Tuesday, 19 December 2017

ຂະບວນລົດໄຟຕົກລາງ ໃນລັດວໍຊິງຕັນ ສົ່ງຜົນເຮັດໃຫ້ມີ ຫຼາຍຄົນເສຍຊີວິດ

ຄະນະສືບສວນລັດຖະບານກາງສະຫະລັດ ກ່າວວ່າ ຂະບວນລົດໄຟທີ່ໄດ້ຕົກລາງໃນ
ວັນຈັນວານນີ້ ໃນພາກຕາເວັນຕົກສຽງເໜືອຂອງສະຫະລັດ ໃນລັດວໍຊີງຕັນ ແມ່ນໄດ້
ແລ່ນໃນຄວາມໄວ 129 ກິໂລແມັຕ ຕໍ່ຊົ່ວໂມງ ຕາມລາງ ບ່ອນທີ່ຄວາມໄວຂອງມັນ
ແມ່ນມີແຕ່ 48 ກິໂລແມັຕ ຕໍ່ຊົ່ວໂມງ.
ລົດໄຟ ໄດ້ຕົກລາງຮອບໆເຂດນະຄອນຊີອາໂຕ້ (Seattle) ເຮັດໃຫ້ຕູ້ລົດໄຟບາງຕູ້
ຫຼົ່ນລົງໃສ່ຖະໜົນສາຍຫຼັກ ທີ່ຢູ່ກ້ອງທາງລົດໄຟນັ້ນ ແລະສັງຫານ ພວກໂດຍສານ
ຢ່າງນ້ອຍ 3 ຄົນ.
ສະມາຊິກຄະນະກຳມະການດ້ານຄວາມປອດໄພແຫ່ງຊາດ ທ່ານນາງ ແບລລາ
ດິນ-ຊາຣ໌ (Bella Dinh-Zarr) ໄດ້ບອກພວກນັກຂ່າວວ່າ ຄະນະສືບສວນ ໄດ້ທຳ
ການທົດສອບຂໍ້ມູນສະຖິຕິທີ່ເກັບກຳໄວ້ຈາກນຶ່ງໃນ ສອງຄະບວນ ຊຶ່ງເຮັດໃຫ້ມັນ
ແລ່ນໄວໃນລາງໃໝ່ ເປັນຄັ້ງທຳອິດ.
ພວກລົດ ທີ່ລົດໄຟ ແອມເທຣັກ (Amtrak) ທີ່ຕົກລາງ ໃສ່ຖະໜົນສາຍຫຼັກ 5 ທີ່ຢູ່ທາງລຸ່ມ ແລະລົດໄຟບາງຕູ້ຍັງເຫັນຢູ່ໃນລາງ, 18 ທັນວາ 2017, ທີ່ ດຸຍປົງ, ວໍຊີງຕັນ.
ທ່ານນາງ ດິນ-ຊາຣ໌ (Dinh-Zarr)ໄດ້ບອກຄະນະກຳມະການດ້ານຄວາມປອດໄພ
ແຫ່ງຊາດ ວ່າພວກຕົນ ພ້ອມທີ່ຈະປະຕິບັດໜ້າທີ່ໃນສະຖານທີ່ເກີດເຫດ ໃນວັນອັງ
ຄານມື້ນີ້ ແລະວ່າ ການສືບສວນ ຈະເປັນການສຳພາດພວກປະຕິບັດໜ້າທີ່ ເພື່ອ
ກວດສອບເບິ່ງວ່າ ແມ່ນຫຍັງແລະເປັນຫຍັງ ຄືສາເຫດຂອງການຜິດພາດຄັ້ງນີ້.
ທ່ານນາງໄດ້ກ່າວວ່າ “ມັນເປັນອຸບປະຕິເຫດທີ່ສະຫຼັບສັບຊ້ອນ.”
ໂດຍທົ່ວໄປແລ້ວ ຄະນະກຳມະການດ້ານຄວາມປອດໄພແຫ່ງຊາດ ຈະໄປປະຕິບັດ
ໜ້າທີ່ໃນສະຖານທີ່ດັ່ງກ່າວເປັນເວລາ 7 ຫາ 10 ມື້ ກ່ອນທີ່ຈະໄດ້ວິເຄາະຂໍ້ມູນ ທີ່ພວກເຂົາເຈົ້າເກັບກຳມາໄດ້ ແລະອອກຖະແຫຼງການໃນການຄົ້ນພົບຄັ້ງນີ້.
ນອກຈາກພວກເຄາະຮ້າຍທີ່ເສຍຊີວິດແລ້ວ, ເຈົ້າໜ້າທີ່ທ້ອງຖິ່ນຍັງໄດ້ກ່າວວ່າ ໄດ້ມີຜູ້ຄົນຫຼາຍກວ່າ 100 ຄົນ ໄດ້ຮັບບາດເຈັບ.

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...