ເມື່ອວັນທີ 22 ພະຈິກ ທີ່ຜ່ານມາ ບີບີຊີລາຍງານວ່າາ ນາຍພົນ ຣັດໂກ ມລາດິຊ ໄວອາຍຸ 74 ປີ ໄດ້ຖືກພິພາກສານຈາກສະຫະປະຊາຊາດ ແຫ່ງນະຄອນຫລວງ ເຮັກ ປະເທດເນເທີແລນ ພິພາກສາໃຫ້ຕິດຄຸກຕະຫຼອດຊີວິດ ໃນຂໍ້ຫາສັ່ງຂ້າລ້າງເຜົ່າພັນ ແລະ ອາຊະຍາກຳຕໍ່ມະນຸດຊາດ
ໃນຊ່ວງສົງຄາມກາງທີ່ເມືອງ ຢູໂກສລາເວຍ ລະຫວ່າງປິ 1992-1995 ນາຍພົນ ມລາດິຊ ຜູ້ຮັບຜິດຊອບໃນການບັງຄັບບັນຊາຕໍ່ການປິດລ້ອມນະຄອນຊາຣາເຢໂວ ແລະ ການສັ່ງຂ້າກຸ່ມຊາວມຸສລິມບອສເນຍ ທີ່ ເຊເບຣນິກາ ນັບເປັນການສັ່ງຂ້າຄັ້ງໃຫຍ່ທີ່ສຸດໃນຢຸໂຣບຫຼັງສົມຄາມໂລກຄັ້ງທີສອງ ມີຜູ້ເສຍຊີວິດກວ່າ 8,400 ຄົນ ສ່ວນໃຫຍ່ເປັນຊາວບອສເນຍ ຈົນເຂົາໄດ້ຮັບສາຍາ “ນັກຂ້າແຫ່ງບອສເນຍ”

No comments:
Post a Comment