ການລົ້ມບານ ຫຼື ເອີ້ນອີກຢ່າງໜຶ່ງວ່າ ການກໍານົດຜົນບານ ໄດ້ກາຍເປັນພະຍາດຢ່າງໜຶ່ງທີ່ແຜ່ລະບາດໄປທົ່ວ ວົງການບານເຕະໃນໂລກ ເຊັ່ນດຽວກັບວົງການບານເຕະອາຊຽນ ທີ່ເລີ່ມແຜ່ລາມຢ່າງໜັກ ໂດຍສະເພາະປີນີ້ຖືກ ສະຫະພັນບານເຕະອາຊີ ( ເອເອັຟຊີ ) ກວາດລ້າງ 2 ປະເທດແລ້ວ.
ເລີ່ມກັນທີ່ ວົງການບານເຕະລາວ
ທີ່ຖືກການລົ້ມບານ ທໍາລາຍໜັກຈາກກໍລິນີທີ່ ນັກກີລາ ແລະ ຜູ້ຮ່ວມຂະບວນການ 20 ຄົນ
ຂອງ ສປປ ລາວ ເຂົ້າຮ່ວມຂະບວນການດັ່ງກ່າວ ຫຼັງຈາກທີ່ ເອເອັຟຊີ ຫຼື ສະຫະພັນບານເຕະອາຊີ
ສັ່ງຫ້າມນັກເຕະຈໍານວນດັ່ງກ່າວ ຫ້າມລົງແຂ່ງຂັນບານເຕະຕະຫຼອດຊີວິດ, ເຊິ່ງມັນໄດ້ສ້າງຜົນກະທົບ
ແລະ ດຶງຄວາມເຊື່ອຖືຂອງວົງການບານເຕະລາວໃຫ້ຕົກຕໍ່າລົງ ໂດຍສະເພາະ ລາວພຣີເມຍລີກ
ຈາກທີ່ເຄີຍມີສີສັນແບບບໍ່ເຄີຍມີມາກ່ອນ ເມື່ອປີ 2016 ມີ 14 ທີມເຂົ້າຮ່ວມ, ແຕ່ມາປີ 2017 ເຫຼືອພຽງ 8 ທີມ ເຮັດໃຫ້ສີສັນຕົກລົງຢ່າງໜ້າຕົກໃຈ
ລວມທັງຍັງຂາດນັກເຕະຕົວຫຼັກຂອງທີມຊາດລາວ ໄປຫຼາຍໆຄົນຈາກການລົ້ມບານຄັ້ງນັ້ນ.
ຫຼ້າສຸດທາງພະຍາດດັ່ງກ່າວມາແຜ່ລາມໃສ່ ວົງການບານເຕະໄທ
ອີກປະເທດໃນອາຊຽນ ໂດຍເຈົ້າໜ້າທີ່ຂອງໄທ ໄດ້ຕັ້ງທີມປະກອບດ້ວຍເຈົ້າໜ້າທີ່ຕໍາຫຼວດ
ລວມກວ່າ 30 ທ່ານ ຮ່ວມກັນເຮັດວຽກ ແລະ ເກັບຂໍ້ມູນກັບທາງ
ສະມາຄົມບານເຕະແຫ່ງປະເທດໄທ ພົບວ່າ: ມີຂະບວນການລົ້ມບານແທ້ຈິງ
ໂດຍມີຜູ້ຮ່ວມຂະບວນການເຖິງ 12 ຄົນ ແລະ
ໄດ້ມີການຖະແຫຼງຂ່າວທີ່ສໍານັກງານຕໍາຫຼວດແຫ່ງຊາດ ເມື່ອວັນທີ 21 ພະຈິກ
ທີ່ຜ່ານມາ ແລະ ກຽມຈັບກຸມຖ້າຫາກຜິດແທ້.
ຈາກຜົນດັ່ງກ່າວ ເຫັນວ່າ ການລົ້ມບານ ບໍ່ມີຜົນດີຫຍັງໝົດ
ເຖິງວ່າ ຜູ້ທີ່ລົງມືເຮັດຈະໄດ້ເງິນກ້ອນໃຫຍ່, ແຕ່ມັນກໍ່ຢັ່ງຢືນ ແລະ ຍາກທີ່ລະຫຼອດເພາະການສືບສວນຂອງໜ່ວຍພິເສດຂອງ
ຟີຟາ ທີ່ມີລະບົບດີເລີດກໍ່ວ່າໄດ້ ເນື່ອງຈາກຫຼາຍປີທີ່ຜ່ານມາ
ຈະມີຂ່າວເລື່ອງລົ້ມບານຕໍ່ເນື່ອງ ແລະ ຜູ້ກໍ່ເຫດກໍ່ເສຍອາຊີບທີ່ຮັກມັກຂອງຕົວເອງໄປ
ບໍ່ມີໃຜຢູ່ໄດ້ຍາວນານຈັກລາຍ.
ດັ່ງນັ້ນ, ແອັດມິນຂໍຮຽກຮ້ອງໃຫ້ໝົດທຸກຄົນຫຼິ້ນດ້ວຍຄວາມໃຈຮັກມັກ ສົມກັບອາຊີບທີ່ຕົວເອງ ແລະ
ຍ່າໄປຫຍຸ້ງກ່ຽວກັບມັນຢ່າງເດັດຂາດ ຖ້າບໍ່ດັ່ງນັ້ນແລ້ວ, ນອກຈາກຈະທໍາລາຍຕົວເອງ, ຍັງເປັນການທໍາລາຍປະເທດຊາດ, ຄວາມເຊື່ອຖືຂອງແຟນບານທົ່ວໂລກ ແລະ ອື່ນໆຢ່າງຫຼວງຫຼາຍ.
ສໍາລັບກີລາບານເຕະເປັນກີລາທີ່ໄດ້ຮັບຄວາມນິຍົມຫຼາຍທີ່ສຸດ
ຈຶ່ງເຮັດໃຫ້ເກີດມີການພະນັນ ຕາມດ້ວຍການລົ້ມບານ. ຢ່າງໃດກໍ່ຕາມ, ຟີຟາ
ປະກາດຮ່ວມມືຢ່າງເປັນທາງການກັບໜ່ວຍກວດຈັບເລື່ອງຄວາມບໍ່ຊື່ສັດໃນວົງການບານເຕະ
ເພື່ອຕິດຕາມພຶດຕະກຳທີ່ໜ້າສົງໄສໃນທຸກການແຂ່ງຂັນທົ່ວໂລກ ແລະ
ສະກັດກັ້ນຂະບວນການລົ້ມບານ ເຊິ່ງເຮັດວຽກໃກ້ຊິດກັບສະຫະພັນບານເຕະລະດັບພາກພື້ນທັງ 6 ພາກພື້ນ
ເຊັ່ນ: ສະຫະພັນບານເຕະເອີຣົບ ( ຢູຟາ ), ອາຊີ ( ເອເອັຟຊີ ), ອາຟຣິກກາ
( ຊີເອເອັຟ ), ອາເມຣິກາເໜືອ – ກາງ ( ຄອນຄາເຄັຟ ), ອາເມຣິກາໃຕ້
( ຄອນເມບອລ ) ແລະ ໂອເຊອານີ ( ໂອເອັຟຊີ ).
Sout: Laos Update







No comments:
Post a Comment