ປີ 2017
ກອງກວດກາພາສີ ປະຈຳແຂວງສະຫວັນນະເຂດ
ໄດ້ຮັບຕົວເລກແຜນການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ ຈຳນວນ 9
ຕື້ກີບ, ແຕ່ຜ່ານການຈັດຕັ້ງປະຕິບັດວຽກງານວິຊາສະເພາະຕົວຈິງນັບແຕ່ເດືອນມັງກອນຫາວັນທີ
23 ພະຈິກ 2017
ສາມາດປະຕິບັດໄດ້ທັງໝົດ 51
ຕື້ກວ່າກີບ ເທົ່າກັບ 568,68%,
ລືື່ນແຜນການປີ 460,95%
ຄິດເປັນຕົວເລກເງິນລື່ນແຜນການປະມານ 42
ຕື້ກວ່າກີບ. ທັງນີ້,
ກໍ່ຍ້ອນການແກ້ໄຂລົດບໍ່ຖືກຕ້ອງຈຳນວນ 2.716
ຄັນ. ໃນນັ້ນ, ເປັນປະເພດລົດໃຫຍ່ 1.401
ຄັນ, ລົດຈັກ 1.315 ຄັນ.
ທ່ານ ຄຳພອນ
ຫານຊະນະຮອງຫົວໜ້າກອງກວດກາພາສີປະຈຳແຂວງສະຫວັນນະເຂດໃຫ້ສຳພາດວ່າ: ດ້ານແນວຄິດການເມືອງຄະນະກອງກວດກາພາສີປະຈຳແຂວງ
ໄດ້ເອົາໃຈໃສ່ສຶກສາອົບຮົມໃຫ້ສະມາຊິກພັກ, ພະນັກນັກງານ, ເຜີຍແຜ່ເຊື່ອມຊຶມບັນດາແນວທາງນະໂຍບາຍຂອງພັກ-ລັດ,
ມະຕິຕ່າງໆຂອງພັກ,
ກົດໝາຍຂອງລັດ,ຍົກສູງຄວາມຮູ້ຄວາມສາມາດເຂົ້າຮ່ວມດຳເນີນຊີວິດການເມືອງ
ແລະ ຖືເອົາການຕໍານິຕິຊົມຕົນເອງເປັນພື້ນຖານການກໍ່ສ້າງເພື່ອເປັນການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພາລະກິດປ່ຽນແປງໃໝ່ຢ່າງຮອບດ້ານ,
ພ້ອມທັງຕີຖອຍປະກົດການຫຍໍ້ທໍ້ຕ່າງໆໃນຂະແໜງພາສີໂດຍສະເພາະໃນກອງກວດກາພາສີປະຈຳແຂວງໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ…ດ້ານວິຊາສະເພາະກອງກວດກາພາສີປະຈຳແຂວງປະກອບມີ 2
ຈຸງານຄື: ຈຸງານປະຕິບັດໜ້າທີ່ວິຊາສະເພາະ ແລະ
ຈຸງານປະສານສົມທົບກັບອົງການປົກຄອງທ້ອງຖິ່ນ, ພະນັກງານ-ເຈົ້າໜ້າທີ່ພາສີປະຈຳກອງກວດກາທັງໝົດ 34
ສະຫາຍ, ຍິງ 5 ສະຫາຍ, ມີຄະນະກອງກວດກາ 4 ສະຫາຍ, ໃນແຕ່ລະໄລຍະຄະນະກອງກວດກາພາສີໄດ້ຊັບຊ້ອນໝູນວຽນພະນັກງານ-ສະມາຊິກພັກຕາມຄວາມຮູ້ຄວາມສາມາດ
ແລະ ແບ່ງຄວາມຮັບຜິດຊອບຢ່າງລະອຽດ.
ທ່ານ ຄຳພອນ
ຫານຊະນະຍັງໄດ້ເນັ້ນຕື່ມອີກວ່າ: ອີງຕາມການມອບໝາຍຈາກກົມພາສີ ກະຊວງການເງິນ
ມອບໝາຍໃຫ້ກອງກວດກາພາສີປະຈຳແຂວງສະຫວັນນະເຂດໃນປີ 2017 ຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດຈຳນວນ 9
ຕື້ກີບ, ແຕ່ຜ່ານການຈັດຕັ້ງປະຕິບັດນັບແຕ່ເດືອນມັງກອນຫາວັນທີ 23
ພະຈິກ 2017 ສາມາດຈັດເກັບລາຍຮັບໄດ້ 51
ຕື້ກວ່າກີບ ເທົ່າກັບ 568,68%
ຂອງການແຜນການປີ,
ຖ້າທຽບໃສ່ແຜນການສາມາດປະຕິບັດໄດ້ລືື່ນແຜນ 460,95%
ຄິດເປັນຕົວເລກເງິນລື່ນແຜນການປະມານ 42
ຕື້ກວ່າກີບ.
ສາເຫດທີ່ພາໃຫ້ການຈັດເກັບລາຍຮັບລື່ນແຜນການແມ່ນຍ້ອນການແກ້ໄຂລົດບໍ່ຖືກຕ້ອງທີ່ແຂວງຂຶ້ນບັນຊີໄວ້ທັງໝົດ
5.702 ຄັນ,
ໃນນັ້ນ, ປະເພດລົດຈັກ 3.835 ຄັນ, ລົດໃຫຍ່ 1,867 ຄັນ ( ລົດກະບະ 1.627 ຄັນ, ລົດເກັງ 77 ຄັນ, ລົດຈິບ 159 ຄັນ, ລົດຕູ້ 4 ຄັນ) ແລະ ສາມາດແກ້ໄຂໄດ້ແລ້ວທັງໝົດ
2.716 ຄັນ. ໃນນັ້ນ, ລົດໃຫຍ່ 1.401 ຄັນ, ລົດຈັກ 1.315 ຄັນ ສາມາດເກັບລາຍຮັບເຂົ້າງົບປະມານໄດ້ຫຼາຍກວ່າ 40
ຕື້ກີບ. ນອກນັ້ນ,
ຍັງມີລາຍຮັບຈາກເກັບພາສີນຳສິ້ນສ່ວນພາຫະນະ ແລະ
ອາໄຫຼ່, ປະເພດເຄື່ອງກໍ່ສ້າງ,
ເຄື່ອງໃຊ້ໄຟຟ້າ,
ເຄື່ອງອຸປະໂພກ-ບໍລິໂພກ ແລະ
ເຄື່ອງສິນຄ້າອື່ນໆ.
ສຳລັບແຜນຄາດຄະເນຈັດກັບລາຍຮັບເຂົ້າງົບປະມານໝົດປີ
2017 ຂອງກອງກວດກາພາສີປະຈຳແຂວງສະຫວັນນະເຂດ,
ຖ້າຫາກວ່າທາງຄະນະຮັບຜິດຊອບໂດຍສະເພາະແມ່ນຄະນະນຳຈາກກະຊວງການເງິນ
ອະນຸຍາດໃຫ້ແກ້ໄຂລົດທີ່ບໍ່ຖືກຕ້ອງທີ່ເຈົ້າໜ້າພາສີຂອງກອງກວດກາພາສີປະຈຳແຂວງໄດ້ຢຶດມາໄວ້ຈຳນວນ
6 ຄັນ ແລະ ອີກ 17
ຄັນແມ່ນເຈົ້າໜ້າທີ່ພາສີໄດ້ຮ່ວມກັບຄະນະສະເພາະກິດຂອງແຂວງຄາດວ່າການເກັບລາຍຮັບເຂົ້າງົບປະມານຈະບັນລຸເຖິງ
53 ຕື້ກີບ.

No comments:
Post a Comment