ຂປລ. ນັບແຕ່ເລີ່ມເປີດນຳໃຊ້ ໂຮງໄຟຟ້າພະລັງງານຄວາມຮ້ອນຫົງສາ ແຂວງໄຊຍະບູລີ ໃນປີ 2015 ເປັນຕົ້ນມາ ເຫັນວ່າບໍ່ມີຜົນກະທົບໃດໆ ຕໍ່ສິ່ງແວດລ້ອມ ແລະ ປະຊາຊົນຊາວເມືອງຫົງສາ ໂດຍສະເພາະປະຊາຊົນທີ່ຢູ່ເຂດໃກ້ຄຽງໂຄງການ ຈຳນວນ 450 ຄອບຄົວ ກໍໄດ້ຖືກຍົກຍ້າຍໄປຢູ່ບ່ອນໃໝ່, ພ້ອມຈ່າຍຄ່າສົດເຊີຍ ແລະ ປຸກເຮືອນຫລັງໃໝ່ໃຫ້ ໃນເນື້ອທີ່ປຸກສ້າງ 450 ຕາແມັດ, ເນື້ອທີ່ດິນທຳການຜະລິດ 2 ເຮັກຕາ ທີ່ມີເສັ້ນທາງເຂົ້າເຖິງ, ພ້ອມຊຸກຍູ້ສົ່ງເສີມໃຫ້ມີຊີວິດການເປັນຢູ່ທີ່ດີຂຶ້ນກວ່າເກົ່າ, ໄດ້ວາງລະບົບສາທາລະນຸປະໂພກຢ່າງຄົບຖ້ວນ ເຊັ່ນ: ໄຟຟ້າ, ນ້ຳປະປາ, ທາງປູ ຢາງ, ລະບົບລະບາຍນ້ຳ, ພ້ອມໂຮງຮຽນ, ໂຮງໝໍ, ຕະຫລາດ, ວັດ, ຫ້ອງການບ້ານ, ປ້ອມຕຳ ຫລວດ, ຕະຫລອດຮອດຫ້ອງປະຊຸມຂອງໝູ່ບ້ານ ແລະ ອື່ນໆ.
ອີງຕາມຂໍ້ມູນຈາກບໍລິສັດໄຟຟ້າຫົງສາ ຈຳກັດ ໃຫ້ຮູ້ວ່າ: ບໍລິສັດໄຟຟ້າຫົງສາ ຈຳກັດ ໄດ້ ອອກແບບໂຮງໄຟຟ້າ ໃຫ້ມີລະບົບ ແລະ ອຸປະກອນທີ່ໃຊ້ໃນດ້ານການດັກຈັບ ແລະ ກຳຈັດຂອງເສຍ ຈາກຂະບວນການຜະລິດກະແສໄຟຟ້າ ທີ່ມີປະສິດທິພາບໃນລະດັບສາກົນ ອັນສຳຄັນໄດ້ແກ່ເຄື່ອງດັກຈັບຝຸ່ນ ລະບົບໄຟຟ້າສະຖິດ ທີ່ມີປະສິດທິພາບໃນການດັກຈັບຝຸ່ນ ຈາກຂະບວນການຜະລິດ ໄດ້ເຖິງ 99,83% ແລະ FGD (Fuel Gas Desulfurization) ສາມາດດັກຈັບກາດຊັນໂຊໄດອົກໄຊ ຈາກຂະບວນການຜະລິດໄດ້ 92% ແລະ ອື່ນໆ.
ນອກຈາກນີ້, ຍັງໄດ້ມີການຈັດການວັດແທກຄຸນນະພາບສິ່ງແວດລ້ອມ ຕັ້ງແຕ່ການກໍ່ສ້າງ ແລະ ໃນໄລຍະຜະລິດກະແສໄຟຟ້າ ຈົນສິ້ນສຸດໄລຍະສຳປະທານ,ເຊິ່ງໜ່ວຍງານທີ່ກ່ຽວຂ້ອງຂອງ ລັດຖະບານ ແຫ່ງ ສປປ ລາວ ກໍໄດ້ເອົາໃຈໃສ່ ຕິດຕາມກວດກາການຈັດຕັ້ງປະຕິບັດຢ່າງເຂັ້ມງວດ ແລະ ສະໝ່ຳສະເໝີ ຈຶ່ງໝັ້ນໃຈໄດ້ວ່າ ໂຮງໄຟຟ້າແຫ່ງນີ້ ຈະບໍ່ກໍ່ໃຫ້ເກີດຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສຸຂະພາບຂອງປະຊາຊົນ ທັງໃນພື້ນທີ່ເມືອງຫົງສາ ແລະ ປະເທດເພື່ອນບ້ານຢ່າງແນ່ນອນ.ຂ່າວ: ທະນູທອງ

No comments:
Post a Comment