ລະດູການ 2018 ສະມາຄົມບານເຕະແຫ່ງປະເທດໄທ ເດີນໜ້າເປີດຕະຫຼາດອາຊຽນ
ດ້ວຍການແກ້ລະບົບການແຂ່ງຂັນບານເຕະລີກອາຊີບໃໝ່
ໃນເລື່ອງຕົວຜູ້ຫຼິ້ນຕ່າງຊາດຈາກເດີມທີ່ສົ່ງລາຍການຜູ້ຫຼິ້ນ 5 ຄົນ ໂດຍກະຕິກກາລົງສະໜາມ 3+1, ເຊິ່ງລາຍການລະອຽດຂອງການລົງສະໜາມຈາກເດີມຄື
ຜູ້ຫຼິ້ນຊາດຕ່າງໆບໍ່ເກີນ 3 ຄົນບວກກັບຜູ້ຫຼິ້ນທີ່ມີສັນຊາດອາຊີ
1 ຄົນ.
ຂະນະທີ່
ລະບຽບການແຂ່ງຂັນໃໝ່ໃຫ້ສົ່ງລາຍຊື່ນັກເຕະຕ່າງຊາດ 5 ຄົນ ປະກອບໄປດ້ວຍ ຜູ້ຫຼິ້ນຊາດຕ່າງໆ 3 ຄົນ, ອາຊີ 1 ຄົນ ແລະ ອາຊຽນ 1 ຄົນ ໂດຍການລົງສະໜາມຍັງໃຊ້ກະຕິກາເດີມ 3+1.
ຈາກຜົນດັ່ງກ່າວເຮັດໃຫ້
ຕະຫຼາດຊື້-ຂາຍນັກທີ່ເປີດຂຶ້ນນັ້ນ ທີມໃນລະດັບຕ່າງທັງໄທລີກ 1 ແລະ ໄທລີກ 2 ຕ່າງໃຫ້ຄວາມສົນໃຈກັບໂຄຕາອາຊຽນ
ເພາະໄດ້ຮັບຄວາມສົນໃຈດ້ານການຕະຫຼາດສູງເປັນຢ່າງຍິ່ງ ຈາກແຟນບານອາຊີຕາເວັນອອກສຽງໃຕ້
ແນ່ນອນວ່າການຄວ້ານັກເຕະຂອງແຕ່ລະຊາດດັ່ງກ່າວມາສູ່ທີມຍ່ອມໄດ້ຮັບຄວາມສົນໃຈເປັນຢ່າງຍິ່ງ.
ໂດຍສະເພາະເລື່ອງສັນຍາ
ຫຼື ຄ່າຈ້າງຂອງນັກເຕະໂຄຕາອາຊຽນ ເຊິ່ງເວລານີ້ວົງການບານເຕະໄທເປີດເຜີຍວ່າ
ທີມສະໂມສອນໃນປະເທດໄທ ຈ່າຍທຸ້ມເງິນເປັນຈໍາຈວນ 24 ລ້ານບາດ ຄວ້າ 7 ນັກເຕະຊຸບເປີດສະຕາໃນປະເທດອາຊຽນ.
ໂດຍ 7 ນັກເຕະດັ່ງກ່າວມາຈາກດັ່ງນີ້:
-ສິງກະໂປ 3 ຄົນຄື: ຮັສຊັນ ຊັນນີ ມາຢູ່ກັບອາມີ ຢູໄນເຕັດ, ຊູຟາມີ ອາຣີຟິນ ຢູ່ ຊົລບູລີ ເອັຟຊີ ແລະ ອີຊວານ ມາບຸດ ຢູ່ກັບ ໜອງບົວພິຊົນ.
-ສິງກະໂປ 3 ຄົນຄື: ຮັສຊັນ ຊັນນີ ມາຢູ່ກັບອາມີ ຢູໄນເຕັດ, ຊູຟາມີ ອາຣີຟິນ ຢູ່ ຊົລບູລີ ເອັຟຊີ ແລະ ອີຊວານ ມາບຸດ ຢູ່ກັບ ໜອງບົວພິຊົນ.
-ມຽນມາ 2 ຄົນຄື: ອ່ອງທູ ຢູ່ກັບ ເທໂຣ ແລະ
ຄຽວ ໂຄ ໂຄ ຢູ່ກັບ ຊຽງຣາຍ ຢູໄນເຕັດ.
ອິນໂດເນເຊຍ 1 ຄົນຄື: ຣຽວຈິ ອູໂຕໂມະ ຢູ່ກັບ ພີທີທີ ຣະຢອງ.
ຟິລິບປິນ
1 ຄົນຄື: ຮິກາຣຸ ມິເນກິຊິ ຢູ່ກັບ ພັດທະຍາ ຢູໄນເຕັດ.








No comments:
Post a Comment