ຄະນະປະເມີນຜົນເສດຖະກິດ ມະຫາພາກຂອງກອງທຶນການເງິນສາກົນ (IMF) ເຊິ່ງນຳໂດຍທ່ານ ແຈັບຟີ້ ບັນນິດເຕີ້ ໄດ້ເຂົ້າຢ້ຽມຄຳນັບພົບປະກັບທ່ານ ສົມພາວ ໄຟສິດ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ (ທຫລ) ທີ່ ທຫລ ໃນກາງເດືອນທັນວາ ຜ່ານມານີ້ ເພື່ອແຈ້ງ ແລະ ຮັບຟັງການປະເມີນເສດຖະກິດຂອງລາວ ໂດຍຄະນະໄດ້ເລີ່ມເຮັດວຽກຮ່ວມກັບເສດຖະກິດມະຫາພາກຂອງລາວ ນັບແຕ່ທ້າຍເດືອນພະຈິກ 2017 ເປັນຕົ້ນມາ.
ທ່ານຫົວໜ້າຄະນະ IMF ໄດ້ກ່າວວ່າ: ສຳລັບຂະແໜງທະນາຄານ IMF ເຫັນວ່າ ທຫລ ສາມາດຮັກສາສະເຖຍລະພາບ ໄດ້ໃນລະດັບທີ່ໝັ້ນທ່ຽງ ອັດຕາເງິນເຟີ້ຢູ່ໃນລະດັບຕ່ຳ ອັດຕາແລກປ່ຽນຢູ່ໃນຄວາມສະຫງົບ ແລະ ການຂະຫຍາຍຕົວຂອງສິນເຊື່ອ ກໍ່ສອດຄ່ອງກັບຈັງຫວະການຂະຫຍາຍຕົວຂອງເສດຖະກິດໃນລະດັບດີ ແຕ່ເຖິງຢ່າງໃດກໍ່ດີ IMF ຍັງໄດ້ສະແດງຄວາມເປັນຫ່ວງຕໍ່ການຂະຫຍາຍຕົວຂອງເສດຖະກິດຂອງລາວ ທີ່ເຫັນວ່າຍັງບໍ່ທັນທົ່ວເຖິງເທົ່າທີ່ຄວນ ແລະ ຍັງມີຄວາມແຕກໂຕນກັນໃນລະດັບສູງທາງດ້ານລາຍຮັບ ລະຫວ່າງປະຊາຊົນໃນຕົວເມືອງ ແລະ ໃນຂົງເຂດຊົນນະບົດ ສຳລັບຂະແໜງການທະນາຄານ ກໍ່ຍັງມີຄວາມບໍ່ເຂັ້ມແຂງໃນບາງດ້ານ ເນື່ອງຈາກມີການນຳໃຊ້ເງິນຕາຕ່າງປະເທດ ໃນລະບົບທະນາຄານໃນລະດັບທີ່ສູງພໍສົມຄວນ.
ໂອກາດນີ້ ທ່ານຜູ້ວ່າການ ທຫລ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດ ຂອງການມາເຮັດວຽກຂອງຄະນະດັ່ງກ່າວ ພ້ອມທັງຕີລາຄາສູງຕໍ່ການຮ່ວມມືທີ່ດີລະຫວ່າງ IMF ແລະ ສປປ ລາວ ຕະຫຼອດໄລຍະຜ່ານມາ ໂດຍຜ່ານການປະເມີນເສດຖະກິດມະຫາພາກໃນແຕ່ລະຄັ້ງ ສປປ ລາວ ກໍ່ໄດ້ຮັບຄຳແນະນຳທີ່ເປັນປະໂຫຍດເຂົ້າໃນການພັດທະນາ ແລະ ຮັກສາຄວາມສະເຖຍລະພາບທາງດ້ານການເງິນ-ເງິນຕາ ແລະ IMF ເອງກໍ່ໄດ້ ເຜີຍແຜ່ບົດລາຍງານຜົນການປະເມີນດັ່ງກ່າວ ເພື່ອຊ່ວຍດຶງດູດການລົງທຶນຈາກຕ່າງປະເທດ ພ້ອມທັງໄດ້ຮຽກຮ້ອງໃຫ້ IMF ຈົ່ງໃຫ້ຄວາມເຊື່ອໝັ້ນຕໍ່ການຊີ້ນຳ-ນຳພາຂອງລັດຖະບານລາວ ເວົ້າລວມ ເວົ້າສະເພາະ ກໍ່ຄື ທຫລ ໃນການແກ້ໄຂບັນຫາຄວາມຫຍຸ້ງຍາກຕ່າງໆ ແລະ ທຫລ ກໍ່ຈະສືບຕໍ່ຢ່າງຕັ້ງໜ້າໃນການປະກອບສ່ວນຊຸກຍູ້ ໃຫ້ຂະແໜງການທະນາຄານ ກໍ່ຄືເສດຖະກິດຂອງລາວ ໄດ້ຮັບການພັດທະນາຢ່າງເຂັ້ມແຂງຕໍ່ໄປ. ຂ່າວ: ນສພ ວຽງຈັນໃຫ່ມ

No comments:
Post a Comment