Thursday, 9 November 2017

ຈັດເຕັມຄວາມເປັນລາວ!! ເປີດເຜີຍແລ້ວຊຸດປະຈຳຊາດຂອງ MISS INTERNATIONAL LAOS 2017 ທີ່ຈະໃຊ້ເຂົ້າປະກວດທີ່ປະເທດຍີ່ປຸ່ນ

ຈັດເຕັມຄວາມເປັນລາວ ເປີດເຜີຍແລ້ວຊຸດປະຈຳຊາດທີ່ຈະໃຊ້ເຂົ້າປະກວດໃນ Miss International Laos 2017 ທີ່ປະເທດຍີ່ປຸ່ນຊຸດປະຈຳຊາດ ຂອງ Miss International 2017 Phounsap Phonnyotha
ອອກແບບໂດຍ: Billy Si Amphan
ແຕ່ງໜ້າເຮັດຜົມໂດຍ: Alex Aliya Soundala
ຖ່າຍພາບໂດຍ: Vilasak Sengphetmany
ສະໜັບສະໜູນຊຸດປະຈຳຊາດໂດຍ: Lao Fashion Week Pany Saignavongs


ບິນລີ້ ສີອຳພັນ ເປັນຜູ້ອອກແບບຊຸດປະຈຳຊາດໃຫ້ກັບ Miss International Laos 2017 ມິມິ່ ພູນຊັບ ພົນໂຍທາ. ບິນລີ້ ເປັນນັກອອກແບບໜຸ່ມນ້ອຍຈາກໂຄງການປະກວດ Young Designer ຂອງ Lao Fashion Week ປີ 2015
ບິນລີ້ ໄດ້ດຶງເອົາເອກະລັກກິ່ນອາຍຄວາມເປັນລາວໃຕ້ເຊີ່ງໃສ່ຊື່ວ່າ: “ເຂົ້າຫນຽວສຽງແຄນແດນຈຳປາ”


 ດຶງເອົາຄວາມເປັນເອກະລັກຈາກການນຸ່ງຖືຂອງແມ່ຍິງລາວນຳສະເໜີສູ່ຊາວໂລກ ສີຂອງຊຸດແມ່ນໂທນສີເຫລືອງທອງສະແດງເຖິງຄວາມຮຸ່ງເຮືອງສີວິໄລ ແລະ ຄວາມອຸດົມສົມບູນທາງດ້ານສິລະປະ ຫັດຖະກຳຮີດຄອງປະເພນີ ແລະ ວັດທະນະທຳອັນດີງາມຂອງລາວເຮົາ ເຊີງອົງປະກອບທັງໝົດຂອງຊຸດນີ້ແຕ່ລະຢ່າງກໍ່ມິຄວາມໝາຍລັກສະນະຊາດເຊັ່ນ:
– ດອກຈຳປາ ກໍ່ເປັນດອກໄມ້ປະຈຳຊາດລາວ
– ນຸ່ງສິ້ນ, ເກົ້າຜົມ ບ່ຽງແພ ປັກດອກຈຳປາ ກໍ່ແມ່ນເອກະລັກການນຸ່ງຖືຂອງແມ່ຍິງລາວມາແຕ່ບູຮານນະການ
– ເຂົ້າໜຽວສຽງແຄນ ໝາຍວິຖີການດຳລົງຊີວິດ, ສິນລະປະຖັດທະກຳ ແລະ ດົນຕີພຶ້ນເມືອງລາວ


ຊ່ວຍກັນແຊ ແລະ ເປັນກຳລັງໃຈ ໃຫ້ກັບ ມິມິ້ ແດ່ເດີ
ສະໜັບສະໜູນຊຸດປະຈຳຊາດໂດຍ: Lao Fashion Week Pany Saignavongs
ພາບ ແລະ ຂໍ້ມູນຈາກ : Miss International Laos 2017
————————-
www.perdjai.com

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...