Sunday, 10 December 2017
ໂຕເລກຈັດແບ່ງລັດຖະກອນ 3.000 ຄົນ ໃນປີ 2018. ໃນນີ້, ກະຊວງສຶກສາທິການ ແລະ ກິລາ ໄດ້ 1.850 ຄົນ.
ນາຍົກລັດຖະມົນຕີ ໄດ້ອອກຂໍ້ຕົກລົງແບ່ງໂຕເລກລັດຖະກອນໃໝ່ ປີ 2018 ແລ້ວ ໂດຍກະຊວງສຶກສາໄດ້ຫຼາຍກວ່າໝູ່ທີ1.850 ຄົນ ຮອງມາແມ່ນກະຊວງສາທາລະນະສຸກ 440. ສ່ວນແຂວງທີ່ໄດ້ຫຼາຍກວ່າຫມູ່ແມ່ນໄຊສົມບູນ 20 ຄົນ. ຜູ້ທີ່ຖືກບັນຈຸບັນເຂົ້າເປັນລັດຖະກອນຕ້ອງຜ່ານລະບົບການສອບເສັງໂດຍຫ້າມຮັບເອົາພະນັກງານອາສາສະໝັກເຂົ້າລັດຖະກອນໂດຍບໍ່ຜ່ານການສອບເສັງ.
ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ອອກຂໍ້ຕົກລົງເລກທີ 81/ນຍ ລົງວັນທີ 30 ພະຈິກ 2017 ວ່າດ້ວຍການແບ່ງຕົວເລກລັດຖະກອນໃຫມ່ 2018. ໂດຍເຫັນດີອະນຸມັດແບ່ງຈຳນວນລັດຖະກອນໃຫມ່ໃຫ້ບັນດາກະຊວງອົງການສູນກາງ ແລະ ອົງການປົກຄອງທ້ອງຖິ່ນໃນປີ2018 ຈຳນວນ 3.000 ຄົນ; ໃນນີ້ບັນດາກະຊວງ, ອົງລັດທຽບເທົ່າກະຊວງຈຳນວນ 2.697 ຄົນ.
Subscribe to:
Post Comments (Atom)
ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ
ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...
-
ຊົນເຜົ່າ ອາຄາ ອີກຊື່ໜຶ່ງແມ່ນ ອີກໍ ເປັນຊົນເຜົ່າໜຶ່ງທີ່ຈັດຢູ່ໃນໝວດພາສາ ຈີນ-ຕີເບດ ເຊິ່ງປະກອບມີຫຼາຍແຊງ ເຊັ່ນ: ຈີຈໍ, ປູລີ, ປານາ, ກໍເຟ, ໂອມາ, ນ...
-
ວັນນີ້ຂໍທວນຄືນວິລະກຳໂຕນຄຸກຂອງຜູ້ນຳພັກ ແລະ ແນວລາວຮັກຊາດ ເນື່ອງໃນໂອກາດ ລະນຶກເຖິງວັນໂຕນຄຸກ ແບບມະຫັດສະຈັນຂອງບັນດາຜູ້ນຳພັກ ແລະ ແນວລາວຮັກຊາດ ວິລ...
-
ສະຖາບັນວິທະຍາສາດສັງຄົມແຫ່ງຊາດລາວ ໄດ້ຕີພີມປື້ມຄວາມເປັນຈິງກ່ຽວກັບຈຸດຄົງຄ້າງເສັ້ນຊາຍແດນລາວ-ກຳປູເຈຍ ເຊິ່ງມີເນື້ອໃນສຳຄັນວ່າ: ສປປ.ລາວ ແລະ ກຳປູເ...




No comments:
Post a Comment