ໃນປາງສົງຄາມຢູ່ລາວໄດ້ມີທະຫານອາເມລິກາທີ່ມາເສຍຊີວິດຢູ່ລາວເກືອບ 600 ຄົນ ຫຼັງຈາກນັ້ນທັງສອງຝ່າຍລາວ-ອາເມລິກາແມ່ນໄດ້ພ້ອມກັນຊອກຫາກະດູກ ແລະສິ່ງເສດເຫຼືອມາຮອດປະຈຸບັນລວມ 30 ກວ່າປີພົບເກືອບເຄິ່ງໜຶ່ງຂອງຈຳນວນທັງໝົດ.
ໃນຕອນເຊົ້າຂອງວັນທີ 7 ທັນວາ 2017, ທີ່ສະໜາມບິນສາກົນວັດໄຕ, ນະຄອນຫຼວງວຽງຈັນ ກໍ່ໄດ້ຈັດພິທີມອບ-ຮັບກະດູກ ແລະ ສິ່ງເສດເຫຼືອຂອງທະຫານອາເມລິກາທີ່ເສຍຊິີວິດໃນປາງສົງຄາມຢູ່ລາວ ຈາກຜົນຂອງການປະຕິບັດງານຮ່ວມ ລາວ-ອາເມລິກາ ໃນວຽກງານສຳຫຼວດ ແລະ ຂຸດຄົ້ນເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫຼືອຂອງທະຫານອາເມລິກາໃນປາງສົງຄາມຢູ່ລາວ (MIA), ຄັ້ງທີ 01 ປະຈໍາສົກປີ 2017-2018, ຢູ່ກໍລະນີ 1791 ຢູ່ບໍລິເວນບ້ານສີບຸນເຮືອງ, ເມືອງຮຸນ, ແຂວງອຸດົມໄຊ, ກໍລະນີ 1541, ຢູ່ບໍລິເວນບ້ານນາກູດ, ເມືອງຮ້ຽມ, ແຂວງຫົວພັນ ແລະ ກໍລະນີ 0802, ຢູ່ບໍລິເວນບ້ານບານ, ເມືອງຄໍາ, ແຂວງຊຽງຂວາງ.
ເປັນກຽດເຂົ້າຮ່ວມໃນພິທີມອບ-ຮັບໃນຄັ້ງນີ້, ຕາງໜ້າໃຫ້ແກ່ລັດຖະບານ
ແຫ່ງ ສາທາລະນະລັດ ປະຊາທິປະ ໄຕ ປະຊາຊົນລາວ ແມ່ນທ່ານ ຂວັນຕາ ຜາລີວົງ, ຫົວໜ້າກົມເອີຣົບ-ອາເມລິກາ, ກະຊວງການຕ່າງປະເທດ, ຄະນະຊີ້ນຳວຽກງານ
MIA, ເປັນຜູ້ກ່າວມອບ
ແລະ ຕາງໜ້າໃຫ້ແກ່ລັດຖະບານ ສະຫະລັດ ອາເມລິກາ ແມ່ນທ່ານ ໄມໂຄ ຄລາຍ, ອຸປະທູດ
ແຫ່ງ ສະຫະລັດ ອາເມລິກາ ປະຈຳ ສປປ ລາວ, ເປັນຜູ້ກ່າວຮັບ. ໃນພິທີດັ່ງກ່າວ
ຍັງມີເຈົ້າໜ້າທີ່ຂັ້ນສູງຈາກກະຊວງການຕ່າງປະເທດ, ກະຊວງປ້ອງກັນປະເທດ, ພ້ອມດ້ວຍຄະນະວິຊາການ
ລາວ-ອາເມລິກາ ທີ່ປະຕິບັດວຽກງານຕົວຈິງໃນພາກສະໜາມຈໍານວນໝຶ່ງເຂົ້າຮ່ວມນໍາ.
ທັ້ງນີ້ກໍ່ເພື່ອສືບຕໍ່ປະຕິບັດນະໂຍບາຍດ້ານມະນຸດສະທຳອັນສະເໝີຕົ້ນສະເໝີປາຍຂອງລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ມີຕໍ່ຄອບຄົວກໍ່ຄືຍາດພີ່ນ້ອງຂອງຜູ້ຫາຍສາບສູນໃນປາງສົງຄາມຢູ່ລາວ ແລະ ອີງຕາມການຮ້ອງຂໍຂອງລັດຖະບານອາເມລິກາໃນການແກ້ໄຂບັນຫາດັ່ງກ່າວ, ໃນໄລຍະຜ່ານມາຈົນເຖິງປັດຈຸບັນການຮ່ວມມືສອງຝ່າຍ ລາວ-ອາເມລິກາ ໃນວຽກງານສໍາຫຼວດ ແລະ ຂຸດຄົ້ນເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫຼືອຂອງທະຫານອາເມລິກາທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ ຊຶ່ງສາມາດຄົ້ນພົບສິ່ງເສດເຫຼືອທະຫານອາເມລິກາທີ່ເສຍຊີວິດຢູ່ລາວໄດ້ແລ້ວຈຳນວນ 279 ຄົນ ແລະ ຍັງເຫຼືອອີກຈຳນວນ 294 ຄົນ ຈາກຈຳນວນທັງໝົດ 573 ຄົນ ຊຶ່ງຈະໄດ້ຮ່ວມມືກັນສືບຕໍ່ສໍາຫຼວດ ແລະ ຄົ້ນຫາໃນການປະຕິບັດງານຄັ້ງຕໍ່ໄປ.
ເວົ້າລວມແລ້ວວຽກງານດັ່ງກ່າວ ຂອງທັງສອງຝ່າຍ ລາວ-ອາເມລິກາ ໄດ້ຮັບໝາກຜົນສຳເລັດອັນດີເປັນກ້າວໆມາ ກໍ່ຍ້ອນການຮ່ວມມືຢ່າງຈິງໃຈຂອງລັດຖະບານກໍຄືເຈົ້າໜ້າທີ່ຂອງລາວທຸກໆຂັ້ນແຕ່ສູນກາງຈົນຮອດທ້ອງຖິ່ນ ແລະ ຂອງປະຊາຊົນບັນດາເຜົ່າມາເຖິງປັດຈຸບັນ.

-----------------

No comments:
Post a Comment