ທ່ານ ໂດນັັນ ທຣັມ ເລີ່ມຕົ້ນພາລະກິດຢ້ຽມຢາມອາຊີ 10 ວັນ ຊຶ່ງເປັນການຢ້ຽມຢາມອາຊີ ຄັ້ງທຳອິດໃນຖານະປະທານາທິບໍດີ ອາເມລິກາ ໂດຍທ່ານຈະໄປ ຢ້ຽມຢາມ ຍີປຸ່ນ ເກົາຫລີໃຕ້ ຈີນ ຫວຽດນາມ ແລະຟີລິບປິນ ແຕ່ຫົວຂໍ້ຫລັກໃນການສົນທະນາໃນການຢ້ຽມຢາມຄັ້ງນີ້ ກໍ່ຄືເລື່ອງເກົາຫລີເໜືອ
ນ ຄິມ ຈອງ ອຶນ ຂື້ນເປັນຜູ້ນຳສູງສຸດຂອງເກົາຫລີເໜືອ ເກົາຫລີເໜືອກໍ່ເລັ່ງ ພັດທະນາຂີປະນາວຸດ ແລະອາວຸດນິວເຄຣຍ ຈົນກາຍເປັນໜຶ່ງໃນໄພຄຸກຄາມທີ່ຮ້າຍແຮງ ຂອງອາເມລິກາ ການຕອບໂຕ້ກັນທາງວາຈາລະຫວ່າງທ່ານ ຄິມ ຈອງອຶນ ແລະທ່ານທຣັມ ກໍ່ຍິ່ງເຮັດໃຫ້ສະານະການໃນແຫລມເກົາຫລີເຄັ່ງຕຶງທີ່ສຸດໃນຮອບ 10 ປີ ໂດຍລ່າສຸດເກົາຫລີ ເໜືອກ່າວຫາ ອາເມລິກາວ່າ ພະຍາຍາມຍົ່ວຍຸໃຫ້ເກີດສົງຄາມນິວເຄຣຍ ຈາກການນຳເຮືອ ບິນຂັບໄລ່ ແລະເຮືອບິນຖິ້ມລະເບີດມາຮ່ວມຊ້ອມຮົບກັບເກົາຫລີໃຕ້ ເພື່ອຊ້ອມໂຈມຕີເກົາ ຫລີເໜືອຢ່າງໃດກໍ່ຕາມນອກເໜືອຈາກການຊ້ອມຮົບຮ່ວມ ທ່ານ ທຣັມຍັງບໍ່ມີທ່າທີທີ່ຊັດເຈນກ່ຽວ ກັບການເຈລະຈາກັບຜູ້ນຳອາຊີທີ່ຈະພົບ ຂະນະທີ່ທີມງານຂອງທ່ານ ທຣັມ ກໍ່ຍັງບໍ່ສາມາດ ຫາຂໍ້ສະຫລຸບນະໂຍບາຍໃນການຈັດການກັບເກົາຫລີເໜືອໄດ້ ໂດຍທ່ານ ຟຸມິອະກິ ຄຸໂບະ ອຈ ດ້ານລັດຖະບານອາເມລິກາຈາກມະຫາວິທະຍາໄລໂຕກຽວເບິ່ງວ່າ ການຄາດເດົານະໂຍ ບາຍບໍ່ໄດ້ ອາດເຮັດໃຫ້ສັດຕູຮູ້ສຶກກັງວົນ ແຕ່ກໍ່ເຮັດໃຫ້ພັນທະມິດກັງວົນໄດ້ຄືກັນທີ່ຜ່ານມາທ່ານ ທຣັມ ເຄີຍປະກາດວ່າ ການເຈລະຈາກັບເກົາຫລີເໜືອເປັນເລືອງເສຍເວລາ ຊຶ່ງທ່ານ ຊິນໂຊະ ອາເບະ ນາຍົກລັດຖະມົນຕີ ຍີປຸ່ນກໍ່ເຫັນພ້ອມ ແລະຕ້ອງການໃຫ້ມີມາດຕະ ການຄວ່ຳບາດເພີ່ມ ແລະຂໍ້ຫ້າມທາງການທະຫານ ແຕ່ ຈີນ ຣັດເຊຍ ແລະເກົາຫລີໃຕ້ ຍັງ ຕ້ອງການໃຫ້ໃຊ້ວິທີທາງການທູດຕໍ່ໄປ ແມ່ນວ່າທັງ 3 ປະເທດຈະສະໜັບສະໜຸນການຄວ່ຳ ບາດເກົາຫລີເໜືອຄັ້ງລ່າສຸດກໍ່ຕາມ ດັ່ງນັ້ນ ການປະຊຸມເອເປັກຈະເປັນໂອກາດທຳອິດຂອງ ທຣັມ ທີ່ຈະໄດ້ໂອ້ລົມກັບ ຍີປຸ່ນ ຈີນ ຣັດເຊຍ ແລະເກົາຫລີໃຕ້ໂດຍກົງສິ່ງທີ່ອາເມລິກາໃຫ້ຄວາມສຳຄັນເປັນດັບທຳອິດກໍ່ຄື ການດຶງໃຫ້ຍີປຸ່ນ ແລະເກົາຫລີໃຕ້ມາ ເປັນພັນທະມິດທີ່ໜຽວແໜ້ນກັບອາເມລິກາ ໃນວິກິດແຫລມເກົາຫລີ ຊຶ່ງການຊ້ອມຮົບ ຮ່ວມລະຫວ່າງ 3 ປະເທດ ຖືເປັນເປົ້າໝາຍທີ່ເປັນຮູບປະທຳ ແລະມີໄນສຳຄັນໃຫ້ພັນທະ ມິດທັງ 3 ໄວ້ວາງໃຈກັນ
ຢ່າງໃດກໍ່ຕາມ ທ່ານ ມຸນແຈອິນ ປະທານາທິບໍດີເກົາຫລີໃຕ້ຕ່າງຈາກທ່ານ ອາເບະ ບ່ອນທີ່ ທ່ານບໍ່ຄ່ອຍເຫັນດີກັບວິທີທາງທະຫານຂອງອາເມລິກາ ໂດຍເດືອນສິງຫາທີ່ຜ່ານມາ ທ່ານ ມຸນ ປະກາດວ່າຈະໃຊ້ສິດ ວີໂຕ້ ໃນກໍລະນີທີ່ອາເມລິກາ ຄິດຈະຜັກດັນໃຫ້ເກີດການໂຈມຕີ ເກົາຫລີເໜືອ ຊຶ່ງທ່ານ ທຣັມກ່າວວ່າ ທ່ານ ມຸນ ໃຈອ່ອນເກີນໄປ
ເຈົ້າຫນ້າທີ່ລັດຖະບານເກົາຫລີໃຕ້ເປັີດເຜີຍວ່າ ເກົາຫລີໃຕ້ຈະເບິ່ງວ່າ ການເດີນທາງມາອາຊີ ຂອງທ່ານ ທຣັມ ປະສົບຄວາມສຳເລັດກໍ່ຕໍ່ເມື່ອ ທ່ານ ທຣັມ ຢ້ຳໃຫ້ໝັ້ນໃຈວ່າ ຈະປົກປ້ອງ ເກົາຫລີໃຕ້ ແລະຄວາມເຄັ່ງຕຶງກັບເກົາຫລີເໜືອຈະຕ້ອງໄດ້ຮັບການແກ້ໄຂດ້ວຍສັນຕິວິທີ
ຂະນະທີ່ທ່ານ ທຣັມພະຍາຍາມກົດດັນໃຫ້ ຈີນ ຮ່ວມກັນກົດດັນເກົາຫລີເໜືອໃຫ້ຢຸດຕິໂຄງ ການພັດທະນາອາວຸດນິວເຄຣຍ ແຕ່ການໄປຢ້ຽມຢາມຈີນຄັ້ງນີ້ຂອງທ່ານ ທຣັມ ກໍ່ອາດບໍ່ ປະສົບຄວາມສຳເລັດເທົ່າໃດ ເນື່ອງຈາກຈີນ ກໍ່ເບິ່ງວ່າ ຈີນໄດ້ເຮັດທຸກຢ່າງທີ່ຄວນເຮັດແລ້ວ ເພື່ອໃຫ້ເກົາຫລີເໜືອກັບເຂົ້າມາໂຕະເຈລະຈາສັນຕິພາບ ໂດຍເກົາຫລີເໜືອມີເງື່ອນໄຂວ່າ ຈະເຂົ້າຮ່ວມເຈລະຈາກັບນານາຊາດໃຫ້ຜ່ອນມາດຕະການຄວ່ຳບາດ ແຕ່ໃນຖານະທີ່ເກົາ ຫລີເໜືອເປັນປະເທດທີ່ມີອາວຸດນິວເຄຣຍ ອາເມລິກາຈຶ່ງປະຕິເສດໂອກາດໃນການເຈລະ ຈານັ້ນສາເອງ
ນອກຈາກນີ້ທ່ານ ຈາງ ໂປ໋ຮຸ່ຍ ຜູ້ອຳນວຍການສູນອາຊີປາຊີຟິກສຶກສາຂອງມະຫາວິທະຍາໄລ ຫລິ່ງໜານ ໃນຮົງກົງ ເບິ່ງວ່າ ບຸກຄະລິກຂອງທ່ານ ທຣັມກໍ່ເປັນອີກປັດໃຈສຳຄັນຕໍ່ເລື່ອງ ເກົາຫຼີເໜືອ ເພາະທ່ານ ທຣັມ ມີອີໂກ້ທີ່ບໍ່ຢາກໃຫ້ຄົນເຫັນວ່າ ໃຜຈະມາເໜືອກ່ວາໂຕເອງໄດ້ ເຮັດໃຫ້ທ່ານ ທຣັມກັບທ່ານ ຄິມ ເຮັດສົງຄາມນ້ຳລາຍໃສ່ກັນຫລາຍຄັ້ງ ຈົນເຮັດໃຫ້ມີຄວາມ ສ່ຽງວ່າຈະເກີດສົງຄາມ ຂື້ນມາແທ້ ດັ່ງນັ້ນທ່ານ ສີ ຈິ້ນຜິງ ປະທານາທິບໍດີຈີນ ກໍ່ຄົງບໍ່ສາມາດ ໂນ້ມນ້າວໃຫ້ທ່ານ ທຣັມ ເຈລະຈາທາງການທູດກັບເກົາຫລີເໜືອໄດ້
ຮຽບຮຽງ: ເລົ່າສູ່ກັນຟັງ




No comments:
Post a Comment