ຂປລ. ປີ 2017 ກອງກວດກາພາສີ ປະຈຳແຂວງສະຫວັນນະເຂດ ໄດ້ຮັບຕົວເລກແຜນການຈັດເກັບລາຍຮັບ ເຂົ້າງົບປະມານແຫ່ງລັດ ຈຳນວນ 9 ຕື້ກີບ, ແຕ່ຜ່ານການຈັດຕັ້ງປະຕິບັດວຽກງານວິຊາສະເພາະຕົວຈິງ ນັບແຕ່ເດືອນມັງກອນ ຫາ ເດືອນພະຈິກ 2017 ສາມາດປະຕິບັດໄດ້ທັງໝົດ 51 ຕື້ກວ່າກີບ ເທົ່າກັບ 568,68%, ລືື່ນແຜນການປີ 460,95% ຄິດເປັນຕົວເລກເງິນລື່ນແຜນການປະມານ 42 ຕື້ກວ່າກີບ. ທັງນີ້, ຍ້ອນການແກ້ໄຂລົດບໍ່ຖືກຕ້ອງຈຳນວນ 2.716 ຄັນ. ໃນນັ້ນ, ເປັນປະເພດລົດໃຫຍ່ 1.401 ຄັນ, ລົດຈັກ 1.315 ຄັນ.
ທ່ານ ຄຳພອນ ຫານຊະນະ ຮອງຫົວໜ້າກອງກວດກາພາສີ ປະຈຳແຂວງສະຫວັນນະເຂດ ໄດ້ໃຫ້ສຳພາດເມື່ອບໍ່ນານມານີ້ວ່າ: ສາເຫດທີ່ພາໃຫ້ການຈັດເກັບລາຍຮັບລື່ນແຜນການ ແມ່ນຍ້ອນການແກ້ໄຂລົດບໍ່ຖືກຕ້ອງ ທີ່ແຂວງຂຶ້ນບັນຊີ ໄວ້ທັງໝົດ 5.702 ຄັນ. ໃນນັ້ນ, ປະເພດລົດຈັກ 3.835 ຄັນ, ລົດໃຫຍ່ 1.867 ຄັນ, ສາມາດແກ້ໄຂໄດ້ແລ້ວທັງໝົດ 2.716 ຄັນ, ເປັນລົດໃຫຍ່ 1.401 ຄັນ, ລົດຈັກ 1.315 ຄັນ. ນອກນັ້ນ, ຍັງມີລາຍຮັບຈາກເກັບພາສີ ນຳຊີ້ນສ່ວນພາຫະນະ ແລະ ອາໄຫລ່, ປະເພດເຄື່ອງກໍ່ສ້າງ, ເຄື່ອງໃຊ້ໄຟຟ້າ, ເຄື່ອງອຸປະໂພກ-ບໍລິໂພກ ແລະ ເຄື່ອງສິນຄ້າອື່ນໆ.
ຜົນສຳເລັດດັ່ງກ່າວ, ຍ້ອນຄວາມເອົາໃຈໃສ່ ສຶກສາອົບຮົມ ດ້ານແນວຄິດການເມືອງ ໃຫ້ສະມາຊິກພັກ, ພະນັກນັກງານ, ເຜີຍແຜ່ເຊື່ອມຊຶມ ບັນດາແນວທາງນະໂຍບາຍຂອງ ພັກ-ລັດ, ມະຕິຕ່າງໆຂອງພັກ, ກົດໝາຍຂອງລັດ, ຍົກສູງຄວາມຮູ້ຄວາມສາມາດ ເຂົ້າຮ່ວມດຳເນີນຊີວິດການເມືອງ ແລະ ຖືເອົາການຕໍານິຕິຊົມຕົນເອງ ເປັນພື້ນຖານການກໍ່ສ້າງ ເພື່ອເປັນການປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນພາລະກິດປ່ຽນແປງໃໝ່ ຢ່າງຮອບດ້ານ, ພ້ອມທັງຕີຖອຍ ປະກົດການຫຍໍ້ທໍ້ຕ່າງໆ ໃນຂະແໜງພາສີ, ໂດຍສະເພາະໃນກອງກວດກາພາສີປະຈຳແຂວງ ໃຫ້ຫລຸດໜ້ອຍຖອຍລົງເທື່ອລະກ້າວ.
ໃນຂະນະທີ່ແຜນ ຄາດຄະເນຈັດກັບລາຍຮັບເຂົ້າງົບປະມານໝົດປີ 2017 ຂອງກອງກວດກາພາສີປະຈຳ ແຂວງສະຫວັນນະເຂດຈະບັນລຸເຖິງ 53 ຕື້ກີບ.
ພາບ-ຂ່າວ: ກະຊວງການເງິນ


No comments:
Post a Comment