ຂປລ. ໃນວັນທີ 9 ພະຈິກ 2017 ທີ່ສູນກາງແນວລາວສ້າງຊາດ ທ່ານ ໄຊສົມພອນ ພົມວິຫານ ປະທານສູນກາງ ແນວລາວສ້າງຊາດ ໄດ້ຕ້ອນຮັບຄະນະຜູ້ແທນ ຄົນເຊື້ອຊາດລາວ ທີ່ຢູ່ປະເທດສະຫະລັດ ອາເມລິກາ ເກືອບ 50 ທ່ານ, ນໍາພາໂດຍ ທ່ານ ຄໍາຜຸຍ ມະນີແສງ ໃນໂອກາດ ມາເຄື່ອນໄຫວຢ້ຽມຢາມ ສປປ ລາວ ແຕ່ວັນທີ 3-11 ພະຈິກ ແລະ ເຂົ້າຮ່ວມການແຂ່ງຂັນ ກິລາກອ໊ຟ ມິດຕະພາບ ຊິງຂັນທ່ານລັດຖະມົນຕີ ກະຊວງການຕ່າງປະເທດ. ໂດຍມີ ທ່ານ ສຸວັນນາ ຜຸຍຍະວົງ ຫົວໜ້າກົມພົວພັນ ຄົນເຊື້ອຊາດລາວ ຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ, ມີຮອງປະທານສູນກາງ ແນວລາວສ້າງຊາດ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ໃນໂອກາດດັ່ງກ່າວ, ທ່ານ ໄຊສົມພອນ ພົມວິຫານ ໄດ້ກ່າວສະແດງ ຄວາມຍິນດີຕ້ອນຮັບ ພີ່ນ້ອງຄົນເຊື້ອຊາດລາວ ຢູ່ ສ ອາເມລິກາ ທີ່ໄດ້ເດີນທາງ ມາເຄື່ອນໄຫວຢ້ຽມຢາມ, ຊຶ່ງເປັນກິດຈະກໍາທີ່ມີ ຄວາມໝາຍຄວາມສຳຄັນ ລະຫວ່າງເຊື້ອຊາດລາວ ຢູ່ອາເມລິກາ, ຊຶ່ງຍາມໃດ ພັກ-ລັດຖະບານ ກໍຍັງເປັນຫ່ວງເປັນໄຍສະເໝີ ເຖິງວ່າຈະໄປຢູ່ໃສ, ປະເທດໃດ ກໍບໍ່ສາມາດຕັດແຍກອອກຈາກ ວົງຄະນະຍາດເຊື້ອຊາດລາວເຮົາໄດ້. ພ້ອມນີ້, ທ່ານປະທານສູນກາງແນວລາວ ຍັງໄດ້ໂອ້ລົມຕໍ່ ຄະນະຜູ້ແທນຄົນເຊື້ອຊາດລາວ ຢູ່ຕ່າງປະເທດ, ໂດຍຍົກໃຫ້ເຫັນ ການສ້າງສາພັດທະນາ ປະເທດຊາດ ແລະ ການພັດທະນາ ເສດຖະກິດ-ສັງຄົມ ໃນການນໍາພາປະເທດຊາດ ໃຫ້ຫລຸດພົ້ນອອກຈາກ ສະຖານະພາບ ຄວາມດ້ອຍພັດທະນາ ໃນປີ 2020 ກ້າວໄປສູ່ປະເທດ ກໍາລັງພັດທະນາ ທີ່ມີລາຍຮັບປານກາງ, ສູງ ຕາມທິດພັດທະນາສີຂຽວ ແລະ ຍືນຍົງ, ແຜນຍຸດທະສາດ ເພື່ອນໍາພາປະເທດຊາດ ຮອດປີ 2030.
ໃນໂອກາດດຽວກັນ, ທ່ານ ໄຊສົມພອນ ພົມວິຫານ ຍັງໄດ້ຮຽກຮ້ອງ ພີ່ນ້ອງຊາວລາວ ຢູ່ຕ່າງປະເທດ ຈົ່ງສືບທອດມູນເຊື້ອ ແຫ່ງຄວາມສາມັກຄີຮັກແພງ ທີ່ບັນພະບຸລຸດໄດ້ສ້າງມາ ແລະ ສາມາດປະກອບ ສ່ວນ ເຂົ້າໃນພາລະກິດສ້າງສາພັດທະນາ ບ້ານເກີດເມືອງນອນຂອງຕົນ ດ້ວຍຫລາຍວິທີ ເຊັ່ນ: ການນໍາເອົາ ສະພາບຄວາມເປັນຈິງ ທີ່ທ່ານໄດ້ພົບເຫັນໃນ ສປປ ລາວ ໄປເຜີຍແຜ່ ຫລື ສ້າງຄວາມເຂົ້າໃຈ ໃຫ້ແກ່ເພື່ອນມິດ ບໍ່ວ່າຈະເປັນຊາວລາວ ກໍຄື ຊາວຕ່າງປະເທດ, ຈົ່ງສືບຕໍ່ສ້າງເງື່ອນໄຂ ໃຫ້ພີ່ນ້ອງລາວຢູ່ຕ່າງປະເທດ ໄດ້ເຕົ້າໂຮມເຂົ້າກັນ ດ້ວຍຮູບການໃດໜຶ່ງ ທີ່ເໝາະສົມ ແລະ ຖືກຕ້ອງ; ສ້າງເງື່ອນໄຂຕິດຕໍ່ພົວພັນ ແລະ ແລກປ່ຽນຄວາມຄິດເຫັນ ລະຫວ່າງ ຊຸມຊົນຊາວລາວ ຢູ່ຕ່າງປະເທດ ກັບ ສປປ ລາວ ໃຫ້ຫລາຍຂຶ້ນ. ນອກນັ້ນ, ກໍສ້າງກົນໄກ ແລະ ວິທີການປະສານງານ ລະຫວ່າງຊຸມຊົນລາວ ຢູ່ຕ່າງປະເທດກັບບັນດາອົງການຈັດຕັ້ງ ທີ່ກ່ຽວຂ້ອງພາຍໃນປະເທດ. ພ້ອມກັນ ສ້າງບັນດາແຜນງານ ຫລື ໂຄງການຮ່ວມມືຊ່ວຍເຫລືອຕ່າງໆ ຕາມສະພາບເງື່ອນໄຂຕົວຈິງ.
ຂ່າວ-ພາບ:ຂັນໄຊ

No comments:
Post a Comment