ສຳນັກຂ່າວຕ່າງປະເທດລາຍງານ
18 ພະຈິກ 2017 ວ່າ: ກອງທັບສະຫະລັດ ອາເມຣິກາ ຖະແຫຼງຍອມຮັບວ່າ
ມີນັກບິນຄົນໜຶ່ງທີ່ຄຶກຄະນອງໃຊ້ໄອພົນຂອງຍົນ ສ້າງຮ່ອງຮອຍເປັນຮູບ
"ອະໄວຍະວະເພດຊາຍ" ຂະໜາດໃຫຍ່ ເໜືອນ່ານຟ້າເຂດໂອຄາໂນແກນ ລັດວໍຊິງຕັນ
ເມື່ອວັນພະຫັດທີ່ຜ່ານມາ ແລະ ຖືກເຜີຍແຜ່ໄປໃນໂລກອອນລາຍຢ່າງວ່ອງໄວ.
ໂດຍ ນາວາຕີ ເລສລີ ຮັບເບວ ໂຄສົກກອງທັບ ຖະແຫຼງລະບຸວ່າ ກອງທັບປະນາມຕໍ່ຄວາມບໍ່ເປັນມືອາຊີບຂອງນັກບິນຄົນດັ່ງກ່າວ ແລະ ຢ້ຳວ່າບຸກຄະລາກອນຂອງກອງທັບຄວນປະຕິບັດຕົນຢ່າງສົມກຽດ ແລະ ຄວນເຄົາລົບສັງຄົມ ໂດຍກອງທັບໄດ້ກ່າວຂໍໂທດ ພ້ອມທັງສັ່ງພັກວຽກ ແລະ ສັ່ງສືບສວນໂດຍລະອຽດຕໍ່ນັກບິນຄົນດັ່ງກ່າວທີ່ໃຊ້ຍົນຂັບໄລ່ F/A-18 Growler ຫຼື Boeing EA-18G Growler ເຊິ່ງປະຈຳການຢູ່ຖານທັບເທິງເກາະວິດບີ ໃນລັດວໍຊິງຕັນ ອັນໄດ້ສ້າງຄວາມຕື່ນປະຫຼາດໃຫ້ກັບຜູ້ພົບເຫັນ.

No comments:
Post a Comment