Monday, 6 November 2017

ນັກທຸລະກິດຈີນ ຈົກເງິນຫຼາຍລ້ານໂດລາ ສ້າງສູນການຄ້າແຫ່ງຄວາມຝັນຢູ່ແຂວງບໍ່ແກ້ວ




ນັກລົງທຶນຈີນຕັດສິນໃຈຈົກເງິນໂດລາກ້ອນໃຫຍ່ລົງທຶນສ້າງສູນການຄ້າ ແລະ ການທ່ອງທ່ຽວຢູໃກ້ກັບຂົວມິດຂົວຂ້າມຂອງມິດຕະພາບ 4 ໃນເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.
ພິທີວາງສີລາເລີກຂອງໂຄງການກໍ່ສ້າງສູນການຄ້າ ແລະ ການທ່ອງທ່ຽວເມືອງຫ້ວຍຊາຍໄດ້ຈັດຂຶ້ນໃນວັນທີ 6 ພະຈິກ 2017 ນີ້ໂດຍມີບັນດາອໍານາດການປົກຄອງແຂວງບໍ່ແກ້ວ ແລະ ຜູ້ລົງທຶນຝ່າຍຈີນເຂົ້າຮ່ວມ.
ໂຄງການດັ່ງກ່າວຄາດການວ່າສ້າງຂຶ້ນເພື່ອຮອງການຂະຫຍາຍຕົວເສດຖະກິດຮອຍຂີ້ເຂບເຊື່ອມໂຍງພາກພື້ນ ແລະ ສາກົນໂດຍມີເສັ້ນທາງອາ 3 ເຊື່ອມຕໍ່ຈາກ ສປປ ລາວທະລຸເຂົ້າບັນດາປະເທດສະມາຊິກອາຊຽນທີ່ມີປະຊາກອນ 600 ລ້ານຄົນ ແລະ ແຂວງທີ່ມີຊາຍແດນລາວ-ຈີນກັບວິໄສທັດໂຄງການເສັ້ນທາງລົດໄຟລາວ-ຈີນເຊື່ອມກັບເສັ້ນທາງສາຍໄໝຜ່ານຈີນອອກສູ່ເອີຣົບ. ສປ ຈີນຍັງເປັນປະເທດອັນດັບທີ 1 ທີ່ເຂົ້າມາລົງທຶນໃນ ສປປ ລາວ.
ທີ່ມາ: ຈົດຫມາຍຂ່າວ

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...