Sunday, 5 November 2017

ບໍລິສັດຮັບເໝົາ-ກໍ່ສ້າງທາງ ກຽມເຈັບໂຕ!!! ເພາະລັດຖະບານເລັ່ງກວດຄືນທາງທີ່ບໍ່ໄດ້ມາດຕະຖານ


ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ກ່າວໃນກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ VIII ທີ່ພວມດໍາເນີນໃນປັດຈຸບັນນີ້ ວ່າ: ລັດຖະບານພວມເລັ່ງກວດຄືນບັນດາໂຄງ ການກໍ່ສ້າງເສັ້ນທາງທີ່ບໍ່ໄດ້ມາດຕະຖານ ແລະ ມີລາຄາສູງເກີນຄວາມເປັນຈິງ ເພື່ອແກ້ໄຂໃຫ້ສອດ ຄ່ອງຕາມຫລັກການ ແລະ ລະບຽບກົດໝາຍ, ພາຍຫລັງເຫັນວ່າສະພາບການກໍ່ສ້າງເສັ້ນທາງຢູ່ປະເທດເຮົາແມ່ນມີມູນຄ່າສູງ, ຂາດຄຸນນະພາບ ອັນໄດ້ເຮັດໃຫ້ລັດເສຍຜົນປະໂຫຍດ ແລະ ສະເໜີໃຫ້ລັດຖະບານແກ້ໄຂຢ່າງຮີບດ່ວນ.ທ່ານນາຍົກລັດຖະມົນຕີ ໄດ້ມີຄໍາເຫັນວ່າ: ການກໍ່ສ້າງເສັ້ນທາງໃນຜ່ານມາແມ່ນມີມູນຄ່າສູງເກີນຄວາມເປັນຈິງ ແລະ ຄຸນນະພາບພັດຕໍ່າເກີນຄວາມສາມາດທີ່ຈະສຳນຶກ, ຍ້ອນໄລຍະຜ່ານມາການກໍ່ສ້າງເສັ້ນທາງຢູ່ປະເທດເຮົາໄດ້ມີການຈັດປະເພດດັ່ງນີ້:
  • ປະເພດທີ1: ແມ່ນໂຄງການນອກແຜນ (ເອກະຊົນຂໍລົງທຶນກ່ອນ) ເຊິ່ງບໍ່ມີການສຳຫລວດຕາມມາດຕະຖານຕາມ​​ວິຊາການໃດໆ, ໝາຍວ່າ ຜູ້ກໍ່ສ້າງສຳຫລວດເອງ, ອອກແບບເອງ, ກຳນົດລາຄາຫົວໜ່ວຍເອົາເອງ.
    • ປະເພດທີ2: ແມ່ນມີຢູ່ໃນແຜນແຕ່ພຽງເປັນແຜນຢາກກໍ່ສ້າງ, ໝາຍວ່າມີຢູ່ໃນແຜນການໄລຍະຕ່າງໆຂອງແຂວງ, ໂດຍອ້າງວ່າຄະນະປະຈຳຕົກລົງ ແລະ ບາງໂຄງການອາດ​​ມີຢູ່ໃນກະຊວງ, ມີການສຳຫລວດອອກແບບໄວ້ແລ້ວແຕ່ບໍ່ທັນມີທຶນ, ບໍ່ທັນມີໃນແຜນງົບປະມານ ແລະ ຜູ້ຮັບເໝົາກໍ່ສ້າງຂໍລົງທຶນ ກ່ອນແລ້ວໃຫ້ຊຳລະຕາມຫລັງ, ເພາະຜູ້ຮັບເໝົາມີເງິນແລ້ວ, ແຕ່ເມື່ອໄດ້ຮັບອະນຸ ຍາດຕົກລົງແລ້ວຊ້ຳພັດເອົາໃບຕົກລົງໄປຢືມທະນາຄານມາສ້າງບໍ່ມີການປະມູນ, ສວຍໂອກາດຍົກລາຄາສູງຂຶ້ນເພື່ອໄວ້ເພາະລັດຕິດໜີ້, ພ້ອມທັງຫລຸດປະລິມານ ແລະ ​​ຄຸນນະພາບຕໍ່າລົງ ແລະ ໃນທີ່ສຸດທະນາຄານທີ່ໃຫ້ກູ້ກໍຕົກຢູ່ໃນສະພາບກາຍເປັນໜີ້ເສຍ.




      • ປະເພດທີ3: ແມ່ນມີໃນແຜນ, ມີການອອກແບບ, ມີການກຳນົດຫົວໜ່ວຍລາຄາ, ມີງົບປະມານ, ແຕ່ບໍ່ພໍຈິງໄດ້ແບ່ງອອກເປັນຫລາຍປີ, ເມື່ອກໍ່ສ້າງໄປກໍວ່າບໍ່ມີເງິນພໍ, ມີການຂຶ້ນລາຄາຫົວໜ່ວຍ, ເຮັດວຽກເພີ່ມ, ຕັດມາດຕະຖານລົງ, ຖ້າລັດຕິດໜີ້ຊຳລະບໍ່ໄດ້ຕາມແຜນຜູ້ຮັບເໝົາກໍຈະຮຽກຮ້ອງ ຫລື ຂໍສິດພິເສດຕ່າງໆນາໆ. ສຸດທ້າຍມາກໍເປັນການສ້າງໜີ້ໃຫ້ລັດຖະບານ​​ຕື່ມອີກ ແລະ ບັນດາບັນຫາເຫລົ່ານີ້, ຈຶ່ງເປັນສາເຫດ ພາໃຫ້ໂຄງການກໍ່ສ້າງເສັ້ນທາງຢູ່ປະເທດເຮົາຕົກໃນສະພາບເຊັ່ນນີ້ ແລະ ຍັງໄຄແດ່ແຕ່ໂຄງການຊ່ວຍເຫລືອຂອງຕ່າງປະເທດ ເພາະເຂົ້າເຈົ້າຈະເປັນຜູ້ຄວບຄຸມຕາມມາດຕະຖານຂອງເຂົາ.ດັ່ງນັ້ນ, ນັບແຕ່ເດືອນເມສາ 2016 ເປັນຕົ້ນມານີ້, ລັດຖະບານໄດ້ຢຸດຕິ​​ບັນດາໂຄງການທີ່ນອນໃນປະເພດ 1, 2 ທັງໝົດ ແລະ ກວດກາຄືນ​​ບັນດາໂຄງການປະເພດທີ 3. ສ່ວນການຊຳລະໜີ້ກໍໄດ້ກວດຄືນ ແລະ ແຍກ​​ແລ້ວ, ເຊິ່ງປະເພດນອກແຜນນອກຫລັກການແມ່ນບໍ່ທັນນອນໃນບັນຊີຊຳລະໜີ້ເທື່ອ. ໃນກໍລະນີໂຄງການໃນແຜນ, ແຕ່ກວດເຫັນຄວາມຜິດປົກກະຕິຕ່າງໆແມ່ນຕ້ອງກວດຄືນ ແລະ ຈະຊຳລະສະສາງໄດ້ກໍ​​ຕໍ່ເມື່ອເຫັນວ່າສຳເລັດແທ້, ຖືກຕ້ອງຕາມຫລັກການ, ມູນຄ່າກໍ່ສ້າງມີຄວາມເໝາະສົມ,ຈຶ່ງຈັດເຂົ້າແຜນຊຳລະ ແລະ ໃຊ້ໜີ້ຕາມຂະບວນການທີ່ໂປ່ໃສ.

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...