ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ພ້ອມດ້ວຍພັນລະຍາ ແລະ ຄະນະໄດ້ເດີນທາງເຂົ້າຮ່ວມກອງປະຊຸມເວທີສົນທະນາແບບບໍ່ເປັນທາງການ ລະຫວ່າງຜູ້ນຳເສດຖະກິດຂອບການຮ່ວມມືດ້ານເສດຖະກິດຂອງພາກພື້ນອາຊີ-ປາຊີຟິກ ຫຼື ອາເປັກ ແລະ ຜູ້ນຳອາຊຽນ ພາຍໃຕ້ຫົວຂໍ້ “ການເປັນຄູ່ຮ່ວມ ເພື່ອສ້າງຄວາມເຂັ້ມແຂງໃໝ່ ໃຫ້ແກ່ການເຊື່ອມຈອດ ແລະ ການເຊື່ອມໂຍງ ອາຊີ-ປາຊີຟິກ ແບບຮອບດ້ານ” (Partnering for New Dynamism for a Comprehensively Connected and Integrated Asia-Pacific) ຈັດຂຶ້ນວັນທີ 10-11 ພະຈິກ 2017 ທີ່ດານັງ ສສ ຫວຽດນາມ.
ກອງປະຊຸມດັ່ງກ່າວ ເປັນເວທີປຶກສາຫາລືແລກປ່ຽນຄວາມຄິດເຫັນ ກ່ຽວກັບການສົ່ງເສີມການເຊື່ອມໂຍງ ແລະ ພັດທະນາເສດຖະກິດ ການຄ້າ ແລະ ການລົງທຶນ ການຮ່ວມມືດ້ານການເຊື່ອມຈອດ ໃນພາກພື້ນອາຊີ-ປາຊີຟິກ ແລະ ການສ້າງຄວາມເຂັ້ມແຂງໃຫ້ໂຄງສ້າງເສດຖະກິດຂອງພາກພື້ນ ໃຫ້ມີຄວາມຍືນຍົງ ປອດໃສ ແລະ ສາມາດປັບໂຕໄດ້ຢ່າງຄ່ອງແຄ້ວ ເພື່ອຮັບປະກັນໃຫ້ມີການປັບປຸງສາຍພົວພັນ ແລະ ການຮ່ວມມືຫຼາຍລະດັບຢູ່ໃນພາກພື້ນ ໂດຍມີຜູ້ນຳຈາກສະມາຊິກອາເປັກເຂົ້າຮ່ວມທັງໝົດ 21 ເຂດເສດຖະກິດ ສປປ ລາວ ກຳປູເຈຍ ແລະ ມຽນມາ ເຂົ້າຮ່ວມ ເພື່ອເພີ່ມທະວີການຮ່ວມມືລະຫວ່າງປະເທດສະມາຊິກເອເປັກ ແລະ ອາຊຽນ.
ທ່ານ ບຸນຍັງ ວໍລະຈິດ ຍັງໄດ້ປະກອບຄຳເຫັນໃນກອງປະຊຸມທີ່ມີຫົວຂໍ້: “ການເປັນຄູ່ຮ່ວມ ເພື່ອສ້າງຄວາມເຂັ້ມແຂງໃໝ່ໃຫ້ແກ່ການເຊື່ອມຈອດ ແລະ ການເຊື່ອມໂຍງອາຊີ-ປາຊີຟິກ ແບບຮອບດ້ານ” ທ່ານໄດ້ກ່າວເຖິງຈຸດຢືນອັນຈະແຈ້ງວ່າ: ໃນຍຸກສະໄໝປັດຈຸບັນ ການເຊື່ອມຈອດ ແລະ ເຊື່ອມໂຍງໃນພາກພື້ນ ແລະ ສາກົນ ແມ່ນສິ່ງທີ່ຈຳເປັນສຳລັບທຸກປະເທດໃນໂລກ ບໍ່ວ່າໃຫຍ່ ຫຼື ນ້ອຍ ທຸກ ຫຼື ຮັ່ງມີ ໃນຖານະທີ່ເປັນສະມາຊິກອາຊຽນ ສປປ ລາວ ສະໜັບສະໜູນ ແລະ ເຂົ້າຮ່ວມຢ່າງເຕັມປ່ຽມ ປະຕິບັດແຜນແມ່ບົດວ່າດ້ວຍການເຊື່ອມຈອດອາຊຽນແຕ່ນີ້ຫາປີ 2025 ເຊິ່ງມີຈຸດປະສົງແນໃສ່ສ້າງຄວາມເຂັ້ມແຂງໃຫ້ປະຊາຄົມອາຊຽນບົນພື້ນຖານປະຕິບັດການເຊື່ອມໂຍງ ແລະ ເຊື່ອມຈອດ ຢ່າງມີປະສິດທິຜົນຢູ່ພາຍໃນອາຊຽນ ແລະ ລະຫວ່າງອາຊຽນກັບພາກພື້ນອື່ນ ເພື່ອນຳຜົນປະໂຫຍດຕົວຈິງມາສູ່ທຸກປະເທດ ເຊິ່ງສອດຄ່ອງກັບແຜນງານການເຊື່ອມຈອດ ອາເປັກ 2015-2025.
ເພື່ອເຮັດໃຫ້ການເຊື່ອມໂຍງພາຍໃນອາຊຽນປາກົດຜົນເປັນຈິງ ແລະ ຮັບປະກັນຄວາມເທົ່າທຽມກັນລະຫວ່າງປະເທດອາຊຽນດ້ວຍກັນ ໃນໄລຍະຜ່ານມາ ບັນດາສະມາຊິກອາຊຽນ ໄດ້ມີຂໍ້ລິເລີ່ມວ່າດ້ວຍການເຊື່ອມໂຍງອາຊຽນ ເພື່ອຊ່ວຍເຫຼືອປະເທດສະມາຊິກໃໝ່ ລວມທັງ ສປປ ລາວ ເຊິ່ງແນໃສ່ຫຼຸດຜ່ອນຄວາມແຕກໂຕນຂອງລະດັບການພັດທະນາເສດຖະກິດ ແລະ ເພີ່ມທະວີຄວາມສາມາດໃນການເຊື່ອມໂຍງເສດຖະກິດຢູ່ພາຍໃນອາຊຽນ ແລະ ກັບພາກພື້ນອື່ນໆຂອງໂລກໄດ້ ພ້ອມນີ້ ທ່ານຍັງໄດ້ສະແດງຄວາມຫວັງວ່າອາເປັກ ຈະພິຈາລະນາໃຫ້ການສະໜັບສະໜູນຄວາມພະຍາຍາມໃນຈຸດນີ້ຂອງອາຊຽນ.
ສຳລັບ ສປປ ລາວ ເຊິ່ງເປັນປະເທດທີ່ອ້ອມຮອບດ້ວຍ 5 ປະເທດໃກ້ຄຽງນັ້ນ ໄດ້ຖືເອົາການເຊື່ອມຈອດເປັນບຸລິມະສິດໜຶ່ງ ໃນການພັດທະນາປະເທດຂອງຕົນ ລັດຖະບານລາວ ໄດ້ດຳເນີນນະໂຍບາຍຫັນຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ໄປເປັນປະເທດເຊື່ອມຈອດ ໂດຍສຸມໃສ່ພັດທະນາລະບົບພື້ນຖານໂຄງລ່າງ ເພື່ອເຊື່ອມຈອດພາຍໃນປະເທດໃຫ້ທົ່ວເຖິງ ແລະ ລະຫວ່າງ ສປປ ລາວ ກັບປະເທດໃກ້ຄຽງ ເຊັ່ນ: ສ້າງ ແລະ ປັບປຸງຖະໜົນຫົນທາງ ຂະຫຍາຍສາຍການບິນ ພັດທະນາການເດີນເຮືອຕາມລຳແມ່ນ້ຳຂອງ ເລີ່ມກໍ່ສ້າງເສັ້ນທາງລົດໄຟ ເພື່ອເຊື່ອມຈອດກັບເສັ້ນທາງລົດໄຟປະເທດໃກ້ຄຽງ ພ້ອມທັງມີການສຶກສາຂະຫຍາຍຕາໜ່າງເສັ້ນທາງລົດໄຟໃຫ້ກວ້າງຂວາງຂຶ້ນກວ່າເກົ່າ ດ້ວຍເປົ້າໝາຍອັນຈະແຈ້ງດັ່ງກ່າວ ສປປ ລາວ ຈຶ່ງສະໜັບສະໜູນຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ສະເໜີໂດຍ ສປ ຈີນ ເພາະເຫັນວ່າຂໍ້ລິເລີ່ມດັ່ງກ່າວ ຈະປະກອບສ່ວນອຳນວຍຄວາມສະດວກໃຫ້ແກ່ການໄປມາຫາສູ່ຂອງປະຊາຊົນ ກໍ່ຄືການສົ່ງເສີມເປີດກວ້າງການຄ້າ ການລົງທຶນ ການທ່ອງທ່ຽວ ກໍ່ຄືການເຊື່ອມໂຍງ ແລະ ການເຊື່ອມຈອດຂອງອາຊຽນ ແລະ ພາກພື້ນອື່ນໆຂອງໂລກ.

No comments:
Post a Comment