ແຫຼ່ງຂ່າວຈາກ ເມືອງວັງວຽງ ແຂວງວຽງຈັນ ລາຍງານວ່າ ຢູ່ວັງວຽງໄດ້ມີການສ້າງຖະໜົນຄົນຍ່າງຂຶ້ນມາ ເພື່ອຕ້ອນຮັບແຂກບ້ານແຂກເມືອງໃນໂອກາດປີທ່ອງທ່ຽວລາວ 2018.
ຖະໜົນຄົນຍ່າງ ວັງວຽງ ຫຼື Vangvieng Walking Street ເປັນຕະຫຼາດກາງຄືນ ເຊິ່ງຈະເປີດໃຫ້ພໍ່ຄ້າແມ່ຄ້າໄດ້ຈັບຈອງ ສະຖານທີ່ແລ້ວເອົາເຄື່ອງມາວາງຈຳໜ່າຍ ໂດຍສະເພາະແມ່ນເຄື່ອງຂອງທີ່ລະນຶກ ທີ່ນັກທ່ອງທ່ຽວສາມາດຊື້ກັບບ້ານເພື່ອເປັນທີ່ລະນຶກ ຫຼືເປັນຂອງຕ້ອນໄດ້. ເຊິ່ງເບື້ອງຕົ້ນຄາດວ່າຈະມີເຕັ້ນສຳລັບຈັບຈອງຂາຍເຄື່ອງຢູ່ປະມານ 100 ກວ່າເຕັ້ນ ແລະຈະເລິ່ມເປີດບໍລິການຕັ້ງແຕ່ກາງເດືອນທັນວາ 2017 ເປັນຕົ້ນໄປ ໃນເວລາ 17:00 – 23:00 ຂອງທຸກຄືນ.


No comments:
Post a Comment