Thursday, 9 November 2017

ເຫດດ່ວນ ໄຟໄໝ້ເຮືອນ






ປັດຈຸບັນໄດ້ຮັບແຈ້ງເຫດຈາກປະຊາຊົນເຂົ້າເບີສຸກເສີນ1623 ວ່າມີໄຟໄໝ້ເຮືອນ ຈຸດເກີດເຫດແມ່ນ ບ້ານ ໜອງໄຮ(ຮ່ອມ30) ເມືອງ ຫາດຊາຍຟອງ ນະຄອນຫຼວງວຽງຈັນ ໜ່ວຍກູ້ໄພໄດ້ອອກກວດສອບເຫດ ພໍໄປຮອດຈຸດເກີດເຫດພົບເຫັນໄຟກຳລັງລຸກໄໝ້ເຮືອນຢ່າງຮຸນແຮງ ເປັນເຮືອນຫຼັງສອງຊັ້ນດ້ານເທິງເປັນໄມ້ ຄວາມເສຍຫາຍແມ່ນໄໝ້ຫມົດຫຼັງ ບໍ່ພົບຜູ້ບາດເຈັບໃດໆ ສາເຫດໄຟໄໝ້ຍັງຢູ່ໃນການສອບສວນຂອງເຈົ້າໜ້າທີ່ ປັດຈຸບັນຄວບຄຸມເພີງໄດ້ເປັນທີ່ຮຽບຮ້ອຍແລ້ວດັ່ງນັ້ນເຈັບປ່ວຍເຫດສຸກເສີນແຈ້ງໜ່ວຍກູ້ໄພຊ່ວຍເຫຼືອຄົນທຸກຍາກແຫ່ງ ສ.ປ.ປ.ລາວ 24ຊົ່ວໂມງ
—————————-
ຈຸດໜອງໄຮ

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...