນປະ
ມານ 17, 18 ປີ.

ຕອນນີ້ ອອນເດຣ ໄດ້ສ້າງຄອບຄົວແລ້ວ, ມີພັນລະຍາເປັນຄົນລູກຊອດລາວ ອາເມຣິ
ກັນຊື່ວ່າ ເຈມີ ສຸກຄຳທັດ ແລະ ປັດຈຸບັນນີ້ມີລູກນຳກັນສອງຄົນ, ຜູ້ກົກຊື່ ເບັນສັນ ແລະ
ຜູ້ທີສອງຊື່ ພາເກີ.”

ທ້າວ ອອນເດຣ ກ່າວວ່າ “ເມຍຂອງຂ້າພະເຈົ້າເຮັດວຽກເປັນຜູ້ຊ່ວຍບໍລິຫານໃຫ້ທ່ານ
ໝໍ ຜູ້ທີ່ພະຍາຍາມຫາທາງປິ່ນປົວໂຣກມະເຮັງ, ລາວແມ່ນລູກຊອດ ລາວ ອາເມຣິກັນ,
ແຕ່ງງານກັນໄດ້ປີນຶ່ງ ແຕ່ວ່າຢູ່ນຳກັນໄດ້ 10 ປີແລ້ວ. ລາວເຄີຍເປັນນາງສາວ Miss
Teen ລັດ Rhode Island."

ຕອນຍັງເປັນໄວໜຸ່ມນັ້ນ ທ້າວ ອອນເດຣ ແລະ ແຟນ ເຊິ່ງແມ່ນພັນລະຍາຂອງລາວໃນ
ປັດຈຸບັນນີ້ ໄດ້ຜ່ານຜ່າມໍລະສຸມຊີວິດນຳກັນຕັ້ງແຕ່ຕອນເຂົາເຈົ້າຍັງເປັນນັກຮຽນ ເມື່ອ
ເຂົາເຈົ້າທັງສອງໄດ້ມີລູກນຳກັນ ແລະ ລູກຜູ້ນັ້ນກໍເປັນໂຣກຜິວໜັງຊະນິດຮ້າຍແຮງ
ແລະ ຕໍ່ມາກໍໄດ້ເສຍຊີວິດ. ລາວຕ້ອງໄດ້ດິ້ນຮົນເພື່ອຫາເງິນລ້ຽງຄອບຄົວ ຈົນໃນທີ່ສຸດ
ກໍຄົ້ນພົບຫົນທາງເຂົ້າສູ່ວົງການກິລາສິລະປະປ້ອງກັນຕົວປະສົມ.

ທ້າວ ອອນເດຣ ກ່າວວ່າ “ຕອນນັ້ນຂ້ານ້ອຍອາຍຸ 18 ປີ ຮຽນຢູ່ຊັ້ນມັດທະຍົມປີສຸດທ້າຍ
ທີ່ໂຮງຮຽນມັດທະຍົມ ວູນຊັອກແກັດ, ຕອນນັ້ນແຟນຂ້ານ້ອຍ, ລາວມີລູກ, ເຮົາມີລູກ
ນຳກັນ, ຂ້າພະເຈົ້າໄດ້ທຶນໄປຮຽນກິລາເຕະບານ ແຕ່ຂ້ານ້ອຍໄດ້ຍອມຖິ້ມມັນ ແລະ ໄດ້
ຕັດສິນໃຈໄປເຮັດການ, ແລະ ນັ້ນແມ່ນວິທີທີ່ຂ້ານ້ອຍໄດ້ວຽກຢູ່ ໂຮມດີໂປ ເພາະວ່າ
ຂ້ານ້ອຍຢາກມີເງິນເພື່ອລ້ຽງຄອບຄົວ, ເພື່ອລູກຊາຍຂອງຂ້ານ້ອຍ. ຫຼັງຈາກເຮັດວຽກ
ແລ້ວຂ້ານ້ອຍເຫັນຈິມແຫ່ງນຶ່ງຢູ່ຖະໜົນແຖວນັ້ນ, ໝູ່ຂອງຂ້ານ້ອຍຖາມວ່າ ໄປ່ໄປຊົກ
ມວຍ ແລະ ຂ້ານ້ອຍໄດ້ໄປລອງ ແລະນັບຕັ້ງແຕ່ນັ້ນມາ ຂ້ານ້ອຍກໍຕິດໃຈ. ຂ້ານ້ອຍບໍ່
ໄດ້ຂາດແມ່ນແຕ່ມື້ດຽວ. ແຕ່ລູກຂອງຂ້ານ້ອຍລາວເກີດມາພ້ອມກັບເຊື້ອໂຣກ, ລາວ
ເກີດມາພ້ອມໂຣກຜິວໜັງ, ມີພຽງນຶ່ງໃນ 50 ພັນຄົນເທົ່ານັ້ນທີ່ຕິດໂຣກນີ້ໃນແຕ່ລະປີ.
ເປັນໂຣກທີ່ບໍ່ຄ່ອຍມີ ແລະ ບໍ່ຄ່ອຍມີໃຜຮູ້ຈັກ. ສະນັ້ນຂ້ານ້ອຍ ແລະ ເມຍຕ້ອງໄດ້ຮັບ
ມືກັບມັນ. ຫຼັງຈາກນັ້ນ 9 ເດືອນລາວກໍໄດ້ເສຍຊີວິດ. ຂ້ານ້ອຍໄດ້ເຮັດຫຼາຍຢ່າງເພື່ອ
ຫາເງິນຊ່ວຍເຫຼືອຜູ້ທີ່ຕິດເຊື້ອໂຣກນັ້ນ. ລູກຊາຍຜູ້ນັ້ນແມ່ນເຫດຜົນທີ່ຂ້ານ້ອຍເລີ່ມຊົກ
ມວຍເພາະວ່າ ຖ້າບໍ່ແມ່ນລາວໄດ້ເກີດມາ ຂ້ານ້ອຍກໍຄົງຈະບໍ່ຮູ້ ກ່ຽວກັບ ກິລາສິລະປະ
ປ້ອງກັນຕົວປະສົມ. ຂ້ານ້ອຍກໍຄົງຈະບໍ່ໄດ້ທົດລອງເບິ່ງ ເພາະວ່າຂ້ານ້ອຍມັກກິລາເຕະ
ບານ, ຂ້ານ້ອຍເຄີຍຫວັງວ່າຈະໄປມະຫາວິທະຍາໄລ ເພື່ອເຕະບານ ແລະ ຫວັງວ່າຈະ
ເປັນນັກກິລາເຕະບານອາຊີບ. ແລະ ຂ້ານ້ອຍໄດ້ຕັດສິນໃຈທີ່ຈະອອກໂຮງຮຽນ ແລະ
ເລີ່ມເຮັດວຽກ. ແລະ ຂ້ານ້ອຍໄດ້ຄົ້ນພົບກິລາ MMA ແລະ ກໍເປັນຍ້ອນລາວ. ລາວ
ແມ່ນແຮງຜັກດັນຂອງຂ້ານ້ອຍໃນການຝຶກຊ້ອມ 10, 11 ປີ. ລາວເຮັດໃຫ້ຂ້ານ້ອຍຮູ້
ຖ່ອມຕົວ, ແລະ ຂ້ານ້ອຍຮູ້ແນ່ນອນວ່າລາວເຝົ້າເບິ່ງຂ້ານ້ອຍ ແລະ ຄອບຄົວຢູ່. ຂ້າ
ນ້ອຍເຄີຍຜ່ານຜ່າຫຼາຍຢ່າງ ແຕ່ບໍ່ເຄີຍຜ່ານແມ່ນຫຍັງຄືແນວນັ້ນ. ລາວໃຫຽ່ມາໄດ້ 9
ເດືອນ ກັບ6 ມື້ ແລ້ວລາວກໍເສຍຊີວິດ. ວິທີທີ່ຂ້ານ້ອຍໄວ້ທຸກໃຫ້ລາວກໍຄືການຝຶກຊ້ອມ
ມວຍຢູ່ຈິມທຸກໆມື້ ເພື່ອເອົາຄວາມຮູ້ສຶກນັ້ນອອກ. ຈົນກາຍເປັນການຫຼົງໄຫຼ. ຫຼັງຈາກ
ການຊ້ອມ ແລະ ຊົກຫຼາຍຄັ້ງຈົນເຮັດໃຫ້ກາຍເປັນອາຊີບ. ແລະ ອາຊີບຂອງຂ້ານ້ອຍ
ກໍໄດ້ຮຸ່ງເຮືອງຂຶ້ນຢ່າງວ່ອງໄວ. ແລະ ຈົນມາຮອດຕອນນີ້ຂ້ານ້ອຍກໍຢູ່ໃນວົງການ UFC,
10, 11 ປີຫຼັງຈາກຂ້ານ້ອຍໄດ້ລອງກິລານັ້ນ.

ແຕ່ຕອນເລີ່ມຝຶກຊ້ອມກິລານີ້ ທາງຄອບຄົວບາງຄົນກໍເຫັນດີ ແລະ ບາງຄົນກໍບໍ່ເຫັນດີ
ດ້ວຍ ກັບການຕັດສິນໃຈຂອງລາວ. ເຊິ່ງເຫດຜົນມີດັ່ງນີ້.

ທ້າວ ອອນເດຣ ກ່າວວ່າ “ພໍ່ຂ້ານ້ອຍກໍເປັນນັກມວຍ, ລາວວ່າລາວບໍ່ຢາກໃຫ້ຂ້ານ້ອຍ
ຕີ, ເພາະວ່າລາວວ່າຂ້ານ້ອຍງາມໂພດ, ຂ້ານ້ອຍຫຼໍ່ໂພດ ລາວມັກຈະກີດກັນຂ້ານ້ອຍ
ອອກຈາກມັນ, ແຕ່ເມື່ອຂ້ານ້ອຍເວົ້າວ່າ ພໍ່, ຂ້ານ້ອຍຢາກຕີມວຍ, ລາວກໍເລີຍຊ່ອຍ,
ລາວຝຶກຊ້ອມໃຫ້ຂ້ານ້ອຍດົນປະມານ 7 ຫາ 8 ປີຈາກຕອນເລີ່ມຕົ້ນ ລາວເປັນຄູຝຶກ
ໃຫ້ຂ້ານ້ອຍ, ລາວແມ່ນອາຈານຂອງຂ້ານ້ອຍ. ລາວສອນຂ້ານ້ອຍມວຍລາວ, ທຸກຢ່າງ
ທີ່ລາວຮູ້ ລາວມັກຈະສະໜັບສະໜູນຂ້ານ້ອຍສຳລັບທຸກຢ່າງທີ່ຂ້ານ້ອຍຫຼິ້ນ. ເຕະບານ,
ບາສແກັດບອລ, ການຕໍ່ສູ້, ລາວມັກຈະສະໜັບສະໜູນຂ້ານ້ອຍ ລາວເວົ້າວ່າ ຄັນເຮັດ
ຫຍັງຕ້ອງໄດ້ຕັ້ງໃຈທີ່ສຸດ, ຍ້ອນແນວນັ້ນ ຂ້ານ້ອຍຈຶ່ງຮຽນຈາກລາວ, ທຸກຢ່າງທີ່ຂ້ານ້ອຍ
ເຮັດຂ້ານ້ອຍຕ້ອງທຸ້ມເທໃຫ້ທີ່ສຸດ. ເຮັດຈິງຈັງ. ສຳລັບແມ່, ເພິ່ນສະໜັບສະໜູນທຸກຢ່າງ
ທີ່ຂ້ານ້ອຍເຮັດ, ຕາບໃດທີ່ຂ້ານ້ອຍມີຄວາມສຸກ, ຖ້າຂ້ານ້ອຍດີໃຈ, ຄັນລູກດີໃຈລາວ
ກະດີໃຈຄືກັນ.”

ກ່ອນທີ່ ອອນເດຣ ຈະມາຮອດຈຸດທີ່ກຳລັງແຂ່ງຂັນຢູ່ໃນ ຢູເອັຟຊີ ປັດຈຸບັນນີ້, ເປັນເວລາ
10 ຜ່ານມາ ລາວກໍໄດ້ເລີ່ມຈາກການແຂ່ງຂັນເປັນມືສະໝັກຫຼິ້ນ. ແຕ່ດ້ວຍພອນສະຫວັນ
ແລະ ການຊະນະຫຼາຍຄັ້ງ, ຜູ້ຈັດການກິລາ ຢູເອັຟຊີ ຈຶ່ງໄດ້ສົນໃຈ ແລະ ເຊັນສັນຍາການ
ຊົກກັບ ອອນເດຮ.

ທ້າວ ອອນເດຣ ກ່າວວ່າ “ຕອນນັ້ນຂ້ານ້ອຍຕີສະໝັກຫຼິ້ນ, ຕອນຂ້ານ້ອຍພ້ອມແລ້ວກໍ
ໄດ້ປ່ຽນເປັນມືອາຊີບ. ຕອນເປັນມືອາຊີບຂ້ານ້ອຍກະຊະນະຫຼາຍ, ນັອກເຂົາເຈົ້າ, ເຮັດ
ໃຫ້ເຂົາເຈົ້າຍອມແພ້, ພວກ ຢອຊ ເຂົາກະເຫັນ, ແລະ ເຂົາກະມັກ, ມັກລີລາການຊົກ,
ມັກຂ້ານ້ອຍຕີມວຍ ແລ້ວເຂົາກໍເຊັນສັນຍານຳ, ເມຍຂ້ານ້ອຍກະເປັນຜູ້ບໍລິຫານໃຫ້ຂ້າ
ນ້ອຍ 10 ປີ.” ປະເພດມວຍທີ່ ອອນເດຣ ຊົກນີ້ແມ່ນມວຍປະເພດໃດ? ມວຍລາວ ບໍ ຫຼື
ວ່າ ຈູຈິດຊູ? “ຂ້ານ້ອຍເຮັດໝົດ, ຂ້ານ້ອຍຮຽນໝົດ, ມັນເປັນກິລາສິລະປະປ້ອງກັນຕົວ
ປະສົມ. ຕ້ອງໄດ້ຮູ້ໝົດ, ຂ້ານ້ອຍຮູ້ຈູຈິດຊູ, ມວຍປໍ້າ, ຕີມວຍ, ມວຍໄທ, ມວຍລາວ, ຂ້າ
ນ້ອຍເຮັດໝົດ ເຮັດໃຫ້ເປັນວິຊາຂອງຂ້ານ້ອຍເອງ.” ອອນເດຣ ໄປຮຽນຢູ່ໄສ? “ຂ້ານ້ອຍ
ໂຊກດີຫຼາຍທີ່ໄດ້ໄປຝຶກຊ້ອມຢູ່ຫຼາຍບ່ອນ ຄົນໃຈດີຫຼາຍຄົນໄດ້ໃຫ້ຂ້ານ້ອຍໄປຝຶກຊ້ອມ
ຢູ່ຈິມຂອງເຂົາເຈົ້າ. ແຕ່ຕອນນີ້, ຂ້ານ້ອຍຮຽນຢູ່ ຝອດ ລໍເດີ ເດລ ຢູ່ຄ້າຍ Hard Knocks
365. ຮຽນກັບນັກສູ້ UFC ຫຼາຍຄົນ, ຜູ້ທີ່ມີຊື່ສຽງ, ຮຽນກັບນັກສູ້ທີ່ປະສົບຄວາມສຳເລັດ
ຢ່າງຫຼວງຫຼາຍ ແລະ ຂ້ານ້ອຍໄດ້ຝຶກຊ້ອມນຳເຂົາເຈົ້າທຸກມື້. ແລະ ຕອນນີ້ຂ້ານ້ອຍຊ້ອມ
ຢູ່ຄ້າຍ Combat Club. ແຕ່ຂ້ານ້ອຍບໍ່ໄດ້ລືມລັດ ໂຣດ ໄອແລນ ເຊັ່ນກັນ. ທຸກຄົນທີ່ຊ້ອມ
ໃຫ້ຂ້ານ້ອຍແມ່ນຢູ່ທີ່ນັ້ນ.”

ການຊົກຄັ້ງຫຼ້າສຸດຂອງ ອອນເດຣ ເປັນການຊົກຄັ້ງທີສາມໃນ UFC ແລະ ເປັນການຊົກ
ທີ່ແຈ້ງໃຫ້ຊາບໃນເວລາທີ່ສັ້ນຍ້ອນຄູ່ຕໍ່ສູ້ທີ່ແທ້ຈິງຂອງຜູ້ທີ່ລາວຈະຂຶ້ນຊົກນັ້ນມີອາການ
ບາດເຈັບ. ລາວຈຶ່ງຖືເອົາໂອກາດນັ້ນເພື່ອຕາມລ່າເອົາໄຊຊະນະຄັ້ງທຳອິດຂອງລາວ.

ທ້າວ ອອນເດຣ ກ່າວວ່າ “ຂ້ານ້ອຍໄດ້ເຂົ້າມາແຂ່ງໃນ UFC, ຂ້ານ້ອຍເສຍໃນການຊົກ
ທີ່ສູສີສອງຄັ້ງ. ຂ້ານ້ອຍຢ້ານວ່າເຂົາເຈົ້າຈະປ່ອຍຂ້ານ້ອຍໄປຫັ້ນນະ. ຂ້ານ້ອຍເຫັນຄົນ
ເຈັບ, ຄູ່ແຂ່ງດັ້ງເດີມຂອງ ລູຄ໌ ແຊນເດີສ໌ ເຈັບ, ລາວບໍ່ຢາກຕີ. ຂ້ານ້ອຍບອກຜູ້ຈັດການ
ຂອງຂ້ານ້ອຍວ່າ ບອກພວກ UFC ແມ ວ່າຂ້ອຍຕີໄດ້, ແຈ້ງໄລຍະສັ້ນ. ເຂົາເຈົ້າກໍຮັບ
ເອົາຂໍ້ສະເໜີ. ຂ້ານ້ອຍມີແຕ່ຊ້ອມທຸກມື້. ຊ້ອມ 3, 4 ຊົ່ວໂມງທຸກມື້. ຂ້ານ້ອຍບໍ່ໄດ້ຢ້ານ,
ຂ້ານ້ອຍມີຮ່າງກາຍສົມບູນ. ແລະ ມັນກະອອກມາໄດ້ດີ. ຂ້ານ້ອຍເຫັນໂອກາດທີ່ຈະຮັກ
ສາວຽກ ແລະ ອາຊີບຂອງຂ້ານ້ອຍກັບ UFC ໄວ້. ມັນເປັນໂອກາດທີ່ສ່ຽງແຕ່ຂ້ານ້ອຍກໍ
ຍິນດີທີ່ຈະຮັບເອົາມັນ ແລະ ຂ້ານ້ອຍດີໃຈທີ່ຜົນອອກມາໄດ້ດີ. ຂ້ານ້ອຍຊະນະດ້ວຍການ
ນັອກຄູ່ຕໍ່ສູ້.”

ອອນເດຣ ໄດ້ໃຊ້ກາທຸງຊາດລາວ ຂຶ້ນຊົກໃນການແຂ່ງຂັນທີ່ຫາກໍຜ່ານມານີ້ ແລະ ພວກ
ເຮົາກໍໄດ້ຖາມລາວວ່າມັນມີຄວາມໝາຍຕໍ່ລາວແນວໃດ.

ທ້າວ ອອນເດຣ ກ່າວວ່າ “ມັນມີຄວາມໝາຍຕໍ່ຂ້າພະເຈົ້າຫຼາຍ ເພາະວ່າສອງນັດທຳອິດ
ຂ້ານ້ອຍຕ້ອງໄດ້ໃສ່ທຸງຊາດອາເມຣິກາໃສ່ເສື້ອຂອງຂ້ານ້ອຍ. ເພາະວ່າມັນບໍ່ມີຄົນລາວ
ໃນ UFC ແລະ ຂ້ານ້ອຍກໍເປັນຄົນທຳອິດທີ່ຢູ່ໃນ UFC ເປັນຂັ້ນຕອນທີ່ສຳຄັນຫຼາຍທີ່
ເຂົາເຈົ້າຕ້ອງຕິດຕໍ່ກັບລັດຖະບານ ແລະ ທຸກຢ່າງເພື່ອຮັບປະກັນວ່າ ມັນບໍ່ເປັນຫຍັງທີ່
ຂ້ານ້ອຍໃຊ້ທຸກຊາດ. ໃນທີ່ສຸດລັດຖະບານກໍອະນຸມັດໃຫ້ ວ່າຂ້ານ້ອຍໃຊ້ທຸງໄດ້ ແລະ
ຂ້ານ້ອຍໄດ້ໃຊ້ມັນໃນນັດຫຼ້າສຸດ ແລະ ຂ້ານ້ອຍກໍໄດ້ຊະນະ. ຂ້ານ້ອຍຄິດວ່າມັນມີເຈຕະ
ນາທີ່ຈະເປັນແນວນັ້ນ. ຂ້ານ້ອຍໄດ້ເປັນຕົວແທນໃຫ້ປະເທດ ລາວ, ຂ້ານ້ອຍໄດ້ເປັນຕົວ
ແທນໃຫ້ທຸກຊາດໃນເວທີ 6 ຫຼ່ຽມ.”

ສຸດທ້າຍນີ້ ອອນເດຮ ກໍມີຄຳເວົ້າສຳລັບແຟນ
ຄລັບ ແລະ ຜູ້ຕິດຕາມທັງຫຼາຍໃນ ລາວແລະ ທົ່ວໂລກ.

ທ້າວ ອອນເດຣ ກ່າວວ່າ “ຂ້ານ້ອຍມີແຕ່ຢາກ
ຂໍຂອບໃຈຫຼາຍໆ. ຂ້ານ້ອຍຮັກໝົດທຸກຄົນ, ຖ້າບໍ່ແມ່ນຍ້ອນພວກທ່ານສະໜັບສະໜູນຂ້ານ້ອຍ, ຂ້ານ້ອຍຄົງຈະບໍ່ມາຮອດຈຸດທີ່ຂ້ານ້ອຍຢູ່ໃນປັດຈຸບັນນີ້.ຂ້ານ້ອຍຈະເຮັດໃຫ້ດີທີ່ສຸດເພື່ອສືບຕໍ່ເປັນຕົວແທນ, ຂ້ານ້ອຍຂອບໃຈການສະໜັບ
ສະໜູນທັງໝົດ.”

ອອນເດຣ ໄດ້ກ່າວວ່າໃນອະນາຄົດຖ້າມີໂອກາດ
ໄດ້ໄປຝຶກຊ້ອມໃຫ້ນັກມວຍຢູ່ລາວ, ລາວຢາກໄປສອນມວຍລາວ,ສອນກິລາສິລະປະປ້ອງກັນຕົວປະສົມໃຫ້ຄົນລາວ. ແຕ່ຕອນນີ້ ລາວໄດ້ມີສ່ວນ
ຮ່ວມໃນການໂຄງການ Pencil for Promise. ເຂົາເຈົ້າກຳລັງພະຍາຍາມສ້າງໂຮງຮຽນໃນປະເທດ ລາວ. ທ້າວອອນເດຣ ຢາກເຮັດຫຼາຍຢ່າງໃຫ້ແກ່ປະເທດ ລາວ ໂດຍສະ
ເພາະສຳລັບເດັກນ້ອຍ ແລະ ກໍເດັກນ້ອຍໃນ ສະຫະລັດ ດ້ວຍ.ລາວຢາກໃຫ້ທຸກຄົນອອກມາສາມັກຄີິກັນ, ເຕົ້າໂຮມເປັນນຶ່ງດຽວກັນໃນຖານະຄົນ ລາວ,ແລະ ຢູ່ຮ່ວມກັນຢ່າງເຂັ້ມແຂງ.

ທ່ານສາມາດເຂົ້າໄປຊົມເຟສບຸກຂອງ ອອນເດຣ ໄດ້ທີ່: Andre "The Asian Sensation" Soukhamthath ຫຼື ຊົມການຊົກຂອງລາວໄດ້ໃນ Youtube.

No comments:
Post a Comment