Thursday, 7 December 2017

ປ. ທຣຳ ຮັບຮູ້ ເຈຣູຊາແລັມ ​ເປັນ​ນະຄອນ​ຫຼວງ​ ​​ອິສຣາ​ແອ​ລ ແລະປະກາດ ຍົກຍ້າຍ ສະຖານທູດ


ໂດຍກ່າວ​ວ່າ “ຄວາມຫວັງອັນຍິ່ງ​ໃຫຍ່ຂອງ​ພວກ​ເຮົາກໍ​ແມ່ນ​ເພື່ອ​ສັນຕິພາບ” ປະທາ​ນາ
ທີ​ບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣຳ ​ໄດ້​ຕ່າວ​ປີ້ນ​ນະ​ໂຍບາຍ​ຂອງ​ສະຫະລັດ ທີ່​ມີ​ມາ​ຫຼາຍໆ
​ທົດ​ສະ​ວັດ​ແລ້ວ​ນັ້ນ ໂດຍ​ຮັບ​ຮູ້ເຈຣູຊາແລັມ ​ເປັນ​ນະຄອນ​ຫຼວງ​ ຂອງ​ປະ​ເທດ​ອິສຣາ​ແອ​ລ
​ແລະ​ເລີ້ມຂັ້ນຕອນ​ການຍ້າຍ​ສະຖານທູດ​ອາ​ເມຣິກັນ ​ຈາກ​ນະຄອນ ແທ​ລ ອາວີຟ ​ໄປ​ຍັງ
ນະຄອນ​ສັກສິດ ມາ​ຕັ້ງ​ແຕ່​ບູຮານ​ນະ​ການ​ນັ້ນ.
“ມື້​ນີ້ ​ໃນ​ທີ່​ສຸດພວກ​ເຮົາກໍ​ໄດ້​ຮັບ​ຮູ້ໃນ​ສິ່ງທີ່ຈະ​ແຈ້ງ ນັ້ນກໍຄື​ວ່າ ເຈຣູຊາແລັມ ແມ່ນນະ
ຄອນ​ຫຼວງ​ ຂອງອິສຣາ​ແອ​ລ. ນີ້​ບໍ່​ມີ​ຫຍັງ​ຫຼາຍ ຫຼື​ໜ້ອຍ​ກວ່າ ການ​ທີ່​ຮັບ​ຮູ້ ເຖິງ​ຄວາມ​
ເປັນ​ຈິງ,”
 ທ່ານ​ທຣຳ ໄດ້​ກ່າວ​ເຖິງ​ວັກ​ທີ່​ສຳຄັນ ຂອງ​ຖະ​ແຫຼ​ງການ ​ຂອງ​ທ່ານ​ຈາກຫ້ອງ
ການ​ທູດ​ຂອງທຳ​ນຽບຂາວ.
“ມັນ​ຍັງແມ່​ນການ​ກະທຳ​ທີ່​ຖືກຕ້ອງ. ມັນ​ແມ່ນ​ສິ່ງ​ທີ່​ຕ້ອງ​ໄດ້​ເຮັດ. ນັ້ນ​ລະ​ຄື​ເຫດຜົນ,
ທີ່ສອດຄ່ອງກັບ​ກົດໝາຍ ສະຖານ​ທູດ
ເຈຣູຊາແລັມ, ຂ້າພະ​ເຈົ້າ​ຍັງ​ໄດ້​ສັ່ງການ​
ໃຫ້ທາງ​ກະຊວງ​ການ​ຕ່າງປະ​ເທດ​ ເລີ່​ມກະກຽມຍ້າຍ​ສະຖານທູດ​ອາ​ເມຣິກັນ
ຈາກ​ນະຄອນເທ​ລວີ​ບ ​ໄປ​ຍັງ
ເຈຣູຊາແລັມ,” ທ່ານ​ໄດ້​ກ່າວ ​ໃນ​ການ​ໃຫ້​ຄຳ​ປາໄສ​ ​
ທາງ​ໂທລະພາບ ໄປຍັງທົ່ວ​ໂລກ​ເປັນ​ເວລາ 11 ນາທີ​.
ເຊີນຊົມ: ທ່ານທຣຳ ຖະແຫຼງ ໃຫ້ເຫດຜົນ ຂອງການຕັດສິນໃຈ

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...