Tuesday, 5 December 2017

ຣັດເຊຍ ລະບຸ 9 ອົງການຂ່າວ ສະຫະລັດ ວ່າ ເປັນ ນັກສືບຕ່າງປະເທດ


ກະຊວງ​ຍຸຕິ​ທຳຣັດ​ເຊຍ ​ໃນ​ວັນ​ອັງຄານ​ມື້​ນີ້ ​ໄດ້​ລະບຸອົງການຂ່າວສະຫະລັດ 9 ​ອົງການ
ຮວມ​ທັງ ວິທະຍຸ​ສຽງ​ອາ​ເມຣິກາ ວ່າ​ເປັນ "ຕົວແທນຂອງ​ຕ່າງປະ​ເທດ."
ກະຊວງ​ດັ່ງກ່າວຍັງ​ລະບຸຕື່ມອີກວ່າ ວິທະຍຸ​ຢູ​ໂຣບເສຣີ ແລະວິທະຍຸ​ລີ​ເບີ​ຕີ ​ແລະ​ອີກ​
ຫລາຍໆ​ສະຖາ​ນີ ທີ່​ເປັນເຄືອຂ່າຍ ຫລັງ​ຈາກ​ໄດ້​ເຕືອນໃນ​ເດືອນ​ແລ້ວ​ນີ້​ວ່າ ​ເຂົາ​ເຈົ້າ
ອາດ​ຈະໄດ້ຮັບ​ຜົນ​ກະທົບ.
ປະທານາທິບໍດີີຣັດ​ເຊຍ ທ່ານ​ວລາ​ເດີ​ເມຍ ປູ​ຕິນ ​ໄດ້​ເຊັນ​ກົດໝາຍ​ໃນ​ເດືອນພະຈິກ
​ໃຫ້​ອຳ​ນາດ​ແກ່​ລັດຖະບານ​ລະບຸອົງການຂ່າວຕ່າງໆ ທີ່​ຮັບທຶນ​ຈາກ​ຕ່າງປະ​ເທດວ່າ
“​ເປັນ​ຕົວແທນຕ່າງ​ປະ​ເທດ” ​ແລະ​ວາງ​ມາດ​ຕະການ​ລົງ​ໂທດ​ຕໍ່ພວກ​ເຂົາ​ເຈົ້າ.
ບັນດາ​ເຈົ້າ​ໜ້າ​ທີ່ຣັດ​ເຊຍ ​ໄດ້​ຮ້ອງ​ກົດໝາຍໃໝ່​ນີ້ວ່າ “​ເປັນ​ການ​ຕອບ​ໂຕ້​ທີ່ສົມສ່ວນ”
ຕໍ່​ອັນ​ທີ່​ເຂົາເຈົ້າອະທິບາຍ​ວ່າ ເປັນການກົດ​ດັນຂອງສະຫະລັດຕໍ່ສື່ມວ​ນຊົນຣັດ​ເຊຍ.
​ໃນວັນ​ທີ 13 ​ເດືອນ​ພະຈິກ ​ໂທລະພາບ​ ອາຣທີ ຂອງຣັດເຊຍ ທີ່​ໄດ້​ທຶນ​ຈາກລັດຖະ
ບານ ໄດ້ລົງທະບຽນ​ຢູ່ໃນ​ສະຫະລັດ ພາຍ​ໃຕ້​ກົດໝາຍ​ເກົ່າ​ຫລາຍ​ທົດ​ສະ​ວັດ ທີ່ມີຊື່
ວ່າ ການ​ລົງທະບຽນເປັນຕົວແທນຂອງຕ່າງປະ​ເທດ (​ແອັ​ຟ​ເອອາຣ​ເອ)
​ເອກ​ອັກຄະ​ລັດຖະທູດ​ສະຫະລັດ ປະຈຳຣັດ​ເຊຍ ທ່ານ ຈອນ ຮັນ​ສ໌​ແມນ ກ່າວ​ວ່າ 
ແອັຟເອອາຣ​ເອ ​ແນ​ໃສ່​ການ​ສົ່ງ​ເສີມຄວາມ​ໂປ່ງໃສ ​ແຕ່​ບໍ່​ໄດ້​ຈຳກັດ​ລະບົບ​ການ​ປະ
ຕິບັດງານຂອງ​ໂທລະພາບ​ຢູ່​ໃນ​ສະຫະລັດ.
ກະຊວງ​ຕ່າງປະ​ເທດ​ສະຫະລັດ ​ໄດ້​ປະນາມ​ກົດໝາຍຣັດ​ເຊຍ ໂດຍກ່າວ​ວ່າ ຂັດ
ຂວາງຕໍ່ເສຣີພາບດ້ານການຂ່າວ.
​ໂຄສົກກະຊວງ​ຕ່າງປະ​ເທດ​ສະຫະລັດ ທ່ານ​ນາງແຮ​ເຕີ ນາວ​ເອີ​ດ​ທ໌ ກ່າວ​ຢູ່ໃນ​ຖະ
ແຫລງການໃນເດືອນແລ້ວນີ້ວ່າ "ຮ່າງກົດໝາຍໃໝ່ຂອງຣັດເຊຍ ທີ່ອະນຸຍາດໃຫ້
ກະຊວງຍຸຕິ​ທຳ ລະບຸສື່ມວນຊົນຕ່າງປະເທດວ່າ “​ເປັນ​ນັກ​ສືບ​ຕ່າງປະເ​ທດແລະ​ຕິດ
ຕາມ ຫລືກີດກັ້ນ​ກິດຈະ​ການອິນ​ເຕີ​ແນັດ​ຢ່າງ​ໃດ​ຢ່າງ​ນຶ່ງ ທີ່​ສະ​ເໜີໃຫ້​ເຫັນ​ອີກ​ວ່າ​
ເປັນການຂົ່ມຂູ່ໃໝ່ ຕໍ່ເສຣີພາບຂອງສື່ມວນຊົນໃນຣັດເຊຍ.”

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...