Sunday, 10 December 2017

“ອີຢູ” ຂຶ້ນບັນຊີດຳ 17 ປະເທດ

ສະຫະພາບຢຸໂຣບ (ອີຢູ) ຂຶ້ນບັນຊີດຳ ແລະ ດິນແດນທີ່ 17 ແຫ່ງ ໃນຖານະແຫລ່ງຫຼົບຫຼີກການເສຍພາສີ ເຊິ່ງຮວມມີກຸ່ມ (ຢູເອອີ) ຢ່າງ ມາເກົ໊າ, ເກົາຫຼີໃຕ້ ແລະ ສະຫະລັດອາຫຼັບເອມິເຣດ
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງ ບຣັດເຊລ ປະເທດ ເບລຢຽມ ເມື່ອວັນທີ 6 ທັນວາ ທີ່ຜ່ານມາວ່າ ທ່ານ ປິແອຣ໌ ມອສໂກວິຊີ ກຳມະທິການດ້ານພາສີຂອງຄະນະກຳມະທິການຢຸໂຣບ (ອີຊີ) ຖະແຫຼງວ່າ ທີ່ປະຊຸມລັດຖະມົນຕີການເງິນຂອງສະຫະພາບຢຸໂຣບ (ອີຢູ) ມີມະຕິໃຫ້ຂຶ້ນບັນຊີດຳລັດ ແລະ ດິນແດນທີ່ບໍ່ແມ່ນສະມາຊິກອີຢູອີກ 17 ປະເທດ ເປັນແຫຼ່ງຫຼົບຫຼີກພາສີໄດ້ແກ່: ອາເມລິກັນຊາມົວ,​ ບາເຣນ, ບາຣເບໂດສ, ກວມ, ເກົາຫຼີໃຕ້, ມາເກົ໊າ, ໝູ່ເກາະມາຣ໌ແຊລ, ມົງໂກນ, ນາມິເບຍ, ປາເລົາ, ປານາມາ, ເຊນຕລູເຊຍ, ຊາມົວ, ຕຣນິແດ ແລະ ໂຕເບໂກ, ຕູນິເຊຍ ແລ ສະຫະລັດອາຫຼັບເອມິເຣດ (ຢູເອອີ )

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...