ເວັບໄຊອາທີຂອງຣັດເຊຍເຜີຍຄລິບວີດີໂອທີ່ບໍລິສັດຜູ້ປະລິດອຸປະກອນແຫ່ງໜຶ່ງໃນຣັດເຊຍ ທົດສອບຄວາມແຂງແກ່ງຂອງຊຸດໃນສະບັບ ຣັດເຊຍ ໂດຍການໃຫ້ນາງແບບສາວທີ່ຊື່ ວິກຕໍ ເຣຍ ໂຄເລສນິກໂຄວາ ໃສ່ຊຸດເກາະ ແລ້ວຍ່າງຜ່ານສະໜາມຮົບຈຳລອງທີ່ເຕັມໄປດ້ວຍ ແປວໄຟ ແລະລະເບີດເປັນໄລຍະ ໂດຍບໍ່ມີທ່າທີສະແດງຄວາມຕົກໃຈແຕ່ຢ່າງໃດ ພາຍຫລັງ ສິ້ນສຸດການທົດສອບແລ້ວເຂົາປົດໝວກອອກມາພົບພຽງຮອຍເປື້ອນຈາກຂະເມົ່າ ລະເບີດ ທີ່ໃບໜ້າພຽງເລັກນ້ອຍເທົ່ານັ້ນ
ດ້ານເຊີເກ ຄິຕອຟ ຫົວຫນ້າທີມພັດທະນາຊຸດດັ່ງກ່າວເຜີຍວ່າ ຊຸດທີ່ນາງແບບສວມໃສ່ ເຮັດມາຈາກຜ້າ ອາຣາມິດ (Aramid)ຊຶ່ງຕ່ຳມາຈາກເສັ້ນໄຍສັງເຄາະໃນກຸ່ມທີ່ມີຄວາມແຂງ ແຮງ ມີຄຸນສົມບັດທົນຕໍ່ຄວາມຮ້ອນສູງ ແລະແຮງອັດທະແທກໄດ້ເປັນຢ່າງດີ ທີມຜູ້ອອກ ແບບຊຸດດັ່ງກ່າວເຜີຍວ່າ ວັດສະດຸຂອງຊຸດສາມາດປ້ອງກັນລູກປືນ ແລະເສດລະເບີດໄດ້ ແຕ່ພວກເຂົາຍັງຢູ່ໃນຂັ້ນຕອນພັດທະນາ ໃຫ້ສາມາດທົນຄວາມຮ້ອນຈາກແປວໄຟໄດ້ນານ ຂື້ນ ໂດຍທາງບໍລິສັດຄາດວ່າຊຸດເກາະດັ່ງກ່າວຈະສາມາດຜະລິດເພື່ອຈຳໜ່າຍໄດ້ ພາຍໃນ ປີ 2020 ສຳລັບໃຊ້ໃນພາລະກິດທາງທະຫານ
ທີ່ມາ : https://www.rt.com/news/

No comments:
Post a Comment