Tuesday, 19 December 2017

ຊາອຸລະທຶກ ກະບົດເຢເມນຍິງຂີປະນາວຸດໝາຍໂຈມຕີວັງ ໂຊກດີກອງທັບຍິງສະກັດໄດ້ທັນ



ຊາວຊາອຸອົກສັ່ນຂວັນຫາຍ ກອງທັບອາກາດຍິງມິສໄຊຂື້ນສະກັດຂີປະນາວຸດຂອງຝ່າຍກະບົດຮູຕິໃນເຢເມນ ເໜືອທ້ອງຟ້າຂອງນະຄອນຣິຢາດ ເມືອງຫລວງຂອງຊາອຸ ສຽງດັງສະນັ່ນ ຂະນະທີ່ກະບົດຮູຕິ ທະວີຕ ຂໍ້ຄວາມ ຍິງຂີປະນາວຸດໝາຍໂຈມຕີພະລາຊະວັງໃນຊາອຸ
ເມື່ອວັນທີ 19 ທັນວາ 2017 ເວັບໄຊມີເຣີ ລາຍງານ ກອງທັບອາກາດຊາອຸອາຣະເບຍ ຍິງມິສໄຊ ສະກັດຂີປະນາວຸດນຳວິຖີຝ່າຍກະບົດຮູຕິໃນເຢເມນ ເໜືອທ້ອງຟ້ານະຄອນຫລວງ ຣິຢາດ ຂອງຊາອຸດິອາຣະເບຍ ຂະນະທີ່ຊາວເນັດເຜີຍແຜ່ຄລິບວີດີໂອບັນທຶກພາບກຸ່ມຄວັນເໜືອທ້ອງຟ້າໃນເມືອງຫລວງ ຊຶ່ງຄາດວ່າເປັນຂີປະນາວຸດທີ່ກອງທັບອາກາດຊາອຸດິອາຣະເບຍ ຍິງຂື້ນສະກັດຂີປະນາວຸດຂອງກະບົດຮູຕິທີ່ຍິງມາໂຈມຕີ ຂະນະທີ່ພະຍານຫລາຍຄົນບອກວ່າ ໄດ້ຍິນສຽງລະເບີດດັງສະນັ່ນຢູ່ເທິງຫົວຂອງພວກຕົນດ້ານໂຄສົກຂອງກຸ່ມກະບົດຮູຕິໃນເຢເມນ ໄດ້ທະວີຕຂໍ້ຄວາມທາງທະວິຕເຕີວ່າ ກຸ້ມຕົນໄດ້ຍິງຂີປະນາວຸດນຳວິຖີ Volcano2H 1ລູກ ຫວັງໂຈມຕີພະລາຊະວັງ ອັລ ຍາມາມາ ໃນນະຄອນຫລວງຣິຢາດ ຂະນະທີ່ເຫລົ່າຜູ້ນຳຊາອຸອາຣະເບຍກຳລັງປະຊຸມກັນຢູ່

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...